ໃນວັນທີ 17 ມັງກອນ 2021 ສຳນັກຂ່າວແຫ່ງຊາດກຳປູເຈຍ AKP ລາຍງານວ່າ ນາຍົກລັດຖະມົນຕີ ຮຸນເຊນ ປະກາດຕົວຂໍເປັນຄົນທຳອິດທີ່ເຂົ້າຮັບການສັກວັກຊີນປ້ອງກັນໂຣກໂຄວິດ-19 ຈາກ ປະເທດຈີນ ເພື່ອເປັນຕົວຢ່າງໃຫ້ກັບປະຊາຊົນ ຫຼັງຈາກທີ່ຈີນບໍລິຈາກວັກຊີນໃຫ້ເປັນຈຳນວນ 1 ລ້ານໂດສ.
ຮຸນ ເຊນ ອາຍຸ 68 ປີ ນາຍົກລັດຖະມົນຕີແຫ່ງກຳປູເຈຍ ເປີດເຜີຍວ່າ ເພື່ອເປັນການສ້າງຄວາມເຊື່ອໝັ້ນໃຫ້ກັບປະຊາຊົນ ແລະ ສົ່ງເສີມການເຄື່ອນໄຫວໃນການສູ້ກັບໂຣກໂຄວິດ-19 ຕົນຈຶ່ງຂໍປະກາດວ່າວັກຊີນເຂັມທຳອິດຈະຖືກສັກໃຫ້ກັບຕົວເອງ ໂດຍຕົນຈຳເປັນຕ້ອງເປັນແນວໜ້າ ເຊິ່ງເປັນນິໄສຂອງທ່ານນາຍົກມາຫຼາຍສິບປີແລ້ວ ແລະ ຈະສັກວັກຊີນໃຫ້ປະຊາຊົນຟຣີພາຍໃຕ້ຄວາມສະໝັກໃຈ.

ຕາມການລາຍງານລະບຸວ່າ ກຳປູເຈຍຈະໃຊ້ວັກຊີນຂອງຊິໂນຟາມ (Sinopharm) ເນື່ອງຈາກເປັນວັກຊີນທີ່ຈັດເກັບໃນອຸນຫະພູມ 2-8 ອົງສາເຊໄດ້ ເຊິ່ງງ່າຍຕໍ່ການເກັບຮັກສາກວ່າວັກຊີນຈາກຊາດອື່ນ.
ສຳລັບວັກຊີນຂອງຊິໂນຟາມນັ້ນ ມີການເປີດເຜີຍເຖິງປະສິດທິພາບເປັນຄັ້ງທຳອິດເມື່ອຕົ້ນເດືອນທັນວາ 2020 ທີ່ຜ່ານມາ ໂດຍກະຊວງສາທາລະນະສຸກຂອງສະຫະລັດອາຣັບເອມິເຣດ ຫຼື UAE ລະບຸວ່າ ມີປະສິດທິພາບໃນການປ້ອງກັນການຕິດເຊື້ອຢູ່ທີ່ 86% ກ່ອນທີ່ທາງຊິໂນຟາມຈະອອກມາຖະແຫຼງເມື່ອວັນທີ 30 ທັນວາ 2020 ວ່າມີປະສິດທິພາບໃນການປ້ອງກັນ 79% ໂດຍບໍ່ໄດ້ລະບຸເຖິງລາຍລະອຽດຂອງການທົດສອບ ແລະ ເຫດຜົນທີ່ມີການລາຍງານຕົວເລກອອກມາທີ່ແຕກຕ່າງກັນ.

ປັດຈຸບັນ ຜູ້ນຳຂອງກຳປູເຈຍຖືວ່າເປັນນາຍົກລັດຖະມົນຕີທີ່ຢູ່ໃນຕຳແໜ່ງດົນທີ່ສຸດໃນໂລກ ໂດຍຄອງຕຳແໜ່ງມາແລ້ວເປັນເວລາ 36 ປີດ້ວຍກັນ
ພາບ: China Dairy
ທີ່ມາ:
- https://www.facebook.com/153951094974177/posts/1515806168788656/?d=n&_rdc=2&_rdr
- https://www.akp.gov.kh/post/detail/225231
- https://www.bbc.com/news/world-asia-china-55212787