ໃນປີ 2021 ທີ່ຜ່ານມາ ຖ້າຈະເວົ້າເຖິງສິ່ງໜຶ່ງທີ່ມາແຮງພໍໆ ກັບລາຄາຂອງ ບິດຄອຍ ກໍຄົງຈະແມ່ນ Metaverse ຫຼື ໂລກສະເໝືອນທີ່ໄດ້ຮັບຄວາມນິຍົມ ແລະ ຖືກເວົ້າເຖິງກັນຢ່າງກວ້າງຂວາງ. ແຕ່ມາໃນປີ 2022 ນີ້ ປາກົດວ່າປະລິມານການຊື້ຂາຍ ກັບລົດລົງຢ່າງຫຼວງຫຼາຍເກືອບ 80% ເຫຼືອພຽງ 90 ລ້ານໂດລາ ບໍ່ວ່າຈະເປັນຍອດຂາຍ NFT ໃນໂລກສະເໝືອນ ຫຼື ວ່າທີ່ດິນສະເໝືອນ ຕ່າງກໍລົດລົງເຊັ່ນກັນ ຄຽງຄູ່ໄປກັບຕະຫຼາດຂາລົງຂອງ Cryptocurrency.
ລາຍງານຈາກ DappRadar ແພລັດຟອມວິເຄາະຂໍ້ມູນໃນໂລກ Decentralized Application (DApp) ໄດ້ເປີດເຜີຍວ່າ ປະລິມານການຊື້ຂາຍໃນໂລກ Metaverse ລົດລົງເຖິງ 91% ໃນໄລຍະ 3 ເດືອນທີ່ຜ່ານມານີ້ ໂດຍໂຄງການຂອງ Metaverse ທີ່ໃຫຍ່ທີ່ສຸດ 10 ອັນດັບທຳອິດ ມີປະລິມານການຊື້ຂາຍລົດລົງເຖິງ 80%.

ຂະນະທີ່ຍອດຂາຍ NFT ຂອງໂຄງການໃຫຍ່ໆຫຼາຍແຫ່ງລົດລົງຢ່າງໜັກ ລວມເຖິງຍອດຂາຍຂອງທີ່ດິນສະເໝືອນ Otherside ຂອງ Yuga Labs ທີ່ມີຍອດຂາຍລົດລົງເຖິງ 74% ໃນໄລຍະ 3 ເດືອນທີ່ຜ່ານມາ. ນອກຈາກນີ້ ລາຄາຖານ (Floor Price)ຂອງ ຕະຫຼາດທີ່ດິນສະເໝືອນ ນັ້ນຍັງລົດລົງເຖິງ 75% ນຳອີກ.

ນອກຈາກນີ້ ໃນໄລຍະ 3 ເດືອນມານີ້ ຫຼຽນຂອງ Metaverse ຍັງມີມູນຄ່າລົດລົງປະມານ 60% ເຊິ່ງເປັນໃນທິດທາງດຽວກັນກັບຕະຫຼາດ Cryptocurrency ທີ່ຢູ່ໃນສະພາວະຂາລົງ ຕັ້ງແຕ່ຕົ້ນປີ ທີ່ຜ່ານມາ.
ໂດຍ Metaverse ເປັນການປະສົມປະສານລະຫວ່າງອົງປະກອບຕ່າງໆຂອງເທັກໂນໂລຢີ ລວມທັງໂລກສະເໝືອນ (VR), ຄວາມເປັນຈິງເສີມ (AR) ແລະ ວິດີໂອທີ່ຜູ້ຄົນໃຊ້ຊີວິດພາຍໃນໂລກ ດິຈິຕອນ Metaverse ຈຶ່ງປຽບເໝືອນຂົວເຊື່ອມລະຫວ່າງຄວາມເປັນຈິງ ແລະ ໂລກສະເໝືອນນັ້ນເອງ.

ສ່ວນສາເຫດຂອງການຂາລົງດັ່ງກ່າວຫຼາຍຝ່າຍກໍເບິ່ງໄປໃນທິດທາງດຽວກັນວ່າ ເປັນຍ້ອນຄວາມບໍ່ແນ່ນອນທາງເສດຖະກິດໃນໂລກປັດຈຸບັນ ແລະ ສະພາວະຂາລົງຂອງໂລກ Cryptocurrency ຈຶ່ງເຮັດໃຫ້ການເຕີບໂຕຂອງຕະຫຼາດ Metaverse ບໍ່ໄດ້ເຕີບໂຕເທົ່າທີ່ຄວນ ເມື່ອທຽບກັບໄລຍະທີ່ຜ່ານມາ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/