ການແຂ່ງຂັນບານເຕະຍິງ ຊິງແຊ້ມເອເຊຍ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN’S ASIAN CUP 2024 ROUND 1 ແມ່ນຈະຈັດຂຶ້ນຢູ່ທີ່ ສປປ ລາວ ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 08 – 12 ມີນາ 2023 ໂດຍ ທີມຊາດລາວ ຢູ່ຮ່ວມກຸ່ມ ເອ ຮ່ວມກັບ: ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟິລິບປິນ.
ສໍາລັບ ທີມຊາດລາວ ແມ່ນໄດ້ເລີ່ມເກັບຕົວເຝິກຊ້ອມ ນັບຕັ້ງແຕ່ ວັນທີ 10 ມັງກອນ 2023 ໂດຍແມ່ນ ທ່ານ ວຽງສະຫວັນ ໄຊຍະບູນ ເປັນຫົວຫນ້າຄູເຝິກ, ຜົນງານຜ່ານມາໄດ້ນຳພາ ທີມບານເຕະຍິງ ນະຄອນຫຼວງວຽງຈັນ ຄວ້າ 2 ແຊ້ມໃນປີ 2022 ຄື: ການແຂ່ງຂັນກິລາບານເຕະແຫ່ງຊາດປະຈຳປີ 2022 ແລະ ງານມະຫະກໍາກິລາແຫ່ງຊາດຄັ້ງທີ XI ຊຽງຂວາງເກມ, ການຄັດເລືອກນັກກິລາ ແມ່ນໄດ້ເອີ້ນນັກກິລາເກັບຕົວເຝິກຊ້ອມຈຳນວນ 35 ຄົນ ທີ່ມາຈາກຫຼາຍແຂວງເຊັ່ນ: ນະຄອນຫຼວງ, ແຂວງຈຳປາສັກ, ແຂວງຫຼວງພະບາງ, ແຂວງວຽງຈັນ, ແຂວງອຸດົມໄຊ, ແຂວງສະຫວັນນະເຂດ ແລະ ແຂວງຊຽງຂວາງ, ສ່ວນການຄັດຕົວນັກກິລາ ແມ່ນຈະຄັດເປັນແຕ່ໄລຍະ ເພື່ອກຽມຄວາມພ້ອມ ອຸ່ນເຄື່ອງກັບປະເທດເພື່ອນບ້ານ ໃນຕົ້ນເດືອນກຸມພາ.

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
– ວັນທີ 08 ມີນາ 2023 ເວລາ 19:30 ລາວ ພົບ ເຂດປົກຄອງພິເສດຮົງກົງ
– ວັນທີ 10 ມີນາ 2023 ເວລາ 19:30 ຟິລິບປິນ ພົບ ລາວ
– ວັນທີ 12 ມີນາ 2023 ເວລາ 19:30 ຈີນ ພົບ ລາວ
ທຸກນັດແມ່ນຈະແຂ່ງຂັນກັນທີ່ສະໜາມກິລາແຫ່ງຊາດ ຫຼັກ 16

ຂອບໃຈຂໍ້ມູນຈາກ: https://bit.ly/3iRFofX
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/