ປະຕິເສດບໍ່ໄດ້ວ່າການລົງທຶນ ໃນສິນຊັບດິຈິຕອລຢ່າງ Cryptocurrency ເປັນອີກໜຶ່ງສິ່ງທີ່ໄວໜຸ່ມຈຳນວນຫຼາຍໃນປັດຈຸບັນໃຫ້ຄວາມສົນໃຈເປັນພິເສດ ແຕ່ການທີ່ຈະລົງທຶນກັບ Cryptocurrency ຫຼື ລົງທຶນກັບສິ່ງອື່ນໆ ຈະຕ້ອງເປັນເງິນທີ່ເຮົາຫາມາ ຫຼື ເປັນເງິນທີ່ໄດ້ມາຢ່າງສຸຈະລິດ ບໍ່ແມ່ນເງິນທີ່ໄປລັກຂອງຄົນອື່ນ ເຊັ່ນດຽວກັນກັບ ເດັກໜຸ່ມຄົນໜຶ່ທີ່ຫຼົງຜິດຫັນເປັນໂຈນ ໄປລັກເອົາຊັບສິນໃນວັດ ໄປລົງທຶນໃນ Cryptocurrency.

ໃນຕອນສວາຍຂອງວັນທີ 30 ຕຸລາ 2022, ເຈົ້າໜ້າທີ່ຕຳຫຼວດທາງຝັ່ງໄທ ໄດ້ຮ່ວມກັນເຂົ້າຈັບກຸມ ທ້າວ ດັງກ້ອງ ຫຼື ທ້າວ ກ້ອງ ອາຍຸ 19 ປີ ທີ່ເປັນໂຈນໄວໜຸ່ມ ພ້ອມກັບຂອງກາງຈໍານວນຫຼາຍເຊັ່ນ: ໂທລະສັບມືຖື ແລະ ເງິນສົດເກືອບ 30.000 ບາດ ພາຍຫຼັງໄດ້ລັກລອບເຂົ້າໄປລັກເອົາຊັບສິນພາຍໃນວັດ ບໍ່, ອຳເພີ ປາກເກັດ ແຂວງ ນົນທະບູລີ.
ໂດຍທາງເຈົ້າໜ້າທີ່ໃຫ້ຮູ້ວ່າ ໃນເວລາປະມານ 3 ໂມງເຊົ້າຂອງວັນທີ 28 ຕຸລາ 2022, ເຈົ້າໜ້າທີ່ຂອງວັດ ໄດ້ໄປແຈ້ງເຫດ ຢູ່ສະຖານີ ຕຳຫຼວດ ປາກເກັດ, ແຂວງ ນົນທະບູລີ ວ່າ ພົບເຫັນຊາຍ 1 ຄົນ, ເປັນຜູ້ຊາຍໃສ່ກະເປົາສີດຳ ແລະ ໃສ່ໜ້າກາກ. ໄດ້ລັກລອບເຂົ້າໄປລັກເຄື່ອງພາຍໃນວັດ ແລະ ລັກເອົາຕູ້ບໍລິຈາກ ກ່ອນທີ່ຈະຫຼົບໜີໄປ.

ຕໍ່ມາ, ເວລາປະມານ 6 ໂມງເຊົ້າຂອງວັນທີ 30 ຕຸລາ, ເຈົ້າໜ້າທີ່ສືບສວນໄດ້ເຂົ້າໄປໃນພື້ນທີ່ ແລະ ໄດ້ກວດເບິ່ງກ້ອງວົງຈອນປິດໃນແຕ່ລະຈຸດ ຈົນສາມາດຈັບຕົວຜູ້ກະທຳຜິດໄດ້ໃນທີ່ສຸດ. ໂດຍຜູ້ຕ້ອງຫາເປັນຊາຍໜຸ່ມຊື່ ທ້າວ ດັງກ້ອງ ຫຼື ກ້ອງ ອາຍຸ 19 ປີ ຢູ່ເມືອງລຳສົນທິ ແຂວງລົບບູລີ ແລະ ຖືກຕັ້ງຂໍ້ຫາລັກຊັບໃນຕອນກາງຄືນ.

ໂດຍຜູ້ຕ້ອງຫາ ຍອມຮັບສາລະພາບວ່າ: ເປັນຜູ້ກໍ່ເຫດແທ້ ແລະ ໄດ້ໃຊ້ເງິນທີ່ໄດ້ມາຈາກການລັກມາໄປຊື້ຫຼຽນ Cryptocurrency ຈຳນວນ 23.000 ບາດ ໂດຍເງິນທີ່ໄປລັກມາໄດ້ຖືກໂອນເຂົ້າບັນຊີ ທ້າວ ພົງພັດ ເພື່ອນຳໄປຊື້ ຄຣິບໂຕ. ຫຼັງຈາກການກວດສອບ ເຈົ້າໜ້າທີ່ໄດ້ຕິດຕໍ່ໄປຫາ ທ້າວ ພົງພັດ ເພື່ອແລກຄຣິບໂຕ ເປັນເງິນ ມາສົ່ງຄືນວັດ ເປັນເງິນ 22.999 ບາດ.
ການລົງທຶນທຸກປະເພດມີຄວາມສ່ຽງ ຜູ້ລົງທຶນຄວນສຶກສາຫາຂໍ້ມູນໃຫ້ລະອຽດ ແລະ ພະຍາຍາມ ລົງທຶນສະເພາະເງິນທີ່ສາມາດເສຍໄດ້ເທົ່ານັ້ນ.
ຂອບໃຈຂໍ້ມູນຈາກ: https://cutt.ly/oNQAGbB
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/