ນັບຕັ້ງແຕ່ກໍ່ຕັ້ງຂຶ້ນໃນປີ 1952 ມິສຢູນິເວີ ຫຼື ນາງງາມຈັກກະວານ ກໍໄດ້ກາຍເປັນໜຶ່ງໃນການປະກວດຄວາມງາມທີ່ເປັນເປັນທີ່ຈົດຈຳ ແລະ ໄດ້ຮັບການເຜີຍແຜ່ຫຼາຍທີ່ສຸດໃນໂລກ ໂດຍຜູ້ເຂົ້າການປະກວດຈະເປັນຜູ້ຊະນະການປະກວດລະດັບຊາດຈາກທົ່ວໂລກ ໂດຍທົ່ວໄປແລ້ວຕົວແທນຜູ້ສະໝັກລະດັບຊາດ ກໍຕ້ອງຜ່ານການປະກວດຄວາມງາມຫຼາຍເວທີ ມີຄຸນສົມບັດທີ່ເໝາະສົມກັບການຄວ້າຕຳແໜ່ງນາງງາມຈັກກະວານ.

- ການຄັດເລືອກເພື່ອເປັນນາງງາມຈັກກະວານ: ຜູ້ເຂົ້າປະກວດນາງງາມຈັກກະວານ ຕ້ອງມີອາຍຸລະຫວ່າງ 18-27 ປີ.
- ເປັນໂສດ: ຜູ້ເຂົ້າປະກວດຈະຕ້ອງບໍ່ຜ່ານການແຕ່ງງານ ຫຼື ຖືພາ; ເຄີຍແຕ່ງງານມາກ່ອນຖືວ່າເປັນໂມຄະ.
- ຮູ້ຂັ້ນຕອນໃນການແຂ່ງຂັນ: ຜູ້ເຂົ້າປະກວດຈະຖືກຕັດສິນໃນ 3 ຫົວຂໍ້ຄື: ຊຸດຣາຕຣີ; ຊຸດລອຍນ້ຳ ແລະ ການສຳພາດທົດສອບບຸກຄະລິກ ບໍ່ມີການປະກວດໃນສ່ວນຂອງຄວາມສາມາດພິເສດແຕ່ຢ່າງໃດ.
- ເຂົ້າປະກວດ: ຜູ້ເຂົ້າປະກວດຈະຕ້ອງສະໝັກການຈັດການປະກວດໃນປະເທດນັ້ນໆ ຂອງຕົນເອງ ໃນສະຫະລັດອາເມຣິກາ.
- ຜູ້ເຂົ້າປະກວດ ຕ້ອງຮັກສາຮູບຮ່າງ, ອອກກຳລັງກາຍ ແລະ ຮັບປະທານອາຫານໃຫ້ຖືກຫຼັກອະນາໄມ ຢ່າລືມວ່ານາງງາມຈັກກະວານນັ້ນ ຕັດສິນດ້ວຍຮູບຮ່າງ ຕອນທີ່ໃສ່ຊຸດລອຍນ້ຳອີກດ້ວຍ.
- ເບິ່ງແຍງຜິວພັນ: ຢ່າຢ້ານທີ່ຈະລົງທຶນ ໃຊ້ຜະລິດຕະພັນທີ່ຈະເຜີຍຄວາມງາມຂອງຜິວຕົນ ລວມໄປເຖິງການເຊນເຊີ ແລະ ມອຍເຈີໄລເຊີ ຊະນິດຮັກສາສິວ ຫຼີກເວັ້ນການທຳຮ້າຍຜິວຈາກແດດແຮງ ໂດຍການທາຄຣີມກັນແດດທຸກຄັ້ງທີ່ອອກໄປກາງແຈ້ງ.
- ກຳຈັດຂົນຕາມຮ່າງກາຍທີ່ເຮັດໃຫ້ບໍ່ງາມ: ຫຼາຍຄົນອາດຈະໃຊ້ວິທີໃນການແວັກ ເນື່ອງຈາກຈະເຫັນຜົນເປັນສ່ວນໃຫຍ່ ແຕ່ວ່າໃນການແວັກນັ້ນຕ້ອງແວັກຂົນຫຼາຍມື້ກ່ອນຈະເຂົ້າປະກວດ ເພາະອາດຈະເຮັດໃຫ້ເປັນຮອຍດຳແດງຕໍ່ຜິວກໍເປັນໄດ້.
- ເຮັດວຽກຮ່ວມກັບຜູ້ເຝິກສອນສາວງາມ: ຜູ້ເຝິກສອນເຫຼົ່ານີ້ສາມາດສອນທັກສະ ແລະ ວິທີການຍ່າງ ແລະ ການວາງໂຕ. ຕະຫຼອດລະຫວ່າງການປະກວດໄດ້ ຖາມໝູ່ເພື່ອນ ຫຼື ຂໍຄຳແນະນຳຈາກເພື່ອນຮ່ວມທີມໄດ້ ຫຼື ສາມາດຫາທາງຢູ່ອິນເຕີເນັດກໍໄດ້.
- ກຽມໂຕສຳລັບການສຳພາດ: ຫາຄວາມຮູ້ໃສ່ໂລກທີ່ກຳລັງເປັນກະແສ ຫຼື ທີ່ກຳລັງເກີດຂຶ້ນໃນປັດຈຸບັນ, ພິຈາລະນາຈຸດຢືນຂອງຕົນ ຮຽນຮູ້ໃນການຕອບຄຳສຳພາດ.
- ເມື່ອເວລາແຂ່ງຂັນໃນການປະກວດ: ຕ້ອງນຳສະເໜີຄວາມແຂງແຮງຂອງຮ່າງກາຍຂອງຕົນໃນຊຸດລອຍນ້ຳຢ່າງໝັ້ນໃຈ, ການປະກວດຊຸດລອຍນ້ຳນັ້ນຕ້ອງມີສະຕິ ຄວບຄຸມອາລົມໃຫ້ໄດ້.
- ເຜີຍບຸກຄະລິກຂອງຕົນເອງອອກມາ: ລະຫວ່າງການສຳພາດ ຢ່າຕອບຄຳຖາມທີ່ໄດ້ຍິນຈາກໃຜມາທີ່ກຳມະການເຄີຍຟັງມາກ່ອນແລ້ວ ໃຫ້ເຕີມບຸກຄະລິກຂອງຕົນອອກໄປໃຫ້ຫຼາຍໆ ຕ້ອງນຳເອົາຄຳຕອບຂອງຕົນມາສ້າງເປັນຄວາມຊົງຈຳໃຫ້ຜູ້ຮັບຊົມປະທັບໃຈ ແລະ ຈົດຈຳ.
- ນຳສະເໜີໂຕເອງຢ່າງມີຣົດສະນິຍົມ: ລະຫວ່າງການປະກວດຊຸດຣາຕຣີ ກຳມະການຈະແນມຫາຜູ້ເຂົ້າປະກວດ ສະນັ້ນຕ້ອງຍ່າງຢ່າງສະຫງ່າຜ່າເຜີຍ ແລະ ໝັ້ນໃຈ.
- ຍິ້ມສູ້ເຂົ້າໄວ້: ເຖິງຈະບໍ່ຊະນະໃນການແຂ່ງຂັນກໍຢ່າຫຼຸດສະແດງອາການອອກມາ ຈົ່ງຍອມຮັບການບໍ່ໄດ້ຮັບຕຳແໜ່ງ ຢ່າງພາກພູມໃຈ.

ພາບ: noonecares.me, metronewscentral.net
ຂອບໃຈຂໍ້ມູນຈາກ: