ກ້າວທຳອິດສູ່ຍຸກໃໝ່! ອາເຈນຕິນາຈັບມືກັບເອລຊາວາດໍ ເພື່ອນໍາເອົາ Bitcoin ມາໃຊ້ເປັນເງິນສະເໝືອນຈິງ


ຄະນະກໍາມະການຫຼັກຊັບແຫ່ງຊາດອາເຈນຕິນາ (CNV) ໄດ້ຢືນຢັນໃນທ້າຍອາທິດວ່າ ໜ່ວຍງານຄຸ້ມຄອງດູແລຂອງອາເຈນຕິນາໄດ້ເຈລະຈາກັບໜ່ວຍງານຄຸ້ມຄອງດູແລຂອງ El Salvador ກ່ຽວກັບການຮອງຮັບເອົາ Bitcoin (BTC) ມາໃຊ້

ອີງຕາມການຖະແຫຼງການຢ່າງເປັນທາງການຈາກ CNV ແລະ ລາຍງານໂດຍ Criptonoticias. ເຈົ້າໜ້າທີ່ຜູ້ອາວຸໂສຈາກອາເຈນຕິນາໄດ້ພົບກັບຫົວໜ້າຄະນະກໍາມະການສິນຊັບດິຈິຕອນແຫ່ງຊາດຂອງ El Salvador ໃນອາທິດທີ່ຜ່ານມາ.

ໂດຍໃນການ​ເຈລະຈາ​ໄດ້​ສຸມ​ໃສ່​ການຕີ​ລາຄາ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ທີ່​ອາດຈະເກີດຂຶ້ນ​ກ່ຽວ​ກັບສິນ​ຊັບ​ດິຈິ​ຕອນ.

Roberto Silva ປະທານ CNV ແລະ Patricia Boedo ຮອງປະທານາທິບໍດີ ເດີນທາງໄປ El Salvador ເພື່ອທຳຄວາມເຂົ້າໃຈວິທີການຂອງລັດຖະບານໃນການຄຸ້ມຄອງ BTC.

ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ແມ່ນເພື່ອເພີ່ມທະວີການພົວພັນກັບລັດຖະບານ El Salvador ແລະ ຊອກຫາໂອກາດໃນການຮ່ວມມື, ໂດຍມີ Bitcoin ເປັນຫົວຂໍ້ໃນການສົນທະນາ.

“ພວກ​ເຮົາ​ຕ້ອງ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຂອງ​ພວກ​ເຮົາ​ກັບ El Salvador. ດັ່ງນັ້ນ, ພວກເຮົາຈະຊອກຫາຄວາມເປັນໄປໄດ້ຂອງການລົງນາມໃນຂໍ້ຕົກລົງຮ່ວມມືກັບລັດຖະບານ El Salvador” ຮອງປະທານ CNV Patricia Boedo ກ່າວ.

ການຢ້ຽມຢາມດັ່ງກ່າວເປັນການຕິດຕາມກອງປະຊຸມທາງດ້ານວິຊາການເບື້ອງຕົ້ນຂອງ Boedo ໃນ El Salvador ໃນເດືອນມີນາ.

Juan Carlos Reyes, ປະທານຄະນະກໍາມະການສິນຊັບດິຈິຕອນແຫ່ງຊາດຂອງ El Salvador (CNAD) ໄດ້ເນັ້ນໜັກເຖິງບົດບາດຜູ້ນໍາຂອງອາເຈນຕິນາໃນຂະແໜງເຕັກໂນໂລຊີ. ລາວໄດ້ສະແດງຄວາມສົນໃຈໃນການເຮັດວຽກຢ່າງມີປະສິດທິພາບກັບ Bitcoin ແລະ ອຸດສາຫະກໍາຊັບສິນດິຈິຕອນຢ່າງມີປະສິດທິພາບເພື່ອສ້າງກົດລະບຽບທີ່ເໝາະສົມ.

Juan Carlos Reyes ກ່າວວ່າ

“ອາເຈນຕິນາເປັນຜູ້ບຸກເບີກໃນຂະແໜງເຕັກໂນໂລຊີ ແລະ CNV ກໍຕ້ອງການທີ່ຈະເຮັດວຽກຮ່ວມກັບອຸດສາຫະກໍາ Bitcoin ແລະ ສິນຊັບສິນດິຈິຕອນຢ່າງມີປະສິດທິພາບ ເພື່ອສ້າງກົດລະບຽບທີ່ເໝາະສົມ”.

ຂໍ້ຕົກລົງກັບ El Salvador ໄດ້ຖືກເຫັນວ່າເປັນການພັດທະນາໃນທາງບວກສໍາລັບຊຸມຊົນ Bitcoin ແລະ crypto ຂອງອາເຈນຕິນາ.

ທີ່ມາ:

en.bitcoinsistemi

cointelegraph

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/