
ໃນຍຸກສະໄໝນີ້ເທຣນຮັກສຸຂະພາບກໍາລັງມາແຮງ ເຮັດໃຫ້ໄລຍະຜ່ານມາເຮົາຈະເຫັນຜະລິດຕະພັນ ຫຼື ສິນຄ້າຕ່າງໆ ທີ່ຖືກຜະລິດອອກມາເພື່ອຕອບໂຈດມະນຸດຍຸກນີ້ ເຊັ່ນດຽວກັນກັບ ບໍລິສັດຜະລິດເຄື່ອງດື່ມ Kirin Holdings Co ທີ່ໄດ້ມີການຮ່ວມມືກັບມະຫາວິທະຍາໄລເມຈິ (Meji) ຄິດຄົ້ນຖ້ວຍແລະບ່ວງ ທີ່ມີຄຸນສົມບັດໃນການເພີ່ມຣົດຊາດເຄັມກັບອາຫານໄດ້ເຖິງ 1.5 ເທົ່າ ໂດຍບໍ່ຕ້ອງອາໄສເຄື່ອງປຸງເພີ່ມຄວາມເຄັມຢ່າງເກືອ ຫຼື ນ້ຳປາເລີຍ.


ໃນສ່ວນຂອງຫຼັກການເຮັດວຽກຂອງຖ້ວຍ ແລະ ບ່ວງເພີ່ມຄວາມເຄັມນີ້ ທາງຜູ້ພັດທະນາລະບຸວ່າ ອຸປະກອນນີ້ຈະສ້າງກະແສໄຟຟ້າອ່ອນໆ ເພື່ອກະຕຸ້ນໃຫ້ເກີດໂຊດຽມໃນອາຫານ ເຊິ່ງສານຕົວນີ້ຈະເຮັດໃຫ້ເຮົາຮູ້ສຶກເຄັມເມື່ອອາຫານສຳຜັດກັບລີ້ນ. ທັງນີ້ ອຸປະກອນດັ່ງກ່າວແມ່ນຜົນງານຕໍ່ຍອດຈາກໄມ້ຖູ່ໄຟຟ້າທີ່ມີຄຸນສົມບັດຄືກັບທີ່ເຄີຍຖືກຜະລິດອອກມາກ່ອນໜ້ານີ້ (ສາມາດອ່ານເພີ່ມໄດ້ທີ່: https://laox.la/techonology/23200/)
ທັງນີ້ ທີມວິໄຈໄດ້ພັດທະນາອຸປະກອນນີ້ຂຶ້ນໂດຍໃຫ້ຄວາມສໍາຄັນກັບສຸຂະພາບເປັນຫຼັກ ເພາະວ່າການຮັບປະທານເກືອ ຫຼື ອາຫານຣົດເຄັມໃນປະລິມານຫຼາຍເກີນໄປມີຄວາມສ່ຽງຕໍ່ການເກີດໂຣກຄວາມດັນເລືອດສູງ ເຊິ່ງເປັນສາເຫດຂອງອາການຫົວໃຈວາຍ ແລະ ໂຣກຫຼອດເລືອດໃນສະໝອງ.

ຢ່າງໃດກໍດີ ທາງບໍລິສັດກ່າວວ່າອຸປະກອນນີ້ແມ່ນພ້ອມຈະຈໍາໜ່າຍໃນໄລຍະປີໜ້າ ພາຍໃຕ້ຊື່ວ່າ Erekisoruto (エレキソルト) ເຊິ່ງຖືໄດ້ວ່າຖ້ວຍບ່ວງແບບໃໝ່ນີ້ເປັນໜຶ່ງໃນນະວັດຕະກໍາທີ່ໜ້າສົນໃຈຫຼາຍ ແລະ ຫາກໃຜເປັນສາຍກິນເຄັມກໍຕ້ອງບໍ່ພາດທີ່ຈະຊື້ມາໃຊ້ງານຢ່າງແນ່ນອນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment