ຄາປິບາຣາ (Capybara) ໜູຍັກທີ່ເປັນມິດກັບສັດທົ່ວປ່າ ບໍ່ຢ້ານສັດຊະນິດອື່ນ ໂຕແຂ້ກໍຂີ່ຫຼັງມາແລ້ວ ເປັນສັດຕະກູນດຽວກັນກັບໜູ ຈັດເປັນໜູທີ່ໃຫຍ່ທີ່ສຸດໃນໂລກ ເປັນໜູໃນວົງຕະກຸນດຽວກັນກັບໜູເພົາ. ຄາປິບາຣາມີຖິ່ນກຳເນີດໃນທະວີບອາເມຣິກາໃຕ້ ກະຈາຍຢູ່ຕາມພື້ນທີ່ຂອງປ່າອະເມຊອນ ແລະ ອາໄສຢູ່ແຫຼ່ງທຳມະຊາດ.
ຄາປິບາຣາ ມີນ້ຳໜັກຫຼາຍ ເພາະໂຕຂອງມັນໃຫຍ່ນ້ຳໜັກທຽບກັບຄົນກໍໄດ້ ເປັນສັດທີ່ງູອະນາຄອນດ້າມັກກິນ. ລັກສະນະຂອງ ຄາປິບາຣາ ມີຫົວປ້ອມ ຍາວ 40-50 ຊັງຕີແມັດ ມີຂົນສີນ້ຳຕານ ມີຫູທີ່ສັ້ນ ບໍ່ມີຫາງ ມີຜັງຜືດທີ່ຕີນ ມີແຂ້ວທາງໜ້າທີ່ຍາວ ເບິ່ງໄປມາຄ້າຍຄືແຂ້ວກະຕ່າຍ.

ຄາປິບາຣາ ມັກຢູ່ຮ່ວມກັນເປັນຝູງ ມັກກິນຫຍ້າແຫ້ງ ໝາກໄມ້ທຸກຊະນິດໃນປ່າ ກິນພືດໄດ້ເກືອບທັງໝົດ ມັກລອຍນ້ຳ ລອຍນ້ຳເກັ່ງ ແລະ ໄວ ພ້ອມທັງມັກນ້ຳຫຼາຍ ມັກແຊ່ນ້ຳຕະຫຼອດໝົດມື້. ໃນລະດູແລ້ງ ກໍສາມາດກິນຈຳພວກໝາກໄມ້ແຫ້ງໄດ້ ສາມາດປັບຕົວກັບອາກາດໄດ້ດີ. ນອກຈາກນີ້ ກໍຍັງເປັນສັດທີ່ມີຄວາມສ່ຽງຕ່ຳຕໍ່ກັບການສູນພັນ ສາມາດແຜ່ພັນໄດ້ງ່າຍເລີຍກໍວ່າໄດ້.

ຖືໄດ້ວ່າເປັນສັດທີ່ມີນິດໄສໜ້າຮັກເລີຍກໍວ່າໄດ້ ບໍ່ວ່າຈະຢູ່ໃກ້ສັດໂຕໃດ ສັດໂຕນັ້ນກໍຕ້ອງຫຼົງຮັກ ໃຫ້ຢູ່ໃກ້ສະເໝີ. ມັກໝູ່ມັກຄູ່ ຄວາມສາມາດກໍຫຼາຍ, ພ້ອມທັງໃຊ້ຊີວິດກິນງ່າຍຢູ່ງ່າຍພ້ອມອີກ ຢູ່ໃນບົກກໍໄດ້ຢູ່ໃນນ້ຳກໍດີ, ເປັນສັດທີ່ມີສັງຄົມສູງມັກຢູ່ກັບສັດໂຕອື່ນໆ ບາງຄັ້ງກໍຊ່ວຍປົກປ້ອງສັດທີ່ກຳລັງຖືກລ່າໄດ້ອີກດ້ວຍ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/