
ໃນວັນທີ 9 ສິງຫາ 2022 ເວັບໄຊຕ່າງປະເທດຢ່າງ Global Times ຂອງທາງການຈີນໄດ້ລາຍງານວ່າ ຄະນະນັກວິທະຍາສາດຈີນຈາກສະຖາບັນຈຸລະຊີວະວິທະຍາແລະລະບາດວິທະຍາໃນນະຄອນປັກກິ່ງ ຮ່ວມກັບນັກວິທະຍາສາດໃນສິງກກະໂປ ໄດ້ເຜີຍແຜ່ບົດຄວາມທາງການແພດຜ່ານວາລະສານການແພດນິວອິງແລນ (The New England Journal of Medicine) ໂດຍລະບຸວ່າ ພວກເຂົານັ້ນໄດ້ຄົ້ນພົບເຊື້ອໄວຣັສຊະນິດໃໝ່ທີ່ມີຊື່ວ່າ “Langya henipavirus” ຫຼື “LayV” (ເລວີ) ເຊິ່ງເປັນໄວຣັສທີ່ຢູ່ໃນກຸ່ມໄວຣັສນິປາ (Henipavirus) ແລະຄົ້ນພົບຜູ້ຕິດເຊື້ອຄົນທໍາອິດທີ່ມົນທົນຊານຕົງ ໃນໄລຍະກ່ອນເດືອນມັງກອນປີ 2019 ກ່ອນທີ່ຈະພົບຜູ້ຕິດເຊື້ອແບບກຸ່ມເຖິງ 14 ຄົນແລ້ວ.ຈາກນັ້ນການວິໄຈກໍຕ້ອງໄດ້ຢຸດໄປເນື່ອງຈາກເກີດການແຜ່ລະບາດຂອງໂຄວິດ-19.

ລາຍງານຂ່າວຍັງໄດ້ລະບຸອີກວ່າ ມາຮອດຕອນນີ້ມີຜູ້ຕິດເຊື້ອລວມແລ້ວ 35 ຄົນໃນມົນທົນຊານຕົງ ທາງພາກຕາເວັນອອກແລະມົນທົນເຫີໜານທາງພາກກາງຂອງຈີນ. ທັງນີ້ທາງແພດໝໍແມ່ນຍັງບໍ່ສາມາດຢືນຢັນການຕິດເຊື້ອຈາກຄົນສູ່ຄົນໄດ້ ແຕ່ລະບຸວ່າຜູ້ປ່ວຍທີ່ໄດ້ເຂົ້າຮັບການປິ່ນປົວແມ່ນມີປະຫວັດສຳຜັດກັບສັດ ແລະ ຄາດວ່າໄວຣັສຊະນິດນີ້ມີຕົ້ນເຫດມາຈາກ “ໜູຜີ” (Shrews) ທີ່ຢູ່ໃນວົງສັດ Rodents ຂະໜາດນ້ອຍ ເຊິ່ງຜູ້ປ່ວຍຈາກໄວຣັສນີ້ມີອາການບໍ່ຮຸນແຮງເຊັ່ນ: ເປັນໄຂ້, ອ່ອນເພຍ, ປວດກ້າມຊີ້ນ ແລະ ຍັງບໍ່ພົບຜູ້ເສຍຊີວິດ.

ທາງດ້ານ ຫວັງ ຫຼິນຟາ ( Wang Linfa) ສາສະດາຈານປະຈໍາໂຄງການໂຣກຕິດເຊື້ອອຸບັດໃໝ່ ຂອງສະຖາບັນການແພດ Duke-NUS ກ່າວວ່າຍັງບໍ່ມີປັດໄຈໃຫ້ຕ້ອງກັງວົນກ່ຽວກັບໄວຣັສ LayV ເພາະເປັນເລື່ອງທຳມະດາເມື່ອເຊື້ອໄວຣັສມີການແຜ່ລະບາດມາສູ່ຄົນແລ້ວຈະມີຜົນທີ່ບໍ່ອາດຄາດເດົາໄດ້ ແລະ ເຊື່ອວ່າໄວຣັສໂຄໂຣນາ ຄືຈະບໍ່ແມ່ນເຊື້ອໄວຣັສຕົວສຸດທ້າຍທີ່ເກີດການແຜ່ລະບາດຮຸນແຮງຈົນມີຄົນຕິດເຊື້ອທົ່ວໂລກ ແລະສົ່ງຜົນກະທົບຕໍ່ຊີວິດຂອງຜູ້ຄົນ.

ນອກນີ້ ຈາກຂໍ້ມູນຂອງອົງການອະນາໄມໂລກ (WHO) ລະບຸວ່າ ສັດທີ່ຕິດເຊື້ອໄວຣັສນິປາ ຈະມີອາການຮຸນແຮງ ແລະສໍາລັບມະນຸດ ໄວຣັສຊະນິດນີ້ມີລະດັບຄວາມປອດໄພທາງຊີວະພາບ (Biosafety levels) ຢູ່ທີ່ລະດັບ 4 ສູງສຸດ ມີອັດຕາການຕິດເຊື້ອແລະເສຍຊີວິດຢູ່ລະຫວ່າງ 40-75% ເຊິ່ງເປັນຕົວເລກທີ່ສູງຖ້າທຽບກັບເຊື້ອໄວຣັສໂຄໂຣນາ (ໂຄວິດ-19) ເຊິ່ງໃນປັດຈຸບັນນີ້ຍັງບໍ່ມີວັກຊີນປ້ອງກັນ ຫຼື ຢາປິ່ນປົວໂດຍສະເພາະ ແລະຜູ້ທີ່ຕິດເຊື້ອຈະຕ້ອງໄດ້ປິ່ນປົວຕາມອາການ ໂດຍທາງ WHO ຈັດໃຫ້ ໄວຣັສນິປາ ເປັນໜຶ່ງໃນກຸ່ມເຊື້ອໄວຣັສທີ່ມີໂອກາດສູງສຸດໃນການເປັນໂຣກລະບາດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment