ຄຽດ? ໃຈຮ້າຍ? ຂຽນມັນລົງໃນເຈ້ຍແລ້ວຍ່ອງມັນຖິ້ມ! ວິທີງ່າຍໆໃນການຈັດການອາລົມທີ່ໃຜໆກໍເຮັດໄດ້


ເຄີຍບໍ່ຮູ້ສຶກໃຈຮ້າຍຫຼາຍຈົນທົນບໍ່ໄດ້? ຢາກສະແດງຄວາມຮູ້ສຶກ ແຕ່ບໍ່ຮູ້ຈະສະແດງຢູ່ໃສ? ຊັ້ນເຮົາມາລອງວິທີນີ້ເບິ່ງ! ອີງຈາກການຄົ້ນຄວ້າຈາກປະເທດຍີ່ປຸ່ນຊີ້ໃຫ້ເຫັນວ່າ ການຂຽນເລື່ອງລາວທີ່ເຮັດໃຫ້ເຮົາໃຈຮ້າຍລົງໃສ່ເຈ້ຍ ແລ້ວຍ່ອງມັນຖິ້ມ ຈະຊ່ວຍຜ່ອນຄາຍຄວາມຮູ້ສຶກຂອງເຮົາໄດ້ແທ້!

ການຄົ້ນຄວ້ານີ້ໄດ້ຈັດພິມຢູ່ໃນວາລະສານ Nature, ດໍາເນີນໂດຍທີມງານຄົ້ນຄວ້າທີ່ນໍາພາໂດຍ ສາສະດາຈານ Nobuyuki Kawai ຈາກມະຫາວິທະຍາໄລ Nagoya ຍີ່ປຸ່ນ. ໂດຍທີມ​ງານ​ໄດ້​ດຳເນີນການທົດລອງກັບ​ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ 100 ຄົນ​ ດ້ວຍການຂຽນ​ບົດ​ຂຽນ​ກ່ຽວ​ກັບ​ບັນ​ຫາ​ສັງ​ຄົມເຊັ່ນ: ​ນະ​ໂຍ​ບາຍ​ຫ້າມ​ສູບ​ຢາ​ໃນ​ສະ​ຖານ​ທີ່​ສາ​ທາ​ລະ​ນະ, ຈາກນັ້ນນັກ​ຄົ້ນ​ຄວ້າກໍ​ໄດ້​ສົ່ງ​ບົດ​ຄວາມ​ເຫຼົ່ານີ້ໄປໃຫ້​ນັກ​ສຶກ​ສາ​ປະ​ລິນ​ຍາ​ເອກ​ເພື່ອປະເມີນໃນການ​ໃຫ້​ຄະ​ແນນ.

ຜົນໄດ້ຮັບຈາກການປະເມີນຜົນແມ່ນໂຫດຮ້າຍຫຼາຍ. ບົດຄວາມຂອງນັກຮຽນທັງໝົດໄດ້ຮັບຄະແນນຕໍ່າ ແລະ ເຕັມໄປດ້ວຍຄຳວິພາກວິຈານທີ່ຮຸນແຮງເຊັ່ນ “ມັນບໍ່ໜ້າເຊື່ອວ່າຄົນທີ່ມີການສຶກສາຈະຄິດແບບນີ້”.

ຫຼັງຈາກນັ້ນ, ນັກຄົ້ນຄວ້າໄດ້ໃຫ້ນັກຮຽນທັງໝົດຂຽນຄວາມຮູ້ສຶກຂອງເຂົາເຈົ້າກ່ຽວກັບຜົນການປະເມີນຜົນ. ໂດຍຈະແບ່ງອອກເປັນສອງກຸ່ມ, ກຸ່ມທໍາອິດໃຫ້ນຳເອົາເຈ້ຍທີ່ຂຽນໄປໃສ່ໄວ້ໃນກ່ອງທີ່ໂປ່ງໃສ. ສ່ວນອີກກຸ່ມໃຫ້ນຳເອົາເຈ້ຍທີ່ຂຽນໄປຍ່ອງຖິ້ມ ຫຼື ໃຊ້ເຄື່ອງທຳລາຍເຈ້ຍ.

ຜົນຂອງການທົດລອງພົບວ່າ ນັກຮຽນກຸ່ມທີ່ທຳລາຍເຈ້ຍ ຫຼື ຍ່ອງເຈ້ຍຖິ້ມ ຮູ້ສຶກຜ່ອນຄາຍຈາກການໃຈຮ້າຍ ຫຼາຍກວ່າກຸ່ມທີ່ເຈ້ຍໄປໃສ່ໃນກ່ອງ.

ເປັນຫຍັງການຍ່ອງເຈ້ຍຈຶ່ງຊ່ວຍໃຫ້ເຮົາຜ່ອນຄາຍ?

