ຫຼັງຈາກ Leica ແບຣນກ້ອງຊື່ດັງໄດ້ຮ່ວມມືກັບຫຼາຍໆແບຣນໂທລະສັບໃນການຜະລິດເຊັນເຊີກ້ອງສຳລັບ Smartphone ໄດ້ຫັນມາຜະລິດ SmartPhone ເຄື່ອງທຳອິດຂອງແບຣນ ທີ່ມີຈຸດເດັ່ນຢູ່ທີ່ກ້ອງຂະໜາດໃຫຍ່ຢູ່ດ້ານຫຼັງ ຊື່ວ່າ “Leitz Phone 1”.
Leitz Phone 1 – Smartphone ຮຸ່ນທຳອິດຈາກ Leica ທີ່ທາງແບຣນຈະເນັ້ນໄປທີ່ຕະຫຼາດຝັ່ງຂອງປະເທດຍີ່ປຸ່ນໂດຍສະເພາະ.


ສຳລັບລັກສະນະການອອກແບບ ແມ່ນມີຄວາມຄ້າຍຄືກັບສະມາດໂຟນ Sharp Aquos R6 ທີ່ໄດ້ເປີດຕົວກ່ອນໜ້ານີ້, ແຕ່ Leitz Phone 1 ຄືການອອກແບບທີ່ມາເພື່ອແຟນຄັບຂອງ Leica ໂດຍແທ້.
ມາເບິ່ງທີ່ລາຍລະອຽດສະເປັກຂອງ Leica Leitz Phone 1:
– ໜ້າຈໍ FreeForm Display ຮູບແບບ Pro IGZO ຂະໜາດ 6.6 ນິ້ວ , ມາດຕາສ່ວນ 19 : 9 , ຄວາມລະອຽດ WUXGA+, ຮອງຮັບ Dolby Vision + HDR , ອັດຕາ Refresh Rate 240 Hz, ຄວາມແຈ້ງສູງສຸດ (Peaks) 2,000 nits, ອັດຕາຄ່າ Contrast 20,000,000 : 1.
– CPU: Qualcomm Snapdragon 888
– GPU: Adreno 660
– RAM: 12 GB ຊະນິດ LPDDR5
– ROM: 256 GB ຊະນິດ UFS 3.1
– ຮອງຮັບ Micro SD Card ສູງສຸດ 1 TB
– ຮອງຮັບ 5G
– ກ້ອງຫຼັງຄູ່ຄວາມລະອຽດ 20 ລ້ານພິກເຊລ + 3D ToF Camera , f/1.9 + f/2.3, ເຊັນເຊີຫຼັກ CMOS ຂະໜາດ 1 ນີ້ວ , focal length 19 mm. , ເລນສ໌ Leica Summicron 7 Elements, ຮອງຮັບ Leica EIS, ພ້ອມກັບລະບົບ AI ແລະ Flash LED.
– ກ້ອງໜ້າຄວາມລະອຽດ 12.6 ລ້ານພິກເຊລ , f/2.0 + ລະບົບ AQUOS Beauty .
– ຮອງຮັບລະບົບສະແກນນິ້ວມື UltraSonic ພ້ອມກັນ 2 ນິ້ວ, ເຊັນເຊີ Qualcomm 3D Sonic Max.
– ຮອງຮັບລະບົບສະແກນໃບໜ້າ.
– ຮອງຮັບ Bluetooth 5.2/NFC
-ຮອງຮັບ WiFi 6
-ລຳໂພງຄູ່ Stereo
-ຮອງຮັບລະບົບສຽງ Dolby Atmos + Hi – Res Audio
-ຮອງຮັບການກັນລະອອງນ້ຳ ແລະ ຝຸ່ນດ້ວຍມາດຕະຖານ IPX5/8 , IP6X
-ເຊື່ອມຕໍ່ Port USB Type – C
– ແບັດເຕີຣີ່: 5000 mAh +ລະບົບ 33W Intelligent Charge 2.0
– ລະບົບປະຕິບັດການ Android 11 + Leica Custom UI


Leica Leitz Phone 1 ວາງຂາຍໃນຍີ່ປຸ່ນໃນວັນທີ 18 ມິຖຸນາ 2021 ດ້ວຍລາຄາປະມານ 187,920 ເຢນ ຫຼືປະມານ $ 1700.
ຂໍຂອບໃຈຂໍ້ມູນຈາກ :
https://www.facebook.com/worldittoday/posts/2930524360537055
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/