​ການບິນ​ລາວ​ເປີດຖ້ຽວບິນໂດຍກົງ ປາກເຊ-​ກວາງ​ໂຈ


ລັດວິສາຫະກິດ ການບິນ​ລາວ​ຈະ​ເລີ່ມ​ຖ້ຽວ​ບິນ​ໂດຍ​ກົງ​ລະຫວ່າງ​ເມືອງ​ປາກ​ເຊ​ຫາ​ ເມືອງກວາງ​ໂຈ ແຂວງກວາງຕົງ ທາງໃຕ້ຂອງ ສປ ຈີນ ​ໃນ​ວັນ​ອາທິດ​ນີ້, ​ສະໜອງ​ອີກ​ທາງ​ໜຶ່ງ​ໃນ​ການ​ເດີນທາງ​ໃນ​ໄລຍະປີທ່ອງທ່ຽວ​ລາວ 2024.

ໂດຍເສັ້ນທາງດັ່ງກ່າວ ຈະໃຫ້ບໍລິການໂດຍ Airbus A320, ໂດຍມີ 1 ຖ້ຽວບິນຕໍ່ອາທິດອອກເດີນທາງຈາກປາກເຊໃນວັນອາທິດ ເວລາ 23:15 ໂມງ ແລະ ຮອດກວາງໂຈ ໃນເວລາ 02:05 ໂມງເຊົ້າຂອງວັນຈັນ. ຖ້ຽວບິນຂາກັບອອກຈາກກວາງໂຈເວລາ 03:05 ໂມງເຊົ້າຂອງວັນຈັນ, ມາຮອດເມືອງປາກເຊ ເວລາ 04:05 ໂມງເຊົ້າ.

ອີງຕາມການລາຍງານຂອງ ການບິນລາວ. ປີ້ໄປກັບໃນຖ້ຽວບິນຖ້ຽວທຳອິດນີ້ ຈະສາມາດຊື້ໄດ້ໃນລາຄາພິເສດ 2,888,000 ກີບ ເຊິ່ງລາຄາປົກກະຕິແມ່ນ 3 ລ້ານກີບ.

ບໍລິສັດການບິນລາວຍັງໄດ້ກຳນົດເສັ້ນທາງການບິນໃໝ່ຈາກວຽງຈັນຫາພະນົມເປັນ,ກຳປູເຈຍ ແລະ ກ່ອນໜ້ານີ້ໄດ້ເລີ່ມຖ້ຽວບິນລະຫວ່າງຫຼວງພະບາງກັບເມືອງສາງຊາຂອງຈີນຄືນໃໝ່. ໃນ​ຂະ​ນະ​ທີ່ VietJet ໄດ້​ລິ​ເລີ່ມ​ຖ້ຽວ​ບິນ​ລະ​ຫວ່າງ​ນະ​ຄອນ​ຫຼວງ​ວຽງ​ຈັນ ແລະ ໂຮ່​ຈີ​ມິນ ແລະ  AirAsia ໄດ້​ເລີ່ມ​ຖ້ຽວ​ບິນ​ລະ​ຫວ່າງ ວຽງ​ຈັນ ແລະ ມາ​ເລ​ເຊຍ.

ໃນເດືອນແລ້ວກ່ອນນີ້, ສາຍການບິນຮົງກົງໄດ້ເລີ່ມຖ້ຽວບິນປະຈໍາອາທິດມາລາວເພື່ອຕອບສະໜອງຄວາມຕ້ອງການການເດີນທາງທີ່ເພີ່ມຂຶ້ນ ແລະ ສ້າງຄວາມເຂັ້ມແຂງເຄືອຂ່າຍການຂົນສົ່ງທາງອາກາດໃນພາກພື້ນ.

ຖ້ຽວ​ບິນ​ໃໝ່​ເຫຼົ່າ​ນີ້​ຈະ​ຊຸກຍູ້​ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ລາວ​ໂດຍ​ສະ​ເພາະ​ແມ່ນ​ຈາກ​ພາກ​ໃຕ້​ຂອງ​ຈີນ. ຈຳນວນ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ມາ​ທ່ຽວ​ລາວ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ໃນ​ປີ​ນີ້ ​ເມື່ອ​ທຽບ​ໃສ່​ປີ​ກາຍ.

ອີງຕາມກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ໃນປີ 2022, ນັກທ່ອງທ່ຽວຈີນເຂົ້າມາລາວປະມານ 45,000 ຄົນ, ເຊິ່ງໃນປີ 2023 ມັນໄດ້ເພີ່ມຂຶ້ນເປັນ 641,314 ຄົນ ແລະໃນ 3 ເດືອນຕົ້ນປີ 2023 ນີ້, ມີນັກທ່ອງທ່ຽວຈີນເຂົ້າມາທ່ຽວຢູ່ລາວ 242,193 ຄົນ.

https://www.facebook.com/photo/?fbid=430375696280274&set=a.233543335963512

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/