  • ການ​ທຳຍ່ອງເຈ້ຍ​ປຽບສະເໝືອນການບີບເຄັ້ນຄວາມໃຈຮ້າຍອອກຈາກຕົວ​: ນີ້​ຈະ​ຊ່ວຍ​ໃຫ້​ເຮົາໄດ້​ປົດ​ປ່ອຍ​ຄວາມ​ຮູ້ສຶກ​ທາງ​ລົບ ແລະ ຍັງຊ່ວຍໃຫ້ຈື່ຈໍາຄວາມໃຈຮ້າຍນັ້ນໄດ້ໜ້ອຍລົງ.
  • ຊ່ວຍໃຫ້ສະໝອງປ່ອຍຮໍໂມນທີ່ມີຄວາມສຸກ: ການຂຽນ ແລະ ສະແດງອາລົມ ຈະກະຕຸ້ນສະໝອງໃຫ້ປ່ອຍສານ endorphins ເຊິ່ງມີຜົນເຮັດໃຫ້ຮູ້ສຶກຜ່ອນຄາຍ, ຫຼຸດຜ່ອນຄວາມຄຽດ ແລະ ມີຄວາມສຸກຫຼາຍຂຶ້ນ.
  • ເປັນການເຝິກຕົວເອງໃຫ້ມີສະຕິ: ການຈົດຈໍ່ກັບການຂຽນ. ຊ່ວຍໃຫ້ເຮົາເຝິກສະມາທິ ແລະ ຄວບຄຸມອາລົມໄດ້ດີຂຶ້ນ.
  • ຊ່ວຍໃຫ້ເຮົາແນມເຫັນບັນຫາຢ່າງມີເຫດຜົນ: ເມື່ອເຮົາໄດ້ລະບາຍຄວາມຮູ້ສຶກອອກມາແລ້ວ, ຈະເຮັດໃຫ້ສາມາດເບິ່ງເຫັນບັນຫາໄດ້ຢ່າງມີເຫດຜົນຫຼາຍຂຶ້ນ ແລະ ຊອກຫາວິທີແກ້ໄຂໄດ້ງ່າຍຂຶ້ນ

ການຂຽນລົງໃສ່ເຈ້ຍມີປະໂຫຍດຫຍັງແດ່?

  • ຊ່ວຍຈັດການກັບອາລົມ: ເໝາະສຳລັບຜູ້ທີ່ຮັບມືກັບຄວາມຄຽດ, ຄວາມໃຈຮ້າຍ ຫຼື ອາລົມທາງລົບອື່ນໆ.
  • ຫຼຸດຜ່ອນຄວາມສ່ຽງຂອງພະຍາດຕ່າງໆ: ການເກັບກົດກັບຄວາມຮູ້ສຶກໃຈຮ້າຍເປັນເວລາດົນ ອາດສົ່ງຜົນກະທົບທາງໃນລົບຕໍ່ສຸຂະພາບທາງດ້ານຮ່າງກາຍ ແລະ ຈິດໃຈຂອງເຮົາເຊັ່ນ: ຄວາມດັນເລືອດສູງ, ພະຍາດຫົວໃຈ ແລະ ໂຣກຊຶມເສົ້າ…ການຂຽນໃສ່ເຈ້ຍຈະຊ່ວຍບັນເທົາຄວາມຮູ້ສຶກ, ຫຼຸດຜ່ອນຄວາມກົດດັນ ແລະ ຫຼຸດຜ່ອນຄວາມສ່ຽງຂອງພະຍາດຕ່າງໆ.
  • ສົ່ງເສີມສຸຂະພາບຈິດ: ຊ່ວຍໃຫ້ທ່ານຮູ້ສຶກຜ່ອນຄາຍ, ຫຼຸດຜ່ອນຄວາມກົດດັນ, ແລະ ມີຄວາມສຸກຫຼາຍຂຶ້ນ.
  • ເພີ່ມທັກສະການຄິດວິເຄາະ: ຂຽນລົງໃສ່ເຈ້ຍຈະຊ່ວຍເຝິກສະມາທິ ປະກອບຄວາມຄິດຂອງເຈົ້າ ແລະ ເບິ່ງບັນຫາຢ່າງສົມເຫດສົມຜົນ

ເຕັກນິກການຂຽນລົງໃສ່ເຈ້ຍ

  • ຊອກຫາເວລາທີ່ງຽບສະຫງົບ: ເລືອກບ່ອນງຽບໆ ປາສະຈາກສິ່ງລົບກວນ
  • ຂຽນທຸກຢ່າງທີ່ຢູ່ໃນໃຈຂອງເຈົ້າ: ລະບາຍຄວາມຮູ້ສຶກຂອງເຮົາອອກມາຜ່ານການຂຽນໄດ້ຢ່າງເຕັມທີ່ ໂດຍບໍ່ຕ້ອງກັງວົນວ່າຈະຂຽນຜິດ ຫຼື ບໍ່ງາມກໍຕາມ
  • ຂຽນໄປເລື້ອຍໆ: ຢ່າຢຸດຂຽນ ຈົນກວ່າເຈົ້າຮູ້ສຶກດີຂຶ້ນ
  • ອ່ານ ແລະ ທົບທວນຄືນສິ່ງທີ່ຂຽນ: ເມື່ອຂຽນແລ້ວ, ພະຍາຍາມອ່ານ ແລະ ທົບທວນສິ່ງທີ່ໄດ້ຂຽນ. ແລ້ວເບິ່ງວ່າເຮົາຮູ້ສຶກແນວໃດ.
  • ເກັບໄວ້ເປັນສ່ວນຕົວ: ເກັບສິ່ງທີ່ຂຽນໄວ້ເປັນສ່ວນຕົວ ບໍ່ຈໍາເປັນຕ້ອງໃຫ້ໃຜອ່ານມັນ.

ຫາກຮູ້ສຶກໃຈຮ້າຍແລ້ວບໍ່ຮູ້ຈະລົງທີ່ໃຜ ໃຫ້ທ່ານລອງລົງໃສ່ກັບເຈ້ຍເບິ່ງ ລອງໃຊ້ວິທີຂຽນລະບາຍແລ້ວຍ່ອງມັນ. ທ່ານຈະພົບວ່າມັນເປັນວິທີທີ່ແສນຈະງ່າຍດາຍ ແລະ ໄດ້ຜົນດີເກີນຄາດ, ຊ່ວຍໃຫ້ທ່ານຮູ້ສຶກຜ່ອນຄາຍ, ຫຼຸດຜ່ອນຄວາມກົດດັນ, ແລະ ກັບມາມີຄວາມສຸກຫຼາຍຂຶ້ນອີກຄັ້ງ.

ທີ່ມາ:

facebook

nature

theguardian

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/