ໃນປັດຈຸບັນ Cryptocurrency ນັ້ນມີຫຼາຍກວ່າ 10,000 ລາຍການ ແລະ ມີໂທເຄັນໃໝ່ປາກົດຂຶ້ນມາຕະຫຼອດເວລາ ເຊິ່ງໃນແຕ່ລະໂທເຄັນກໍຈະມີການໃຊ້ງານ ແລະ ເລື່ອງລາວທີ່ແຕກຕ່າງກັນ. ໃນມືນີ້ເຮົາຈະຈໍາແນກປະເພດຫຼຽນ Crypto ອອກເປັນກຸ່ມເພື່ອໃຫ້ນັກລົງທຶນທັງໜ້າໃໝ່ ແລະ ໜ້າເກົ່າໃນໂລກ Crypto ໄດ້ເຂົ້າໃຈຄວາມໝາຍຂອງແຕ່ລະປະເພດຫຼຽນນັ້ນຫຼາຍຂຶ້ນ.
- ກຸ່ມຮັກສາມູນຄ່າ (Store of Value)
ກຸ່ມຮັກສາມູນຄ່າ ແມ່ນກຸ່ມຂອງຫຼຽນທີ່ສາມາດເພີ່ມກໍາລັງການຊື້ໄດ້ເມື່ອໃນໄລຍະເວລາຜ່ານໄປ ແລະ ເປັນຫຼຽນທີ່ມີອຸປະທານຈຳກັດເຊັ່ນ: Bitcoin ທີ່ມີຈຳນວນອຸປະທານຈຳກັດພຽງແຕ່ 21 ລ້ານຫຼຽນ, ໂດຍຫຼຽນ Crypto ທີ່ຢູ່ໃນກຸ່ມຮັກສາມູນຄ່ານີ້ ຈະແຕກຕ່າງຈາກສະກຸນເງິນ fiat ທີ່ມີອຸປະທານແບບບໍ່ມີທີ່ສິ້ນສຸດຈາກການພິມທະນະບັດຂອງທະນາຄານກາງແຕ່ລະປະເທດເພື່ອເພີ່ມປະລິມານເງິນໃນລະບົບເສດຖະກິດ ເຊິ່ງອາດເຮັດໃຫ້ເກີດອັດຕາເງິນເຟີ້ ແລະ ນໍາໄປສູ່ການສູນເສຍກໍາລັງການຊື້ໄປເລື້ອຍໆ.
ນອກເໜືອຈາກ Bitcoin ແລ້ວ ກໍຍັງມີຫຼຽນໃນກຸ່ມຮັກສາມູນຄ່າອື່ນໆເຊັ່ນ Litecoin (LTC), Bitcoin Cash (BCH) ແລະອື່ນໆ.
- ກຸ່ມສັນຍາອັດສະລິຍະ (Smart Contract)
ແມ່ນກຸ່ມຫຼຽນທີ່ເປັນເຄືອຂ່າຍ Blockchain ເຊິ່ງສາມາດໃຊ້ ສັນຍາອັດສະລິຍະ (Smart Contract) ໄດ້. ໂດຍ Smart Contract ຈະແມ່ນຂະບວນການດິຈິຕອນທີ່ກຳນົດຂັ້ນຕອນໃນການເຮັດທຸລະກຳແບບອັດຕະໂນມັດໄວ້ລ່ວງໜ້າ ໂດຍບໍ່ຕ້ອງອາໄສຕົວກາງ ນີ້ຈະຊ່ວຍໃຫ້ນັກພັດທະນາສາມາດສ້າງແພລັດຟອມ DeFi ແລະ Dapp ໃນເຄືອຂ່າຍເຫຼົ່ານີ້.
ຕົວຢ່າງຂອງຫຼຽນໃນກຸ່ມ Smart Contract ອື່ນໆເຊັ່ນ: Ethereum (ETH), Cardano (ADA), Solana (SOL) ແລະ Kusama (KSM) ເປັນຕົ້ນ
- ກຸ່ມ Stablecoin
Stablecoin ຖືກສ້າງຂຶ້ນມາເພື່ອເຮັດໃຫ້ມູນຄ່າຂອງຫຼຽນມີສະຖຽນລະພາບຫຼາຍຂຶ້ນໂດຍການອ້າງອີງເຖິງມູນຄ່າຂອງຊັບສິນບາງຢ່າງ ເພື່ອໃຊ້ສຳລັບເຊື່ອມຕໍ່ລະຫວ່າງສະກຸນເງິນ fiat ແລະ cryptocurrencies ໃນແງ່ຂອງຄວາມໝັ້ນຄົງ, ຄວາມໂປ່ງໃສ ແລະ ຄ່າທໍານຽມໃນການເຮັດທຸລະກໍາທີ່ຕໍ່າ
Stablecoin ໄດ້ແບ່ງອອກເປັນ 4 ປະເພດຄື:
- Fiat-Collateralized (ຜູກມັດກັບສະກຸນເງິນ Fiat)
- Commodity-Collateralized (ຜູກມັດກັບສິນຄ້າ)
- Crypto-Collateralized (ຜູກມັດກັບ crypto)
- Non-Collateralized (ບໍ່ຜູກມັດກັບຫຍັງເລີຍ)
ຕົວຢ່າງຫຼຽນໃນກຸ່ມ Stablecoin ເຊັ່ນ “USDT” ແລະ “USDC” ຖືກຈັດປະເພດໃນປະເພດ fiat-collateralized ທີ່ຜູກມັດກັບສະກຸນເງິນໂດລາ (USD) ໃນອັດຕາສ່ວນ 1:1
- ກຸ່ມ DeFi
Decentralized Finance ຫຼື ເອີ້ນສັ້ນໆວ່າ DeFi ແມ່ນລະບົບການເງິນທີ່ບໍ່ມີຕົວກາງ. ໂປໂຕຄອນ ແລະ ແພລັດຟອມ DeFi ສ່ວນໃຫຍ່ຖືກສ້າງຂຶ້ນໃນ Ethereum Blockchain ຈຶ່ງຖືກເອີ້ນວ່າໂທເຄັນ (Token). ໂດຍຫຼຽນໂທເຄັນເຫຼົ່ານີ້ຈະສາມາດໃຊ້ໄດ້ພຽງໃນແພລັດຟອມຂອງຜູ້ອອກຫຼຽນເທົ່ານັ້ນ ແລະ ມູນຄ່າຂອງຫຼຽນກໍຈະມາຈາກຄວາມນິຍົມຂອງແພລັດຟອມຂອງຜູ້ອອກ ລວມທັງຄວາມນິຍົມໃນ DeFi ນຳ.
ຕົວຢ່າງຂອງກຸ່ມຫຼຽນ DeFi ອື່ນໆເຊັ່ນ: Maker (MKR), SushiSwap (SUSHI), Uniswap (UNI), Pancakeswap (CAKE) ແລະ Aave (AAVE) ເປັນຕົ້ນ.
- ກຸ່ມສົ່ງຕໍ່ມູນຄ່າ (Value Transfer)
ຫຼຽນກຸ່ມນີ້ໄດ້ຖືກພັດທະນາເພື່ອແກ້ໄຂບັນຫາການເຮັດທຸລະກໍາເຊັ່ນ: ການໂອນເງິນລະຫວ່າງປະເທດ, ການແປງເປັນຫຼຽນ ເພື່ອໃຫ້ໂອນເງິນໄດ້ຢ່າງວ່ອງໄວ ແລະ ມີຄ່າທໍານຽມທີ່ຕໍ່າກວ່າຫຼຽນປະເພດອື່ນໆ. ໃນປັດຈຸບັນ, ທະນາຄານຈໍານວນຫຼາຍທົ່ວໂລກໃຊ້ຫຼຽນເຫຼົ່ານີ້ເພື່ອໂອນເງິນ.
ຕົວຢ່າງຂອງກຸ່ມຫຼຽນສົ່ງຕໍ່ມູນຄ່າອື່ນໆເຊັ່ນ: XRP” (Ripple), Stellar (XLM), OMG (OMG Network) ແລະ Velo (VELO) ເປັນຕົ້ນ.
- ກຸ່ມ GameFi
ຫຼຽນກຸ່ມ GameFi ຖືກສ້າງຂຶ້ນມາເພື່ອໃຊ້ໃນເກມ ຫຼື ໂລກສະເໝືອນຈິງ (Metaverse) ເຊິ່ງຜູ້ຫຼິ້ນສາມາດຮັບຫຼຽນພາຍໃນເກມ ທີ່ເປັນຫຼຽນຫຼັກຂອງເກມນັ້ນໆ. ໂດຍຫຼຽນດັ່ງກ່າວສາມາດຊື້ໄອເທັມຕ່າງໆພາຍໃນເກມ ແລະ ຍັງສາມາດຂາຍໃນກະດານ Exchange ໄດ້ອີກດ້ວຍ
ຕົວຢ່າງຂອງກຸ່ມຫຼຽນ GameFi ອື່ນໆເຊັ່ນ: Decentraland (MANA), The Sandbox (SAND), Axie Infinity (AXS) ແລະ My Neighbor Alice (ALICE) ເປັນຕົ້ນ.
- ກຸ່ມຫຼຽນມີມ (Meme Coins)
ແມ່ນກຸ່ມຫຼຽນທີ່ສ້າງຂຶ້ນມາເພື່ອຄວາມມ່ວນຊື່ນ ເພື່ອລໍ້ລຽນເລື່ອງຕ່າງໆທີ່ເປັນກະແສໃນໂລກອອນໄລ ແຕ່ກັບໄດ້ຮັບຄວາມນິຍົມສູງໃນເວລາໜຶ່ງ ກຸ່ມຫຼຽນມີມນີ້ຈຶ່ງເໝາະແກ່ການເທຣດ ຫຼື ເນັ້ນເຮັດກຳໄລໃນໄລຍະສັ້ນໆເທົ່ານັ້ນ
ຕົວຢ່າງກຸ່ມຫຼຽນມີມອື່ນໆເຊັ່ນ: Dogecoin (DOGE), Shiba Inu (SHIB), Dogelon Mars (ELON), Dogs of Elon (DOE) ແລະ Samoyedcoin (SAMO) ເປັນຕົ້ນ
- ກຸ່ມຫຼຽນທີ່ອອກໂດຍທະນາຄານກາງ (CBDC)
Central Bank Digital Currency ຫຼື CBDC ແມ່ນສະກຸນເງິນດິຈິຕອນທີ່ອອກໂດຍທະນາຄານກາງຂອງປະເທດນັ້ນໆ ຄ້າຍຄືກັນກັບເງິນສົດທົ່ວໄປ ແຕ່ຈະປ່ຽນມາເປັນຮູບແບບດິຈິຕອນທີ່ສາມາດຊໍາລະໜີ້ໄດ້ຕາມກົດໝາຍຂອງປະເທດນັ້ນ.
ຕົວຢ່າງຂອງກຸ່ມຫຼຽນ CBDC ອື່ນເຊັ່ນ: Digital Yuan (e-CNY), Digital Baht ຂອງປະເທດໄທ ແລະ ອື່ນໆ.
ທີ່ມາ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/