ເປັນສິ່ງທີ່ໜ້າຕົກໃຈສຳລັບແຮງງານໃນອາເມຣິກາທີ່ສະໝັກໃຈລາອອກຈາກວຽກງານເປັນຈຳນວນຫຼວງຫຼາຍໃນເດືອນກັນຍາ ແລະ ຕຳແໜ່ງວຽກງານທີ່ວ່າງກໍຍັງສູງກວ່າລະດັບກ່ອນໂຄວິດ-19 ລະບາດໄປທົ່ວໂລກ ນີ້ກໍເປັນສັນຍານວ່າທຸລະກິດຕ່າງໆ ຕ້ອງແຂ່ງຂັນກັນເພື່ອຫາແຮງງານ ແລະ ອາດຈະເພີ່ມຄ່າຈ້າງທີ່ສູງກວ່າເກົ່າເພື່ອດຶງດູດໃຫ້ຄົນກັບມາສະໝັກວຽກງານ.

ຈາກລາຍງານຂອງກະຊວງແຮງງານອາເມຣິກາ ຫຼື JOLTS (Job Openings and Labor Turnover Summary) ແຮງງານປະມານ 4.4 ລ້ານຄົນ ຫຼື ປະມານ 3% ຂອງແຮງງານທັງໝົດ, ໄດ້ລາອອກຈາກວຽກໃນເດືອນກັນຍາ ເຊິ່ງເປັນຕົວເລກທີ່ສູງທີ່ສຸດນັບຕັ້ງແຕ່ລັດຖະບານໄດ້ເລີ່ມມີການຕິດຕາມຂໍ້ມູນ. ນອກຈາກນັ້ນ ຕົວເລກການເປີດຮັບສະໝັກວຽກໃນເດືອນກັນຍາແມ່ນ 10.4 ລ້ານຄົນ – ເທົ່າກັນກັບເດືອນສິງຫາ ແລະ ລົດລົງເລັກໜ້ອຍເມື່ອທຽບຈາກສະຖິຕິການເປີດວຽກຮັບສະໝັກວຽກ 10.9 ລ້ານຄົນໃນເດືອນກໍລະກົດທີ່ຜ່ານມາ.
ໂດຍສະຖິຕິການລາອອກຈາກວຽກງານໃນເດືອນກັນຍາ ອີງຕາມຂໍ້ມູນຈາກ JOLTS ການລາອອກຈາກວຽກງານແມ່ນເພີ່ມຂຶ້ນສູງໃນອຸດສາຫະກໍາບາງເພດເຊັ່ນ: ສິລະປະ, ການບັນເທີງ ແລະ ອຸດສາຫະກໍາການສຶກສາຂອງພາກລັດ ແລະ ທ້ອງຖິ່ນ.

ຈາກຈຳນວນຄົນທີ່ລາອອກຈາກວຽກງານແມ່ນສູງເປັນປະຫວັດສາດ ບວກກັບການເປີດຮັບສະໝັກພະນັກງານໃໝ່ໃນອຸດສາຫະກຳຕ່າງໆທີ່ເພິ່ມຂຶ້ນ ເຮັດໃຫ້ບໍລິສັດໃຫຍ່ຫຼາຍໆແຫ່ງຕ້ອງແຂ່ງກັນຫາແຮງງານ ແລະ ເພີ່ມຄ່າແຮງໃຫ້ພະນັກງານ ເຊິ່ງຂໍ້ມູນເບື້ອງຕົ້ນຈາກ JOLTS ລະບຸວ່າ ລາຍຮັບສະເລ່ຍຕໍ່ຊົ່ວໂມງຂອງພະນັກງານທັງໝົດໃນບັນດາຮ້ານອາຫານ ແລະ ຮ້ານເຄື່ອງດື່ມ ແມ່ນໄດ້ເພີ່ມຂຶ້ນເປັນ $17.58/ຊົ່ວໂມງ ເຊິ່ງເປັນສະຖິຕິສູງສຸດ ໃນເດືອນກັນຍາ ແລະ ເປັນຕົວເລກທີ່ເພີ່ມຂຶ້ນຢ່າງຊ້າໆຂອງແຕ່ລະເດືອນໃນປີ 2021.
ເຖິງວ່າຈະມີແຮງຈູງໃຈໃນການຂຶ້ນຄ່າແຮງທີ່ສູງເປັນປະຫວັດສາດ ແລະ ເງື່ອນໄຂທີ່ໜ້າສົນໃຈອື່ນໆ ທີ່ນາຍຈ້າງຍື່ນຂໍ້ສະເໜີໃຫ້ ແຕ່ຕະຫຼາດແຮງງານຍັງປັ່ນປ່ວນ ຈາກການທີ່ແຮງງານຈຳນວນຫຼາຍເລືອກທີ່ຈະລາອອກຈາກວຽກງານຢ່າງຕໍ່ເນື່ອງ ເຊິ່ງເຮັດໃຫ້ນາຍຈ້າງມີຄວາມທ້າທາຍຫຼາຍຂຶ້ນໃນການຈ້າງແຮງງານເພື່ອເປັນການຂັບເຄື່ອນອົງກອນຂອງຕົນ.
ສ່ວນອັດຕາການວ່າງງານໂດຍລວມຍັງສູງຂຶ້ນເລື້ອຍໆ ເມື່ອທຽບໃສ່ກັບລະດັບກ່ອນການແຜ່ລະບາດຂອງໂຄວິດ-19 ໂດຍອັດຕາການວ່າງງານໃນເດືອນນີ້ແມ່ນ 4,6% ເຊິ່ງຖືວ່າຍັງສູງຖ້າທຽບໃສ່ເດືອນກຸມພາ ປີ 2020 ທີ່ມີອັດຕາການວ່າງງານຢູ່ທີ່ 3,5% ກ່ອນທີ່ການແຜ່ລະບາດຂອງໂຄວິດຈະເຮັດໃຫ້ຕະຫຼາດແຮງງານເພີ່ມສູງຂຶ້ນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/