ຫຼາຍຄົນມັກເຫັນ ຫຼື ໄດ້ຍິນກ່ຽວກັບ ເຄື່ອງກວດຈັບຂີ້ຕົວະເລື້ອຍໆຢູ່ໃນຂ່າວກ່ຽວກັບອາຊະຍາກໍາ, ແຕ່ທ່ານຮູ້ບໍ່ວ່າເຄື່ອງກວດຈັບຂີ້ຕົວະນີ້ແມ່ນເທັກໂນໂລຢີທີ່ຖືກພັດທະນາມາແຕ່ປີ 1921, ເຊິ່ງໄດ້ຖືກນໍາໃຊ້ມາຫຼາຍຮ້ອຍປີແລ້ວ. ຫຼ້າສຸດ Xiaomi ບໍລິສັດດ້ານເທັກໂນໂລຢີຈາກຈີນ ໄດ້ພັດທະນາມາດຕະຖານໃໝ່ທີ່ດີຂຶ້ນກວ່າເກົ່າໃນການກວດຈັບຄຳຂີ້ຕົວະ ແລະ ໄດ້ມີການຈົດສິດທິບັດເທັກໂນໂລຢີນີ້ເປັນທີ່ຮຽບຮ້ອຍ.

ເຊິ່ງເທັກໂນໂລຢີຈັບຂີ້ຕົວະຂອງ Xiaomi ນີ້ ຄາດວ່າຈະເປັນອຸປະກອນແບບເຄື່ອນທີ່ ໂດຍຈະມີການໃຊ້ກ້ອງຖ່າຍຮູບ Telephoto ທີ່ສາມາດເຄື່ອນໄຫວໄດ້ຄ້າຍຄືກ້ອງວົງຈອນປິດ ເພື່ອກວດຈັບໃບໜ້າ ແລະ ການເຄື່ອນໄຫວຂອງຮູມ່ານຕາ ເຊິ່ງເປັນໜຶ່ງໃນຂະະບວນການຈັບຂີ້ຕົວະ ຂອງຝ່າຍສືບສວນສອບສວນ.
ເທັກໂນໂລຢີນີ້ຈະເຮັດວຽກໂດຍການປັບມຸມຂອງກ້ອງເພື່ອໃຫ້ສ່ອງໃສ່ໃບຫນ້າ ແລະ ຮູມ່ານຕາ ຂອງຜູ້ຖືກສອບສວນ ຫຼັງຈາກນັ້ນ, ກ້ອງຖ່າຍຮູບຈະບັນທຶກການເຄື່ອນໄຫວຂອງໃບຫນ້າ ແລະ ຮູມ່ານຕາ ພ້ອມວິເຄະເຖິງວີທີການເຄື່ອນໄຫວ ແລະ ປະມວນຜົນອອກມາເປັນຄ່າຕ່າງໆ ເພື່ອວັດແທກວ່າຄົນໆນັ້ນກຳລັງຂີ້ຕົວະຢູ່ຫຼືບໍ່.

ໂດຍຜົນການຄົ້ນຄວ້າໄດ້ເປີດເຜີຍວ່າ ເມື່ອມະນຸດຂີ້ຕົວະ ຮູມ່ານຕາຈະຂະຫຍາຍອອກປະມານ 4%-8% ແລະ ອັດຕາການພິບຕາຈະສູງກວ່າປົກກະຕິເຖິງ 8 ເທົ່າ.
ຖ້າວ່າເທັກໂນໂລຢີເຫຼົ່ານີ້ ມີສັກກະຍາພາບພຽງພໍໃນການນຳມາໃຊ້ທົດແທນເຄື່ອງກວດຈັບຄຳຂີ້ຕົວະຕ່າງໆ ໃນປັດຈຸບັນ, ໃນອະນາຄົດ ອຸປະກອນເຫຼົ່ານີ້ ອາດຈະຖືກຫຍໍ້ຂະໜາດ ມາໃຫ້ເຮົາໃຊ້ໃນໂທລະສັບມືຖືຂອງເຮົາເພື່ອໃຊ້ໃນຊີວິດປະຈຳວັນກໍເປັນໄປໄດ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/