ຄົນທົ່ວໂລກອ່ານຂ່າວໜ້ອຍລົງ ຫັນໄປເສບຂ່າວຜ່ານວິດີໂອຫຼາຍຂຶ້ນ


ຈາກການລາຍງານຂອງສຳນັກຂ່າວ BBC ປະເທດໄທ ພົບວ່າ ຕາມລາຍງານຂອງ The Reuters Institute ຄົນທົ່ວໂລກປະມານ 4 ໃນ 10 ຫຼື ປະມານ 39% ບອກວ່າພວກເຂົາຈົງໃຈບໍ່ເສບຂ່າວບາງເທື່ອ ຫຼື ອາດຈະຕະຫຼອດ ໂດຍຄົນສ່ວນໃຫຍ່ໃຫ້ເຫດຜົນວ່າ ມັນໜ້າຫົດຫູ່ ແລະ ໜ້າເບື່ອ.
ໂດຍໃນລານງາຍຍັງລະບຸວ່າ ສົງຄາມໃນຢູເຄຣນ ແລະ ຕາເວັນອອກກາງ ອາດຈະເປັນອີກໜຶ່ງສາເຫດທີ່ເຮັດໃຫ້ຄົນຫຼີກໜີການເສບຂ່າວຫຼາຍຂຶ້ນ ແລະ ຍັງຢູ່ໃນລະດັບສູງເທົ່າທີ່ເຄີຍມີມາ.

ນິກ ນິວແມນ ຜູ້ຂຽນລາຍງານໄດ້ກ່າວກັບ bbc ວ່າ ກຸ່ມຄົນດັ່ງກ່າວຫຼີກເວັ້ນທີ່ຈະເສບຂ່າວ ເພາະພວກເຂົາຮູ້ສຶກ “ໄຮ້ພະລັງອຳນາດ”.

ບາງຄົນອາດຮູ້ສຶກສັບສົນກັບປະລິມານຂ່າວທີ່ມະຫາສານ ຂະນະທີ່ບາງຄົນກໍຮູ້ສຶກເມື່ອຍກັບການເສບຂ່າວການເມືອງ.

ໂດຍຜູ້ຂຽນລາຍງານຍັງໄດ້ລະບຸວ່າ ຄົນຫັນມາເສບຂ່າວຜ່ານ TikTok ຫຼາຍຂຶ້ນ ໂດຍວິດີໂອສັ້ນດຶງດູດກຸ່ມຄົນອາຍຸນ້ອຍໄດ້ຫຼາຍທີ່ສຸດ ເພາະວ່າມີເນື້ອຫາທີ່ຫຼາກຫຼາຍ ແລະ ມ່ວນຊື່ນ ແຕ່ສຳນັກຂ່າວຈຳນວນຫຼາຍຍັງຢຶດຕິດກັບການເລົ່າຂ່າວແບບບົດຄວາມຂ່າວ ເຊິ່ງມີຄວາມຍາກລຳບາກໃນການປັບວິທີການເລົ່າເລື່ອງ.

bbc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/