ແຂວງຊຽງຂວາງ ຈະໄດ້ຄຶກຄື້ນອີກແລ້ວ ເນື່ອງຈາກເລື່ອນມາຫຼາຍປີຍ້ອນສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19, ປັດຈຸບັນນາຍົກລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ອະນຸມັດໃຫ້ຈັດງານມະຫະກຳກິລາແຫ່ງຊາດທີ່ຊຽງຂວາງເປັນທີ່ຮຽບຮ້ອຍ, ເຊິ່ງປີນີ້ຈະເປັນຄັ້ງທີ XI ຈະໄດ້ຈັດຢ່າງເປັນທາງການ.
ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເຫັນດີອະນຸມັດຄື:
- ເຫັນດີອະນຸມັດໃຫ້ເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງໃນວັນທີ 13-22 ທັນວາ 2022 ຕາມການສະເໜີຂອງຄະນະຮັບຜິດຊອບຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI.
- ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ເປັນໃຈກາງສົມທົບອົງການປົກຄອງແຂວງຊຽງຂວາງ ແລະ ພາກສ່ວນທີ່ກ່ຽວຂ້ອງ ກະກຽມຄວາມພ້ອມ ແລະ ເງື່ອນໄຂສິ່ງອຳນວຍຄວາມສະດວກດ້ານຕ່າງໆ ທັງຮັບປະກັນຄວາມປອດໄພຮອບດ້ານ ເພື່ອເຮັດໃຫ້ການຈັດງານກິລາມະຫະກຳກິລາແຫ່ງຊາດ ຄັ້ງທີ XI ດັ່ງກ່າວ ສໍາເລັດເປັນຢ່າງດີ.

ຂອບໃຈຮູບພາບປະກອບໂດຍ: Oley Spv
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment