ໃນໂລກຂອງເຮົາຍັງມີຫຼາຍຢ່າງທີ່ຍັງລໍຖ້າການຄົ້ນພົບ ເຊັ່ນດຽວກັບການຄົ້ນພົບຄັ້ງນີ້ໃນແອນຕາກຕິກ ທີ່ທີມນັກວິໄຈໄດ້ສຶກສາການລະລາຍຂອງແຜ່ນນ້ຳກ້ອນ ໂດຍການຂຸດເຈາະບໍລິເວນປາກນ້ຳທີ່ຢູ່ເທິງແຜ່ນນ້ຳກ້ອນແອນຕາກຕິກເລິກລົງໄປ 500 ແມັດ ຈົນພົບກັບສິ່ງທີ່ມີຊີວິດປິດສະໜາຢູ່ໃນນັ້ນ.

ທີມນັກວິໄຈທີ່ສຶກສາເລື່ອງນີ້ແມ່ນມາຈາກມະຫາວິທະຍາໄລນິວຊີແລນ ຮ່ວມກັບ National Institute of Water and Atmospherics (NIWA) ແລະ Geological and Nuclear Sciences (GNS) ໃນຂະນະທີ່ພວກເຂົາຂຸດເຈາະແຜ່ນນ້ຳກ້ອນຢູ່ນັ້ນ ກ້ອງທີ່ຕິດຢູ່ກັບເຄື່ອງມືສາມາດຈັບພາບຂອງແອມພີພອດ (Amphipod) ສັດທະເລຂະໜາດນ້ອຍທີ່ຢູ່ແຖວນັ້ນເປັນຈຳນວນຫຼາຍ.

Craig Stevens ນັກສະໝຸດສາດກາຍະພາບແຫ່ງສະຖາບັນນ້ຳ ແລະ ບັນຍາກາດແຫ່ງຊາດ ກ່າວວ່າ: ກ່ອນໜ້ານີ້ພວກເຂົາໄດ້ຂຸດເຈາະແຜ່ນນ້ຳກ້ອນໃນຫຼາຍພື້ນທີ່ ແຕ່ບໍ່ເຄີຍພົບສິ່ງທີ່ມີຊີວິດໃດອາໄສຢູ່ເລີຍ, ການຄົ້ນພົບຄັ້ງນີ້ຈຶ່ງມີຄວາມສຳຄັນຫຼາຍ ເນື່ອງຈາກວ່າມີການຄົ້ນພົບສິ່ງທີ່ມີຊີວິດ ກໍແປວ່າຈະຕ້ອງມີລະບົບນິເວດບາງຢ່າງໃນນັ້ນແນ່ນອນ, ເຊິ່ງອາດຈະນຳໄປສູ່ການຄົ້ນພົບສິ່ງທີ່ມີຊີວິິດທີ່ຍັງບໍ່ທັນມີໃຜຮູ້ຈັກຢູ່ໃນນັ້ນກໍເປັນໄດ້.

ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/