ການປັ່ນລາຄາແມ່ນຫຍັງ? ຊວນມາຮູ້ຈັກກັບຈິດຕະວິທະຍາຂອງການປັ່ນລາຄາ


ທຸກຄົນມີໃຜເຄີຍເຫັນຂ່າວບໍ່? ກ່ອນໜ້ານີ້ ເຄີຍມີກະແສນິຍົມຊື້ຕົ້ນກ້ວຍໃບດ່າງ ລວມທັງລາຄາຕົ້ນໄມ້ປະດັບອື່ນໆ ຈົນເຮັດໃຫ້ລາຄາສູງຜິດປົກກະຕິ, ຕໍ່ມາກໍມີການປັ່ນລາຄາຜ້າປິດປາກ, ປັ່ນລາຄາສິນຄ້າບໍລິໂພກຢູ່ທ້ອງຕະຫຼາດ ເປັນຕົ້ນ. ຫຼາຍຄົນອາດເຄີຍໄດ້ຍິນຄຳວ່າ “ປັ່ນລາຄາ” ແຕ່ສ່ວນໃຫຍ່ອາດບໍ່ໄດ້ໃຫ້ຄວາມສຳຄັນຫຼາຍປານໃດ ເພາະຄິດວ່າມັນເປັນເລື່ອງໄກຕົວ, ເຊິ່ງຄວາມຈິງແລ້ວ ການປັ່ນລາຄາມີຜົນຕໍ່ການປ່ຽນແປງຂອງເງິນຢູ່ໃນກະເປົາຂອງເຮົາໂດຍກົງ. ສະນັ້ນ, ໃນຖານະທີ່ເຮົາເປັນຜູ້ບໍລິໂພກ ເຮົາຈຶ່ງຄວນຮູ້ຈັກກັບຈິດຕະວິທະຍາຂອງການປັ່ນລາຄາ ເພື່ອປົກປ້ອງຕົນເອງຈາກຜົນກະທົບ ແລະ ຊ່ວຍໃຫ້ເຮົາລະມັດລະວັງບໍ່ຕົກເປັນເຫຍື່ອຂອງການຕະຫຼາດຈາກໂຄສະນາຊວນເຊື່ອຕ່າງໆໄດ້ຢ່າງງ່າຍດາຍ.

ເມື່ອເວົ້າເຖິງການປັ່ນລາຄາ ມັກຈະມີຫຼາຍຮູບແບບ ແຕ່ເຕັກນິກທີ່ພົບເລື້ອຍໆ ແມ່ນການຕັ້ງລາຄາທີ່ສູງ ຫຼື ຕ່ຳ ເກີນໄປ ເພື່ອຈຸດປະສົງໃນການຕັດຄູ່ແຂ່ງ ຕົວຢ່າງເຊັ່ນ: ການຕັ້ງລາຄາທີ່ສູງເກີນໄປ ແລ້ວຄ່ອຍໆຫຼຸດລົງ ຫຼື ຕັ້ງລາຄາຕ່ຳກວ່າຕົ້ນທຶນກ່ອນ ເພື່ອກຳຈັດຄູ່ແຂ່ງ ແລະ ຜູກຂາດຕະຫຼາດ ເປັນຕົ້ນ. ບໍ່ວ່າຈະດ້ວຍວິທີໃດກໍຕາມ ມັນກໍເປັນສິ່ງທີ່ຜິດກົດໝາຍຢູ່ໃນຫຼາຍປະເທດ ທັງສົ່ງຜົນເສຍຕໍ່ການແຂ່ງຂັນທາງທຸລະກິດທີ່ສຳຄັນ ແລະ ສົ່ງຜົນເສຍຕໍ່ຜູ້ບໍລິໂພກ. ຖ້າເຮົາຢາກຮູ້ວ່າ ເຮົາກຳລັງຈະຕົກເປັນເຫຍື່ອຂອງການຕະຫຼາດຢູ່ຫຼືບໍ່ ເຮົາອາດຕ້ອງໄດ້ພິຈາລະນາດັ່ງນີ້:

  1. ລາຄາສິນຄ້າຕ່ຳກວ່າລາຄາປົກກະຕິ ແຕ່ເບື້ອງຫຼັງແມ່ນບວກຄ່າທໍານຽມສ່ວນອື່ນເຕັມສ່ວນແລ້ວ

ລາຄາສິນຄ້າ ແລະ ການບໍລິການບາງຢ່າງ ຢູ່ໆກໍປັບຫຼຸດລາຄາຕ່ຳກວ່າປົກກະຕິ ແຕ່ຖ້າເຮົາບໍ່ໄດ້ມີການຕິດຕາມຂໍ້ມູນກ່ອນໜ້ານີ້ ຈະພົບພາຍຫຼັງວ່າ ລາຄາສ່ວນຫຼຸດທີ່ເຮົາຊື້ນັ້ນ ມັນໄດ້ຖືກບວກເພີ່ມໃນສ່ວນຂອງຄ່າທຳນຽມເປັນທີ່ຮຽບຮ້ອຍແລ້ວ.

