ຂໍແນະນຳອາຊີບເອົາໃຈສາຍເວດມົນ ແລະ ໄສຍະສາດ ພ້ອມທັງມີລາຍໄດ້ສູງເຖິງ 14,500 ໂດລາ ຕໍ່ເດືອນເລີຍ, ເຊິ່ງອາຊີບນັ້ນກໍຄື “ອາຊີບນັກໄລ່ຜີ (Exorcist)”.

ອາຊີບນັກໄລ່ຜີ (Exorcist) ອີກຄວາມໝາຍໜື່ງກໍຄື ບາດຫຼວງໃນສາສະໜາຄຣິສນິກາຍຄາທໍລິກ ທີ່ມີຄວາມຮູ້ຄວາມສາມາດໃນການໄລ່ດວງວິນຍານອອກຈາກຜູ້ຄົນ ຫຼື ສະຖານທີ່ຕ່າງໆ, ເຊິ່ງໃນປັດຈຸບັນ ອາຊີບນີ້ກໍເປັນທີ່ຕ້ອງການຢ່າງສູງໃນ ສະຫະລັດອາເມຣິກາ ແລະ ຢູໂຣບ.
ຜູ້ທີ່ຈະປະກອບອາຊີບດັ່ງກ່າວ ຕ້ອງໄດ້ຮັບການຝຶກຝົນ ແລະ ໄດ້ຮັບການຮັບຮອງຈາກສຳນັກວາຕິກັນໃນກຸງໂຣມ ປະເທດອິຕາລີເທົ່ານັ້ນ. ບາດຫຼວງຈາກປະເທດຝຣັ່ງທ່ານໜຶ່ງໄດ້ອອກມາເປີດເຜີຍລາຍໄດ້ວ່າ ໃນແຕ່ລະເດືອນສາມາດສ້າງລາຍໄດ້ ສູງເຖິງ 14,500 ໂດລາ, ເຖິງຈະເປັນອາຊີບທີ່ມີລາຍໄດ້ຫຼາຍ ແຕ່ກໍບໍ່ໄດ້ຮັບຄວາມສົນໃຈຈາກຄົນທົ່ວໄປ ເນື່ອງຈາກເງື່ອນໄຂທີ່ຍາກ ແລະ ຕ້ອງໃຊ້ຄວາມສາມາດສູງໃນການເຮັດວຽກ.

ທີ່ມາ: https://bit.ly/38zvwPc
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/