ຄູ່ຮັກ LGBTQ+ ສ້າງສະຖິຕິຮ່ວມພິທີໃຫ້ຄຳໝັ້ນພ້ອມກັນຫຼາຍທີ່ສຸດໃນໂລກ


ຄູ່ຮັກ LGBTQ+ ຈາກທົ່ວສະຫະລັດອາເມຣິກາ ຈຳນວນ 56 ຄູ່ ຮ່ວມພິທີໃຫ້ຄຳໝັ້ນສັນຍາກັບຄູ່ຮັກປຽບຄືກັບການແຕ່ງງານອີກຄັ້ງ ເພື່ອສ້າງສະຖິຕິໂລກໃໝ່ຕ້ອນຮັບ Pride Month ຫຼື ເດືອນແຫ່ງຄວາມພາກພູມໃຈຂອງຄົນທີ່ມີຄວາມຫຼາກຫຼາຍທາງເພດນັ້ນເອງ.

ໂດຍພິທີດັ່ງກ່າວຈັດຂຶ້ນເທິງເຮືອສຳລານທີ່ຖືກເອີ້ນວ່າ ເຮືອແຫ່ງຄວາມຮັກສຳລັບທຸກຄົນ ເຊິ່ງພິທິນີ້ຖືກຈັດຂຶ້ນໂດຍ Visit Seattle ໂຄງການສົ່ງເສີມການທ່ອງທ່ຽວຂອງເມືອງເພື່ອສະແດງຈຸດຢືນທີ່ໃຫ້ການສະໜັບສະໜູນ LGBTQ+ ໃນປີນີ້ເປັນການສະຫຼອງຄົບຮອບ 50 ປີແຫ່ງເດືອນ Pride Month  ຂອງນະຄອນຊີແອດເທິນ ເປັນເມືອງທີ່ມີຊຸມຊົມ LGBTQ+ ໃຫຍ່ທີ່ສຸດໃນສະຫະລັດອາເມຣິກາ.

ທີ່ມາ: thairath

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/