ການຂາດ ສີມືແຮງງານ ຍັງເປັນອຸປະສັກ ໃນການສົ່ງເສີມວຽກງານການທ່ອງທ່ຽວ


ປັດຈຸບັນການຂາດແຮງງານທີ່ມີສີມື ໂດຍສະເພາະໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ ຍັງເປັນອຸປະສັກ ໃນການສົ່ງເສີມວຽກງານການທ່ອງທ່ຽວ.

ຄຳຄິດເຫັນດັ່ງກ່າວ ມາຈາກ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນ ຊຸດທີ II ຄັ້ງວັນທີ 9 ກໍລະກົດ 2024 ພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ ແລະ ບັນດາສະມາຊິກສະພາປະຊາຊົນເຂດເລືອກຕັ້ງທີ I ເຂົ້າຮ່ວມ.

ວຽກງານທ່ອງທ່ຽວ ຖືເປັນວຽກງານສຳຄັນທີ່ຕິດພັນກັບການພັດທະນາເສດຖະກິດສົງຄົມ ຂອງ ສປປ ລາວ. ແຕ່ຢ່າງໃດກໍຕາມ ເບິ່ງຄືວ່າ ດ້ວຍສະພາບເສດຖະກິດໃນປັດຈຸບັນ ຈະເຮັດໃຫ້ ແຮງງານ ທີ່ມີສີມື ໂດຍສະເພາະໃນຂະແໜງການ ບໍລິການ ແລະ ການທ່ອງທ່ຽວ ຈະຫຼັ່ງໄຫຼອອກປະເທດໄປຈຳນວນຫຼາຍ ເພື່ອຫາໂອກາດທີ່ຈະໄດ້ຮັບລາຍໄດ້ທີ່ສູງກວ່າ. ເຮັດໃຫ້ ບໍ່ພຽງພໍຕໍ່ຄວາມຕ້ອງການແຮງງານຂອງ ບັນດາ ຮ້ານອາຫານໂຮງແຮມ ເພື່ອຮອງຮັບນັກທ່ອງທ່ຽວ ໄດ້ຫຼາຍເທົ່າທີ່ຄວນ.

ໂດຍບັນຫາດັ່ງກ່າວ ຖືກຍົກໃຫ້ເປັນ 1 ໃນຈຸດສຸມ ຂອງພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໃນວຽກສົ່ງເສີມການທ່ອງທ່ຽວ ພາຍໃນ ນະຄອນຫຼວງວຽງຈັນ.

ທ່ານ ນາງ ວຽງພອນ ແກ້ວຄູນສີ ກ່າວວ່າ: ໃນວຽກສົ່ງເສີມການທ່ອງທ່ຽວ ພາຍໃນ ນະຄອນຫຼວງວຽງຈັນ ແມ່ນພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແມ່ນຈະເອົາໃຈໃສ່ດັ່ງນີ້:

1). ບັນຫາຂາດແຄນແຮງງານທີ່ມີສີມື ໃນທຸລະກິດການທ່ອງທ່ຽວ, ຄວນຈະຕ້ອງໄດ້ມີການສ້າງຢ່າງເປັນລະບົບທັງໄລຍະສັ້ນ ແລະໄລຍະຍາວ, ພ້ອມນັ້ນກໍຕ້ອງສ້າງເງື່ອນໄຂ ແລະສິ່ງແວດລ້ອມທີ່ດີໃນການເຮັດວຽກເພື່ອຫຼຸດຜ່ອນບັນດາແຮງງານເຄື່ອນຍ້າຍ.

2). ບັນຫາຜູ້ປະກອບການທຸລະກິດຈໍານວນໜຶ່ງລະເມີດລະບຽບການຄຸ້ມຄອງ, ເຖິງວ່າໄດ້ມີການແກ້ໄຂ, ກ່າວເຕືອນ, ສຶກສາອົບຮົມ ແລະປັບໃໝ ແຕ່ຍັງບໍ່ທັນແກ້ໄຂໄດ້ຢ່າງຂາດຕົວ.

3). ບັນຫາສິນຄ້າເຄື່ອງທີ່ລະນຶກທີ່ຜະລິດຢູ່ພາຍໃນຍັງບໍ່ຫຼາກຫຼາຍ, ທັງລາຄາຂ້ອນຂ້າງສູງ.

4). ໂຄງລ່າງພື້ນຖານເພື່ອເຂົ້າເຖິງແຫຼ່ງທ່ອງທ່ຽວບາງບ່ອນຍັງມີຄວາມຫຍຸ້ງຍາກ, ນັກທ່ອງທ່ຽວບໍ່ປະທັບໃຈ.

5). ການປະສານສົມທົບ ແລະ ຮ່ວມມື ລະຫວ່າງພາກລັດ ແລະ ຜູ້ປະກອບການທຸລະກິດການທ່ອງທ່ຽວ, ໂດຍສະເພາະທຸລະກິດສະຖານທີ່ທ່ອງທ່ຽວຄວນເພີ່ມທະວີການໂຄສະນາ ແລະ ພັດທະນາສິ່ງອຳນວຍຄວາມສະດວກໃຫ້ຫຼາຍ.

ຮູບພາບຈາກ The Laotian Times

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/