  1. ກະຕຸ້ນການຂາຍ ດ້ວຍຈິດຕະວິທະຍາອ້າງອີງເຖິງຄວາມຈໍາເປັນ ແລະ ຮີບດ່ວນ

ທ່ານເຄີຍເຫັນຄໍາໂຄສະນານີ້ຜ່ານຕາທາງອອນລາຍ ຫຼື ບໍ່? ເຊັ່ນ: ຂາຍດ່ວນ ເຫຼືອພຽງແຕ່ 3 ອັນສຸດທ້າຍ (ຄວາມເປັນຈິງ ຍັງມີສິນຄ້າຫຼັງຮ້ານອີກ

ຫຼາຍ), ຮ້ານຈະປິດກິດຈະການ ເທຂາຍອອກໃນລາຄາຂາດທຶນ (ແຕ່ຄວາມຈິງຍັງຂາຍປົກກະຕິ ແລະ ລາຄາຂາຍນັ້ນກໍບໍ່ໄດ້ຫຼຸດແຕ່ຢ່າງໃດ),ຫຼຸດລາຄາ 50% ມື້ສຸດທ້າຍ (ມື້ຕໍ່ໄປກໍຍັງຫຼຸດລາຄາຢູ່ຄືເກົ່າ).

  1. ປັ່ນໃຫ້ຊື້ດ້ວຍການອ້າງອີງຈາກບຸກຄົນທີ່ມີຊື່ສຽງ

ການໂຄສະນາອີກວິທີໜຶ່ງທີ່ສາມາດກະຕຸ້ນໃຫ້ເກີດຄວາມເຊື່ອຖືແກ່ລູກຄ້າ ກໍຄືການຈ້າງຣີວິວ ໂດຍອາດຈ້າງບຸກຄົນທີ່ມີຊື່ສຽງໂດ່ງດັງມາເປັນຜູ້ຣີວິວໃຫ້. ໃນຄວາມເປັນຈິງ ອາດມີທັງຣີວິວທີ່ຈິງໃຈ ແລະ ຣີວິວທີ່ໂຄສະນາເກີນຈິງ ເຊິ່ງຜູ້ບໍລິໂພກຄວນສົມທຽບຂໍ້ມູນຈາກຫຼາຍແຫຼ່ງກ່ອນຕັດສິນໃຈຊື້.

  1. ປັ່ນດ້ວຍຈິດຕະວິທະຍາຄວາມຢ້ານ ແລະ ຄວາມໂລບຂອງຄົນ

ຄວາມຢ້ານ ແລະ ຄວາມໂລບຂອງຄົນ ເປັນອີກສິ່ງໜຶ່ງທີ່ນັກປັ່ນລາຄາ ນິຍົມໃຊ້ຈິດຕະວິທະຍາມາປັ່ນຫຼາຍທີ່ສຸດ ດ້ວຍຮູບການສ້າງພາວະຂາດແຄນທຽມ ເຮັດໃຫ້ສິນຄ້າຊະນິດນັ້ນເບິ່ງຄືຂາດແຄນ, ມີຈໍານວນຈໍາກັດ ແລະ ລາຄາອາດກໍາລັງຈະປັບຂຶ້ນສູງ ເຊັ່ນ: ມີຜູ້ປ່ອຍຂ່າວວ່າ ຈະເກີດສົງຄາມ ແລະ ນ້ຳມັນຈະຂາດຕະຫຼາດ ກໍຈະເຮັດໃຫ້ຜູ້ຄົນໃນສັງຄົມຈະຕົກໃຈແຕກຕື່ນ ຮີບຊື້ກັກຕຸນນ້ຳມັນໄວ້ໃຊ້. ສະນັ້ນ, ກ່ອນທີ່ຈະເຊື່ອຖືຂ່າວໃດໜຶ່ງ ເຮົາຄວນກວດສອບຄວາມຖືກຕ້ອງຂອງຂໍ້ມູນຈາກແຫຼ່ງທີ່ເຊື່ອຖືໄດ້ເສຍກ່ອນ.

  1. ຢູ່ດີໆລາຄາສິນຄ້າທີ່ບໍ່ເຄີຍເປັນທີ່ນິຍົມ ກໍເພີ່ມສູງຂຶ້ນຈົນຜິດປົກກະຕິ

ສັງເກດວ່າ ສິນຄ້າຊະນິດໃດໜຶ່ງ ກ່ອນໜ້ານີ້ບໍ່ເຄີຍເປັນທີ່ນິຍົມເລີຍ ແຕ່ຢູ່ມາບໍ່ດົນ ກໍເກີດກະແສເຮັດໃຫ້ລາຄາສິນຄ້າປັບເພີ່ມຂຶ້ນສູງຈົນຜິດປົກກະຕິ ສັນນິຖານກ່ອນໄວ້ວ່າອາດມີຜູ້ຢູ່ເບື້ອງຫຼັງຂອງການປັ່ນລາຄາໃນຄັ້ງນີ້. ສະນັ້ນ, ໃນຖານະທີ່ເຮົາເປັນຜູ້ບໍລິໂພກ ຈຶ່ງຄວນພິຈາລະນາໃຫ້ຮອບຄອບ ກ່ອນທີ່ຈະຊື້ຕາມກະແສ ຫຼື ຊື້ຍ້ອນຢ້ານລາຄາປັບຂຶ້ນ.

