ຊົມເຊີຍ! ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ, ໄດ້ປະຕິບັດໜ້າທີ່ຢ່າງເຂັ້ມງວດ ແລະ ສະຫຼາດຜ່ອງໃສ, ຈົນໄດ້ຈັບກຸມຄົນທີ່ຄ້າຂາຍສິນຄ້າຜິດກົດໝາຍ ແລະ ລັກລອບເຂົ້າມາຈໍາໜ່າຍໃນບ້ານເມືອງ, ຈົນສາມາດຍຶດບັ້ງກະໂພກ ທີ່ເຮືອນພະນັກງານຕໍາຫຼວດທ່ານໜຶ່ງ ທີ່ພົບເຫັນວ່າມີບັ້ງກະໂພກເຖິງ 240 ແພັກ ແຕ່ເປັນຂອງລູກສາວຂອງຜູ້ກ່ຽວເອງ, ພ້ອມນັ້ນຍັງໄດ້ຍຶດເອົາບັ້ງກະໂພກໃນລົດຕູ້ ເຊິ່ງມີ 620 ແພັກ ມູນຄ່າກວ່າ 40 ລ້ານກີບ.

ໃນວັນທີ 9 ກຸມພາ 2021 ເຈົ້າໜ້າທີ່ໄດ້ປະຕິບັດການຕົວຈິງໃນເວລາ 15:00 ໂມງ, ເຊິ່ງໄດ້ພົບລົດທີ່ກໍາລັງຈະເຄື່ອນຍ້າຍສິນຄ້າຜິດກົດໝາຍ ຢູ່ຂອບເຂດບ້ານ ໂພນຊາຍ ນະຄອນໄກສອນ ພົມວິຫານ, ເຊິ່ງໄດ້ພົບເຫັນລົດຕູ້ຍີ່ຫໍ້ຮຸນໄດ ລຸ້ນສະຕາແລັກ ສີປອນເງິນ ທະບຽນ 5090 ສະຫວັນນະເຂດ, ເຈົ້າໜ້າທີ່ໄດ້ສະກັດກັ້ນ ພົບເຫັນທ້າວ ບຸນຫຼາຍ ກໍາມະກອນຮັບຂົນສົ່ງ ພ້ອມສິນຄ້າຜິດກົດໝາຍມີ ບັ້ງກະໂພກຍີ່ຫໍ້ ມິນິໄຮຄາສ ຈໍານວນ 19 ແກັດ, ໜຶ່ງແກັດເທົ່າກັບ 20 ແພັກ ແລະ ໜຶ່ງແພັກເທົ່າກັບ 36 ລູກ.

ຜ່ານການສືບສວນ-ສອບສວນ ທ້າວ ບຸນຫຼາຍ ຜູ້ກ່ຽວໄດ້ຮັບສາລະພາບວ່າ ໄດ້ຂົນສົ່ງເຄື່ອນຍ້າຍບັ້ງກະໂພກ ຈາກເຮືອນຂອງນາງ ນ້ອຍ ອາຍຸ 45 ປີ, ອາຊີບຄ້າຂາຍ ບ້ານໂພນຊາຍ ນະຄອນໄກສອນ ໄດ້ 1 ຖ້ຽວ ແລ້ວຍ້າຍໄປໄວ້ທີ່ເຮືອນອີກແຫ່ງໜຶ່ງ ທີ່ບ້ານນາເລົ່າ ນະຄອນໄກສອນ ພ້ອມຈະສົ່ງໄປອີກຖ້ຽວ 1 ແຕ່ຖືກຈັບກ່ອນ.
ດັ່ງນັ້ນ ເຈົ້າໜ້າທີ່ຈຶ່ງສືບຕໍ່ໄປຄົ້ນເຮືອນຂອງທ້າວ ລໍາມອນ ອາຊີບພະນັກງານຕຳຫຼວດ ຊັ້ນຮ້ອຍ ສັງກັດຢູ່ຫ້ອງການສັນຕິບານ ປກສ ແຂວງສະຫວັນນະເຂດ, ເຊິ່ງພົບເຫັນບັ້ງກະໂພກ 12 ແກັດເທົ່າກັບ 240 ແພັກ, ເຫັນຢູ່ໃນຫ້ອງນອນຂອງລູກສາວທ້າວ ລໍາມອນ ຊື່ ນາງ ສອນ ອາຍຸ 29 ປີ ອາຊີບຄ້າຂາຍ ເຊິ່ງບັ້ງກະໂພກນັ້ນແມ່ນຂອງນາງສອນເອງ.
ສະນັ້ນ ເຈົ້າໜ້າທີ່ກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານຈຶ່ງນຳຂອງກາງເຊັ່ນ: ບັ້ງກະໂພກ ແລະ ພາຫະນະ ມອບໃຫ້ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ ສືບຕໍ່ດຳເນີນຄະດີຕາມລະບຽບກົດໜາຍ.

ຂອບໃຈຂໍ້ມູນຈາກ:
https://www.facebook.com/permalink.php?story_fbid=2509722052667239&id=1773780376261414