ສຳລັບຄູອາສາແຂວງສະຫວັນນະເຂດປີນີ້ ທີ່ເຂົ້າສອບເສັງວັດຄວາມຮູ້ຄວາມເຂົ້າໃຈເພື່ອໃຫ້ໄດ້ຕົວເລກລັດຖະກອນ ມີທັງໝົດ 710 ຄົນໄດ້ມີພິທີສອບເສັງເປັນທາງກາານ ໃນຕອນເຊົ້າວັນທີ 25 ເມສາ 2023 ນີ້; ໂດຍການເປັນກຽດເຂົ້າຮ່ວມ ຂອງ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ສະຫວັນນະເຂດ, ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ໃນຈຳນວນຜູ້ເຂົ້າສອບເສັງທັງຫມົດ 710 ຄົນເປັນຍິງ 552 ຄົນ;ທົ່ວແຂວງໄດ້ແບ່ງອອກເປັນ 15 ສູນສອບເສັງ.

ການສອບເສັງຄັ້ງນີ້ ແມ່ນລວມມີ 07 ສາຂາວິຊາ ຄື:
1.ວິຊາຄູອະນຸບານ
2.ຄູປະຖົມ
3.ຄູພາສາລາວ-ວັນນະຄະດີ
4.ຄູຄະນິດສາດ
5.ຄູວິທະຍາສາດທຳມະຊາດ
6.ຄູໄອຊີທີ
7.ຄູພາສາຝຣັ່ງ.
ສຳລັບໂຄຕ້າບໍລິຫານໄດ້ຈຳນວນ 01 ໂຄຕ້າແມ່ນສອບເສັງໃນ 05 ວິຊາຄື:
1.ວິຊາບໍລິຫານທົ່ວໄປ
2.ວິຊາການເງິນ-ການບັນຊີ ແລະ ການທະນາຄານ
3.ວິຊາວິສະວະກຳອອກແບບ-ກໍ່ສ້າງ
4.ວິຊາກົດໝາຍ
5. ວິຊາ ໄອຊີທີ
ມີຜູ້ເຂົ້າຮ່ວມທັງໝົດ 15 ຄົນ;ຍິງ 9 ຄົນ.

ສ່ວນຕົວເລກລັດຖະກອນຄູ ແລະ ບໍລິຫານຄູປີ 2023 ນີ້ແມ່ນມີ 47 ໂຄຕ້າ ໃນນີ້ຈະແບ່ງປັນໃຫ້ແຕ່ລະເມືອງຕາມຄວາມເໝາະສົມເຊັ່ນ; ເມືອງຈຳພອນ, ນະຄອນໄກສອນ ພົມວິຫານ, ເມືອງ ອຸທຸມພອນ, ເມືອງ ໄຊບູລີ, ເມືອງ ພະລານໄຊ, ເມືອງ ອາດສະພອນ, ເມືອງ ອາດສະພັງທອງ, ເມືອງ ພີນ, ເມືອງ ເຊໂປນ, ເມືອງ ຊົນນະບູລີ, ເມືອງ ວິລະບູລີ, ເມືອງ ນອງ, ເມືອງ ໄຊພູທອງ, ເມືອງສອງຄອນ, ເມືອງ ທ່າປາງທອງ ການສອບເສັງແບ່ງອອກເປັນ 2 ພາກ ປາລະໄນ ແລະ ປະຕິບັດຕົວຈິງ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/