ເຊື່ອວ່າຫຼາຍຄົນກໍຄົງຈະເຄີຍເປັນຄືກັນ ທີ່ຫຼັງຈາກເຮົາຕື່ນນອນບໍ່ວ່າຈະຕອນເຊົ້າ ຫຼື ຕອນບ່າຍ ທີ່ບາງເທື່ອເຮົາກໍມັກຈະຮູ້ສຶກເຈັບຄໍ ແບບກະທັນຫັນ ທັ້ງໆທີ່ກ່ອນຈະເຂົ້ານອນ ຫຼື ພັກຜ່ອນນັ້ນຍັງບໍ່ມີອາການຫຍັງເລີຍ ແຕ່ເມື່ອຕື່ນນອນມາກໍມີອາການເຈັບຄໍແບບງົງໆ.

ໂດຍອາການເຈັບຄໍນັ້ນກໍມີຫຼາຍສາເຫດ ເປັນຕົ້ນແມ່ນເກີດຈາກການອັກເສບຂອງລຳຄໍ ແລະ ການລະຄາຍເຄືອງຄໍ. ການອັກເສບຂອງລຳຄໍ ນັ້ນກໍເກີດໄດ້ຈາກຫຼາຍສາເຫດເຊັ່ນກັນ ຍົກຕົວຢ່າງ ສານກໍ່ພູມແພ້ຕ່າງໆ ທີ່ຈະເຂົ້າໄປກະຕຸ້ນພູມຕ້ານທານຕ່າງໆ ເຮັດວຽກໜັກຈົນເຮັດໃຫ້ຄໍມີການອັກເສບໄດ້, ການເປັນກົດໄຫຼຢ້ອນຕອນນອນ, ການສູບຢາ ແລະ ການດື່ມແອລກໍຮໍ ກໍສາມາດທຳລາຍເນື້ອເຍື່ອ ບໍລິເວນລຳຄໍຈົນເກີດການອັກເສບ ແລະ ສຸດທ້າຍກໍອາດເກີດຈາກການຕິດເຊື້ອແບັກທີເຣຍຫຼືໄວຣັສຕ່າງໆໄດ້ເຊັ່ນກັນ.

ສ່ວນການລະຄາຍເຄືອງຂອງຄໍກໍສາມາດເກີດຈາກການຂາດນ້ໍາໃນຮ່າງກາຍ ເມື່ອເຮົາດື່ມນໍ້າໜ້ອຍເກີນໄປຕະຫຼອດມື້ ແລະ ເມື່ອເຮົາເຂົ້ານອນເຮົາບໍ່ໄດ້ລຸກຂຶ້ນດື່ມນ້ຳອີກໃນຫຼາຍໆຊົ່ວໂມງ. ຈົນລຳຄໍແຫ້ງ ແລະຖູສຽດສີກັນຈົນມີອາການເຈັບ, ນອນກັບແອທີ່ເຢັນ, ເປີດພັດລົມແຮງເກີນໄປ, ຫຼື ນອນອ້າປາກ ກໍເປັນອີກເຫດຜົນໜຶ່ງທີ່ເຮັດໃຫ້ເຮົາສູນເສຍຄວາມຊຸ່ມຊື່ນອອກໄປຈົນເຮັດໃຫ້ລຳຄໍແຫ້ງໄດ້. ນອກຈາກນີ້ ກໍຍັງມີການໃຊ້ສຽງດັງ ຫຼື ໃຊ້ສຽງໃນລະຫວ່າງມື້ຫຼາຍເກີນໄປ ກໍສາມາດເຮັດໃຫ້ເຈັບຄໍໄດ້ເຊັ່ນກັນ.
ເຊິ່ງການຈະບັນເທົາ ອາການເຈັບຄໍກໍມີຫຼາຍວິທີ ເຊັ່ນການດື່ມນ້ໍາ ຫຼື ນໍ້າຊາອຸ່ນໆ ທີ່ນອກເໜືອຈາກການຊ່ວຍໃຫ້ຮ່າງກາຍມີຄວາມຊຸ່ມຊື່ນ ມັນຍັງຊ່ວຍຂະຫຍາຍຫຼອດເລືອດໃນຄໍ ຈົນສາມາດລົດຜ່ອນການອັກເສບໃນຄໍໄດ້ເຊັ່ນດຽວກັນ.

ອີກໜຶ່ງວິທີງ່າຍໆໃນການບັນເທົາອາການເຈັບຄໍກໍຄື ການໃຊ້ຢາອົມ ຫຼື ສະເປພົ່ນຄໍ ທີ່ຈະຊ່ວຍໃຫ້ເກີດຄວາມຊຸ່ມຊື່ນ ແລະ ມີລິດລົດການອັກເສບ ເຊິ່ງມັນສາມາດຊ່ວຍບັນເທົາອາການເຈັບຄໍຈາກທັງສອງສາເຫດເຊັ່ນດຽວກັນ.
ແຕ່ລອງວິທີເຫຼົ່ານີ້ແລ້ວອາການຍັງບໍ່ດີຂຶ້ນ ພວກເຮົາອາດຈະຕ້ອງການພັກຜ່ອນຫຼາຍຂຶ້ນ ເພື່ອໃຫ້ລະບົບພູມຕ້ານທານຂອງພວກເຮົາຟື້ນຕົວ ຈົນຄໍເຮົາເຊົາອັກເສບ ຫຼືຖ້າໃຜມີອາການໄຂ້ສູງ ບໍ່ດີຂຶ້ນເລີຍ ກໍແນະນຳໃຫ້ໄປປຶກສາທ່ານໝໍ ຈະເປັນການດີທີ່ສຸດ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/