ສຸຂະພາບດີເລີ່ມໄດ້ຕັ້ງແຕ່ຕື່ນນອນ ເຮັດໄດ້ງ່າຍໆ ພຽງແຕ່ດື່ມນ້ຳສະອາດ 1-2 ຈອກທັນທີຫຼັງຕື່ນນອນ ເຊິ່ງເປັນການຊ່ວຍກະຕຸ້ນການເຮັດວຽກຂອງລະບົບຕ່າງໆ ພາຍໃນຮ່າງກາຍຂອງພວກເຮົາໄດ້ຫຼາຍຢ່າງເລີຍ, ການດື່ມນ້ຳທັນທີຫຼັງຕື່ນນອນມີປະໂຫຍດດັ່ງນີ້:
- ຜິວພັນສົດໃສ
ການດື່ມນ້ຳຫຼັງຕື່ນນອນຊ່ວຍໃຫ້ຜິວພັນຂອງທ່ານກະຈ່າງໃສ. ການດື່ມນ້ຳໃນເວລາທ້ອງວ່າງຕັ້ງເເຕ່ 500cc ຈະຊ່ວຍເພີ່ມປະລິມານການໄຫຼວຽນຂອງເລືອດ ເຮັດໃຫ້ຜິວພັນສົດໃສ.
- ເສີມສ້າງພູມຕ້ານທານ
ການດື່ມນ້ຳໃນທຸກໆເຊົ້າຈະຊ່ວຍປັບສົມດຸນລະບົບ Lymphatic ແລະ ຍັງກະຕຸ້ນໃຫ້ລະບົບພູມຕ້ານທານເຮັດວຽກໄດ້ຢ່າງເຕັມທີ່ ປົກປ້ອງຮ່າງກາຍຈາກພະຍາດຕ່າງໆ ເຮັດໃຫ້ຮ່າງກາຍຂອງທ່ານແຂງແຮງ.

- Detox ລຳໄສ້
ການດື່ມນໍ້າຫຼັງຈາກຕື່ນນອນຕອນທ້ອງວ່າງ ເປັນການທຳຄວາມສະອາດໃນລໍາໄສ້ ແລະ ກະຕຸ້ນລໍາໄສ້ໂດຍທໍາມະຊາດ, ເຊິ່ງຊ່ວຍລ້າງສານພິດ ສິ່ງສົກກະປົກທີ່ຕົກຄ້າງໃນຮ່າງກາຍ ພ້ອມກັບສິ່ງເສດເຫຼືອທີ່ຖືກຂັບຖ່າຍອອກໃນຕອນເຊົ້າ.
- ກະຕຸ້ນການຂັບຖ່າຍ
ເມື່ອເຮົາດື່ມນໍ້າຫຼາຍໆໃນຕອນເຊົ້າ ນໍ້າຈະໄປດັນຜະໜັງຂອງລຳໄສ້ໃຫ້ຍືດຕົວ ພ້ອມຍັງຊ່ວຍການເຄື່ອນໄຫວໃນລໍາໄສ້ເຮັດໃຫ້ກາກອາຫານເຄື່ອນໄຫວໄດ້ດີຂຶ້ນ ຈຶ່ງເປັນການຊ່ວຍກະຕຸ້ນການຂັບຖ່າຍໃນຕອນເຊົ້າໄດ້ງ່າຍ ເຮັດໃຫ້ຂັບຖ່າຍກົງເວລາເປັນປະຈຳທຸກມື້ ເເລະ ຍັງຊ່ວຍລົດຄວາມສ່ຽງຈາກການເປັນຣິດສີດວງ, ຖອກທ້ອງອີກດ້ວຍ.

- ລົດຜ່ອນອາການເຈັບຫົວ
ການດື່ມນ້ຳໃນຕອນເຊົ້າຈະຊ່ວຍກະຕຸ້ນການເຮັດວຽກຂອງສະໝອງໃຫ້ເຮັດວຽກໄດ້ດີ ແລະ ຍັງເພີ່ມຄວາມສົດຊື່ນ ຊ່ວຍບັນເທົາຄວາມຄຽດ ຄຽງຄູ່ກັບການລົດຜ່ອນອາການເຈັບຫົວໄດ້ເຊັ່ນດຽວກັນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/