ກໍລະນີສຶກສາ ທະນາຄານກາງ ປະເທດ ໂຣມາເນຍ ຕັ້ງທີມນັກເທຣດຄ່າເງິນ ຫາກຳໄລຈາກການເທຣດຄ່າເງິນທົ່ວໂລກ ສ້າງລາຍໄດ້ເຂົ້າປະເທດກວ່າ 280 ລ້ານ ໂດລາ


ເປັນອີກໜຶ່ງກໍລະນີສຶກສາ ຈາກຜູ້ວ່າທະນາຄານກາງແຫ່ງ ໂຣມາເນຍ ທີ່ແນມເຫັນໂອກາດຫາເງິນຈາກການເທຣດຄ່າເງິນ ຈົນເຮັດໃຫ້ເກີດ ທີມນັກເທຣດ 30 ຄົນຂຶ້ນມາ ເຊິ່ງທີມດັ່ງກ່າວໄດ້ ຫາກຳໄລຈາກການເທຣດຄ່າເງິນທົ່ວໂລກ ສ້າງລາຍໄດ້ເຂົ້າປະເທດກວ່າ 280 ລ້ານ ໂດລາ.

ໂດຍ Mugur Isarescu ໄດ້ໃຫ້ນິຍາມກັບທີມນັກເທຣດທັງ 30 ຄົນນີ້ ວ່າ “ພວກເຂົາແມ່ນກຸ່ມໄວໜຸ່ມອັດສະລິຍະທີ່ແຕ່ລະມື້ຈະນັ່ງຄຣິກເມົ້າຢູ່ໜ້າຈໍຄອມພິວເຕີ ແລະ ຫາໂອກາດເຮັດກຳໄລກອບໂກຍເງິນຈາກທົ່ວທຸກມຸມໂລກ”

ການເທຣດຄ່າເງິນ  ແມ່ນການເກັງກຳໄລຈາກຄວາມຜັນຜວນຂອງອັດຕາແລກປ່ຽນຂອງສະກຸນເງິນຕ່າງໆທີ່ປ່ຽນແປງໄປໃນແຕ່ລະໄລຍະ ເຊັ່ນ ຕອນນີ້ ເງິນໂດລາ ລາຄາ 20.000 ກີບຕໍ່ 1​ ໂດລາ ເຮົາກໍເອົາເງິນ 20.000 ກີບນັ້ນໄປຊື້ 1 ໂດລາ ແຕ່ພໍເວລາຜ່ານໄປ ເງິນໂດລາແຂງຄ່າຂຶ້ນເປັນ 1 ໂດລາ ຕໍ່ 25.000 ກີບ ເຮົາກໍຂາຍເງິນໂດລານັ້ນອອກໄປຄືນ ກໍຈະໄດ້ກຳໄລມາ 5.000 ກີບນັ້ນເອງ.

ໂດຍທາງທະນາຄານກາງຂອງ ໂຣມາເນຍ ເບິ່ງວ່າພວກເຂົາຄວນຈະສ້າງຜົນຕອບແທນຈາກເງິນທຶນສຳຮອງທີ່ມີຢູ່ ນັ້ນຈຶ່ງເປັນທີ່ມາຂອງການກໍ່ຕັ້ງ ທີມນັກເທຣດນີ້ຂຶ້ນ. ໂດຍທີມດັ່ງກ່າວໄດ້ປະກອບໄປດ້ວຍເດັກໜຸ່ມຄົນຮຸ່ນໃໝ່ລະດັບຫົວກະທິ 30 ຄົນ ເຊິ່ງເປົ້າໝາຍຂອງທີມກໍຄືໃຊ້ກອງທຶນສຳຮອງລະຫວ່າງປະເທດເປັນຕົ້ນທຶນໃນການສ້າງກຳໄລຈາກການເທຣດຄ່າເງິນໃຫ້ໄດ້ຫຼາຍທີ່ສຸດ.

ໂດຍພວກເຂົາໄດ້ຮັບອະນຸຍາດໃນການໃຊ້ທຶນສຳຮອງຂອງປະເທດພຽງແຕ່ 5% ເທົ່ານັ້ນໃນການເທຣດ ເພື່ອເປັນການປົກປ້ອງປະເທດໃນກໍລະນີການເທຣດດັ່ງກ່າວບໍ່ເປັນໄປຕາມທີ່ຄາດໄວ້. ໂດຍ ໃນປີ 2018 ພວກເຂົາສາມາດຫາກຳໄລຈາກ ການເທຣດຄ່າເງິນ ໄດ້ເຖິງ 280 ລ້ານໂດລາ ເຊິ່ງນັບເປັນ 14% ຂອງຕົ້ນທຶນ ເອີ້ນໄດ້ວ່າເປັນຕົວເລກຜົນຕອບແທນຂອງການລົງທຶນທີ່ບໍ່ໜ້ອຍເລີຍ.

ຂໍ້ມູນຈາກ:

bnnbloomberg.ca

salaryinvestor

bloomberg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/