ເນື່ອງຈາກແຮງງານຂາດແຄນ ມີຫຼາຍຕຳແໜ່ງທົ່ວປະເທດທີ່ຍັງວ່າງຢູ່ ເມື່ອວັນທີ 1 ພະຈິກທີ່ຜ່ານມາ ລັດຖະບານກາງແຄນາດາ ຈຶ່ງໄດ້ປະກາດແຜນຍົກລະດັບການອົບພະຍົບຂອງປີ 2023-2025 ໃໝ່ ໂດຍຕັ້ງເປົ້າຈະຮັບຊາວຕ່າງຊາດມາຕັ້ງຖິ່ນຖານໃນປະເທດປະມານ 4-5 ແສນຄົນທຸກປີ ຈົນຮອດປີ 2025.
ລັດຖະບານແຄນາດາລະບຸວ່າ ໃນປີກາຍນີ້ ແຄນາດາ ໄດ້ຮັບເອົາຄົນຕ່າງປະເທດມາຢູ່ເຖິງ 405.000 ຄົນ ເປັນຈຳນວນຫຼາຍທີ່ສຸດ ເຊິ່ງພວກເຂົາຢາກສືບຕໍ່ດຳເນີນຄວາມພະຍາຍາມນີ້ ໂດຍຕັ້ງເປົ້າໝາຍໃຫ້ມີຜູ້ຢູ່ອາໄສຖາວອນໃໝ່ 465.000 ຄົນໃນປີ 2023, 485.000 ຄົນໃນປີ 2024 ແລະ 500.000 ຄົນພາຍໃນປີ 2025, ແລະ ຈະພະຍາຍາມກະຈາຍຄົນໄປໃນພື້ນທີ່ຕ່າງໆໃນທົ່ວປະເທດລວມທັງເມືອງນ້ອຍໆ ແລະ ຊົນນະບົດ.

ເປົ້າໝາຍແມ່ນເພື່ອຊອກຫາຄົນມາທົດແທນການຂາດແຄນແຮງງານ ລວມທັງການຮັບມືກັບທ່າອ່ຽງໃນອະນາຄົດເຊັ່ນ: ການກ້າວເຂົ້າສູ່ສັງຄົມຜູ້ສູງອາຍຸ ແລະ ເງິນບໍານານທີ່ເພີ່ມຂຶ້ນ ລັດຖະບານກ່າວວ່າ ແຄນາດາຍິນດີຕ້ອນຮັບຄົນເຂົ້າເມືອງທີ່ມີທັກສະ ຫຼື ປະສົບການທີ່ເໝາະສົມກັບອຸດສາຫະກໍາທີ່ຂາດແຄນເຊັ່ນ: ດ້ານສາທາລະນະສຸກ, ການຜະລິດ, ການກໍ່ສ້າງ ແລະ ອາຊີບ STEM.

ໂດຍການປະກາດດັ່ງກ່າວມີຂຶ້ນຫຼັງຈາກການສຳຫຼວດສຳມະໂນຄົວປະຊາກອນໃນປີ 2021 ພົບວ່າເກືອບໜຶ່ງສ່ວນສີ່ຂອງປະຊາກອນທີ່ຖືກນັບ ເປັນຜູ້ອົບພະຍົບ ຫຼືມີ ສະຖານະເປັນຜູ້ຢູ່ອາໄສຖາວອນ ເຊິ່ງເປັນອັດຕາສ່ວນທີ່ໃຫຍ່ທີ່ສຸດນັບແຕ່ປີ 1867. ໃນຂະນະທີ່ເກືອບ 100% ຂອງແຮງງານໃໝ່ຂອງແຄນາດາໃນປັດຈຸບັນແມ່ນຄົນອົບພະຍົບ.

ຕໍ່ກັບເລື່ອງນີ້, ທ່ານ ເຊນ ຟຣາເຊີ (Sean Fraser), ລັດຖະມົນຕີການອົບພະຍົບ, ຜູ້ລີ້ໄພ ແລະ ສັນຊາດ, ກ່າວວ່າ: “ປີກາຍນີ້ພວກເຮົາໄດ້ຕ້ອນຮັບຜູ້ມາໃໝ່ໃນປີດຽວ ເປັນຈຳນວນຫຼາຍທີ່ສຸດໃນປະຫວັດສາດຂອງພວກເຮົາ. ແຜນການຍົກລະດັບຄົນເຂົ້າເມືອງຂອງປີນີ້ຈະຊ່ວຍໃຫ້ທຸລະກິດຕ່າງໆຊອກຫາຄົນງານທີ່ເຂົາເຈົ້າຕ້ອງການໄດ້ງ່າຍຂຶ້ນ, ພາແຄນາດາໄປສູ່ເສັ້ນທາງໄລຍະຍາວຂອງພວກເຮົາເພື່ອຄວາມສໍາເລັດ ແລະ ມັນຈະຊ່ວຍໃຫ້ພວກເຮົາປະຕິບັດພາລະກິດທີ່ສໍາຄັນຂອງພວກເຮົາໃນການຊ່ວຍເຫຼືອປະຊາຊົນຈາກຄວາມຮຸນແຮງ, ສົງຄາມ ແລະ ການຂົ່ມເຫັງ.”
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/