ເນື່ອງຈາກອາກາດທີ່ຮ້ອນ ເເລະ ໂຣກຮ້າຍທີ່ມັກຈະມານຳໃນຍາມຮ້ອນທີ່ຕ້ອງລະວັງເປັນພິເສດ ເຮັດໃຫ້ຫຼາຍຄົນເກີດຄວາມຮູ້ສຶກຢ້ານ ບໍ່ມັກ ເເລະ ບໍ່ຢາກທີ່ຈະອອກໄປໃສ. ການນອນຢູ່ເຮືອນຕາກເເອ, ຕາກພັດລົມເຢັນໆ, ເບິ່ງຮູບເງົາ ຈຶ່ງຖືວ່າເປັນກິດຈະກຳທີ່ຫຼາຍຄົນມັກເຮັດໃນຍາມຮ້ອນທີ່ສຸດ. ເຖິງເເມ່ນວ່າອາກາດຮ້ອນນີ້ມັກຈະມີຂໍ້ເສຍຫຼາຍຢ່າງ ເເຕ່ມັນກໍມາພ້ອມຂໍ້ດີຕໍ່ຮ່າງກາຍ ເເລະ ສະພາບຈິດໃຈຫຼາຍຢ່າງທີ່ທຸກຄົນອາດບໍ່ເຄີຍຮູ້ມາກ່ອນ.
ເຫັນໄດ້ວ່າໃນຍາມຮ້ອນນີ້ມັກຈະມີມື້ພັກຫຼາຍ ທີ່ເຮັດໃຫ້ທ່ານສາມາດອອກໄປເຮັດກິດຈະກຳ ອອກໄປທ່ຽວເພື່ອພັກສະໝອງຈາກເລື່ອງຄຽດໆ ເເລະ ເກັບກ່ຽວປະສົບການດີໆ, ບາງຄົນອາດຈະຫັນມາຫຼິ້ນກິລາເພື່ອສຸຂະພາບ ບໍ່ວ່າຈະເປັນລອຍນ້ຳທີ່ຫຼາຍຄົນມັກ ຫຼື ກິລາອື່ນໆ ຕ່າງກໍເປັນການອອກກຳລັງກາຍເພື່ອສຸຂະພາບເຊັ່ນກັນ. ເມື່ອເຮົາໄດ້ດູເເລຕົນເອງ ເເນ່ນອນວ່າມັນຈະມອບຄວາມສຸກໃຫ້ເຮົາທັງຮ່າງກາຍ ເເລະ ສຸຂະພາບຈິດທີ່ດີຂຶ້ນໄປຕາມໆກັນ.

ປະໂຫຍດຂອງລະດູຮ້ອນ
- ເຮັດໃຫ້ເຮົາດື່ມນ້ຳຫຼາຍຂຶ້ນ ເຊິ່ງຫຼາຍຄົນກໍໜ້າຈະຮູ້ວ່າການດື່ມນ້ຳມີປະໂຫຍດຫຼາຍຢ່າງຕໍ່ຮ່າງກາຍ ບໍ່ວ່າຈະເປັນເລື່ອງທີ່ຊ່ວຍໃຫ້ຂັບຖ່າຍງ່າຍຂຶ້ນ, ຊ່ວຍໃຫ້ຜິວພັນຊຸ່ມຊື່ນ, ຊ່ວຍລົດອາການຢາກເຂົ້າ… ໂດຍປົກກະຕິເເລ້ວຄົນເຮົາຄວນທີ່ຈະດື່ມນ້ໍາປະມານ 2-3 ລິດຕໍ່ມື້, ແຕ່ສໍາລັບບາງຄົນ ການດື່ມນ້ໍາອາດເປັນເລື່ອງທີ່ຍາກ ແລະໃນລະດູຮ້ອນນີ້ຈະເຮັດໃຫ້ການດື່ມນ້ໍາຂອງທ່ານງ່າຍຂຶ້ນຫຼາຍ. ເພາະວ່າເຈົ້າຈະຮູ້ສຶກຢາກນໍ້າໂດຍທຳມະຊາດ, ເນື່ອງຈາກອາກາດຮ້ອນ ລວມທັງເວລາທີ່ຮ່າງກາຍມີເຫື່ອອອກຫຼາຍຂຶ້ນ
- ວິຕາມິນຈາກເເສງເເດດຊ່ວຍດູດຊຶມທາດເເຄລຊຽມທີ່ຈໍາເປັນຕໍ່ກະດູກ ຊ່ວຍໃຫ້ກະດູກແຂງແຮງ ແລະ ປ້ອງກັນໂຣກກະດູກຜ່ອຍ. ນອກຈາກນີ້ຍັງຊ່ວຍຄວບຄຸມຄວາມດັນເລືອດ ແລະ ລົດຜ່ອນຄວາມສ່ຽງຂອງໂຣກຫຼອດເລືອດໃນຫົວໃຈ ແລະອື່ນໆ.