  1. ປັ່ນດ້ວຍ Limited Edition ຫຼື ສິດທິພິເສດ VIP:

ບໍ່ວ່າຈະເປັນສິ່ງຂອງໃດໜຶ່ງ ທີ່ເປັນສິ່ງຫາຍາກ ຫຼື ສິນຄ້າໃດໜຶ່ງທີ່ບອກວ່າ ມີຢ່າງດຽວໃນໂລກ ກໍຈະປັ່ນໃຫ້ຜູ້ຄົນຕ່າງກໍຢາກໄດ້ມາຄອບຄອງ ເຊິ່ງເປັນການປັ່ນລາຄາດ້ວຍຈິດຕະວິທະຍາໃຫ້ຄວາມຮູ້ສຶກພິເສດ, ຄວາມຮູ້ສຶກໂດດເດັ່ນ ທີ່ໄດ້ຄອບຄອງສິ່ງທີ່ຫາໄດ້ຍາກ.

  1. ຊື້ອັນດຽວບໍ່ຄຸ້ມ ຊື້ເປັນຊຸດຄຸ້ມຄ່າກວ່າ:

ທ່ານເຄີຍເຫັນຮູບແບບການປັ່ນລາຄາແບບນີ້ຫຼືບໍ່? ເມື່ອທ່ານຊື້ອັນດຽວ ຕ້ອງຊື້ດ້ວຍລາຄາທີ່ສູງຈົນຜິດປົກກະຕິ ແຕ່ຖ້າຊື້ເປັນຊຸດ ຊ້ຳພັດໃຫ້ຄວາມຮູ້ສຶກວ່າໄດ້ຄຸ້ມຄ່າກວ່າ. ຄວາມຈິງແລ້ວ ຖ້າຫາກເຮົາເບິ່ງລະອຽດ ຈະຮູ້ວ່າບາງຄັ້ງການຊື້ເປັນຊຸດ ບໍ່ໄດ້ມີຄວາມຈໍາເປັນສຳລັບເຮົາເລີຍ ເຊິ່ງເຮົາອາດຈະບໍ່ໄດ້ໃຊ້ທັງໝົດທີ່ຊື້ມາ.

  1. ເລກມຸງຄຸນ 9 ຍັງນິຍົມຢູ່ສະເໝີ:

ຄວາມຈິງແລ້ວ ບໍ່ແມ່ນເພື່ອຕັ້ງລາຄາອ້າງອີງຕາມເລກມຸງຄຸນສະເໝີໄປ ແຕ່ຈຸດປະສົງເບື້ອງຫຼັງກໍເພື່ອໃຫ້ຜູ້ຊື້ ເຂົ້າໃຈວ່າລາຄານີ້ແມ່ນລາຄາທີ່ຖືກລົງແລ້ວ ເຊັ່ນ: ເສື້ອຍືດ ລາຄາ 99.000 ກີບ ເປັນຕົ້ນ.

ສະຫຼຸບແລ້ວ, ໃນຖານະທີ່ພວກເຮົາເປັນຜູ້ບໍລິໂພກ ມັນມີຄວາມຈໍາເປັນທີ່ຈະຕ້ອງມີຄວາມຮູ້ພື້ນຖານກ່ຽວກັບການປັ່ນລາຄາ ເພື່ອປົກປ້ອງຕົນເອງບໍ່ໃຫ້ຕົກເປັນເຫຍື່ອຂອງຜູ້ປັ່ນລາຄາໃນທ້ອງຕະຫຼາດ. ທັງນີ້, ຈະຕ້ອງຕິດຕາມຂ່າວສານ, ກວດສອບ, ຫາຂໍ້ມູນດ້ວຍຕົນເອງຢ່າງລະອຽດ, ປຽບທຽບລາຄາຈາກຫຼາຍຊ່ອງທາງ, ມີຄວາມລະມັດລະວັງຕໍ່ຮູບແບບການຕັ້ງລາຄາທີ່ເພີ່ມຂຶ້ນ ຫຼື ຫຼຸດລົງ ຈົນຜິດປົກກະຕິ, ບໍ່ໃຈຮ້ອນດ່ວນຕັດສິນໃຈໄວຈົນເກີນໄປຕາມກະແສສັງຄົມ ຈຶ່ງຈະເຮັດໃຫ້ການຕັດສິນໃຈຊື້ຂອງເຮົາມີຄວາມປອດໄພ ບໍ່ຕົກເປັນເຫຍື່ອຂອງຜູ້ປັ່ນລາຄາຫຼອກລວງຜູ້ບໍລິໂພກໃນທ້ອງຕະຫຼາດ.  

ແຫຼ່ງຂໍ້ມູນອ້າງອີງ:

https://t.ly/74pjl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/