- ມີຫຼາກຫຼາຍກິລາທີ່ເໝາະສົມກັບອາກາດທີ່ຮ້ອນນີ້ເຊັ່ນ: ລອຍນ້ຳ, ດຳນ້ຳ, ແລ່ນ ແລະ ອື່ນໆ. ຈຶ່ງມີທ່າອ່ຽງວ່າໃນຍາມຮ້ອນຜູ້ຄົນຈະຫັນມາອອກກຳລັງກາຍທີ່ຫຼາກຫຼາຍຂຶ້ນ ເພື່ອດູເເລສຸຂະພາບ ເເລະ ຟິດຫຸ່ນໄວ້ອວດ, ເພາະສະນັ້ນການຫັນມາດູເເລສຸຂະພາບໃນລະດູຮ້ອນຈຶ່ງເປັນການເລີ່ມຕົ້ນໃນການອອກກຳລັງກາຍທີ່ດີ
- ໃນລະດູຮ້ອນມັກຈະມີມື້ພັກຫຼາຍມື້ເຮັດໃຫ້ເຮົາສາມາດອອກໄປທ່ຽວເພື່ອພັກຜ່ອນ ເເລະ ຄວາມເປັນ summer ຍັງເຮັດໃຫ້ທ່ານຮູ້ສຶກສົດຊື່ນເປັນພິເສດ, ການໄດ້ໄປທ່ຽວເເຫຼ່ງທຳມະຊາດ ຫຼື ເເຫຼ່ງທີ່ມີນ້ຳໄຫຼຢູ່ຕະຫຼອດເວລາ ຊົມຄວາມງາມຂອງເເສງເເດດ ທ້ອງຟ້າ ເເລະ ຄວາມເຢັນຈາກນ້ຳ ເປັນຫຍັງທີ່ຟື້ນຟູຮ່າງກາຍ ເເລະ ຈິດໃຈໄດ້ດີສຸດໆເລີຍ. ນອກຈາກຈະຊ່ວຍຟື້ນຟູຈິດໃຈເເລ້ວ ການໄປທ່ຽວກັບຄົນຮັກ ຫຼື ຄອບຄົວມັກຈະເຮັດໃຫ້ເຮົາມີຄວາມສຸກຫຼາຍຂຶ້ນ ເເລະ ຍັງສົ່ງຜົນໃຫ້ເຮົາຈະເລີນອາຫານ ກິນຫຍັງກໍເເຊບ ເເຕ່ກໍຕ້ອງລະມັດລະວັງ ອາຫານທີ່ກິນຄວນຈະນຳມາປຸງໃຫ້ສຸກກ່ອນເພື່ອປ້ອງກັນໂຣກຖອກທ້ອງ ຫຼື ອາຫານເປັນພິດ.

ຫຼັງຈາກທີ່ທ່ານໄດ້ດູແລຮ່າງກາຍຂອງທ່ານໂດຍການອອກກໍາລັງກາຍ, ຫຼິ້ນກິລາ, ກິນອາຫານທີ່ດີ ແລະ ດື່ມນ້ໍາຢ່າງພຽງພໍ ລວມທັງການອອກໄປພັກຜ່ອນ. ແນ່ນອນວ່າ ມັນຈະສົ່ງຜົນທາງບວກຕໍ່ສະພາບຈິດໃຈຂອງທ່ານ ເພາະການເຮັດບາງສິ່ງເພື່ອຕົວເອງຈະເຮັດໃຫ້ເຈົ້າມີຄວາມສຸກ ແລະ ຮັກຕົນເອງຫຼາຍຂຶ້ນ. ຖ້າໃຜຮູ້ສຶກອຶດອັດ, ບໍ່ມີຄວາມສຸກ, ການເຮັດຫຍັງເພື່ອຕົວເອງ ເເລະ ອອກໄປພັກຜ່ອນໃນຍາມຮ້ອນກໍຖືເປັນອີກວິທີໜຶ່ງທີ່ຊ່ວຍໄດ້ຫຼາຍເລີຍ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/