ເຄີຍສັງເກດ ຫຼື ສົງໄສກັນບໍ່ວ່າ ເປັນຫຍັງຜູ້ຍິງ ແລະ ກະເທີຍຈຶ່ງມັກກິນເມນູຕຳ ເມນູເຜັດໆ? ຖ້າໃຫ້ທຽບອັດຕາສ່ວນລະຫວ່າາງຜູ້ຍິງ ແລະ ຜູ້ຊາຍທີ່ມັກກິນອາຫານເຜັດ ກໍຄົງເປັນຜູ້ຍິງຫຼາຍກວ່າ ມື້ນີ້ເຮົາຈະມາຮູ້ຄຳຕອບພ້ອມກັນວ່າເປັນຫຍັງ.
ໂດຍເຫດຜົນຂອງເລື່ອງນີ້ເກີດຈາກຫຼາຍປັດໄຈ ທັງໃນດ້ານຊີວະວິທະຍາ ແລະ ໃນດ້ານສັງຄົມ
ດ້ານຊີວະວິທະຍາ:
- ຜູ້ຍິງ ແລະ ຜູ້ຊາຍມີຈຳນວນຕຸ່ມຮັບຣົດທີ່ແຕກຕ່າງກັນ ໂດຍຜູ້ຍິງມີຕຸ່ມຮັບລົດຫຼາຍກວ່າຈຶ່ງໄວຕໍ່ການຮັບຣົດຊາດຫຼາຍກວ່າຜູ້ຊາຍ ລວມເຖິງກະເທີຍ ແລະ ເກ ທີ່ໄວຕໍ່ການຮັບຣົດກວ່າຜູ້ຊາຍ) ອາຫານຣົດຊາດຈັດປະເພດຕຳ ຍຳ ຫຼື ຂອງສົ້ມໆ ຈຶ່ງຖືກປາກຜູ້ຍິງຫຼາຍກວ່າ ໃນຂະນະທີ່ຜູ້ຊາຍອາດຈະບໍ່ໄດ້ຮູ້ສຶກວ່າມັນແຊບຂະໜາດນັ້ນ
- ອາຫານປະເພດນີ້ໃຫ້ພະລັງງານຕຳ່ ກິນເທົ່າໃດກໍບໍ່ຕຸ້ຍ ຈຶ່ງຍິ່ງຖືກໃຈຜູ້ຍິງ ແລະ ເມື່ອກິນເປັນປະຈຳຈຶ່ງເກີດເປັນຄວາມເຄີຍຊິນກັບລົດຊາດ ແລະ ກາຍເປັນວ່າອາຫານອັນໃດກໍບໍ່ແຊບໄດ້ໃຈເທົ່າອາຫານລົດຈັດອີກຕໍ່ໄປ
- ຜູ້ຊາຍມີຄວາມຕ້ອງການພະລັງງານຕໍ່ມື້ຫຼາຍກວ່າຜູ້ຍິງ ຈຶ່ງມັກເລືອກຮັບປະທານອາຫານຢ່າງອື່ນທີ່ໃຫ້ພະລັງງາານຫຼາຍກວ່າ ແລະ ອີ່ມທ້ອງຫຼາຍກວ່າ

ດ້ານສັງຄົມ:
- ມີງານວິໄຈກ່ຽວກັບອາຫານຣົດເຜັດ ພົບວ່າຜູ້ຍິງ ລວມທັງກະເທີຍ ແລະ ເກ ທີ່ເລືອກກິນອາຫານເຜັດເພາະຮູ້ສຶກຕື່ນເຕັ້ນ ແລະມີຄວາມສຸກກັບການກິນ ແຕ່ຜູ້ຊາຍສ່ວນຫຼາຍກິນເຜັດເພາະຕ້ອງການຄວາມສົນໃຈ ເປັນການໂຊຄວາມສາມາດວ່າຕົນເອງສາມາດກິນເຜັດໄດ້
- ຜູ້ຊາຍສ່ວນໃຫຍ່ເລືອກກິນຊີ້ນສັດຫຼາຍກວ່າຜັກ ເພາະໃຫ້ຄວາມຮູ້ສຶກຄືເປັນນັກລ່າ
- ຄວາມຮູ້ສຶກມີຄວາມສຸກ ແລະ ຕື່ນເຕັ້ນໃນການກິນອາຫານເຜັດຂອງຜູ້ຍິງມັກມາພ້ອມກິດຈະກຳຮ່ວມກຸ່ມຂອງໝູ່ເພື່ອນ ກິນຄົນດຽວບໍ່ແຊບ ຕ້ອງກິນຫຼາຍຄົນ ເຮັດໃຫ້ເຮົາມັກຈະເຫັນຜູ້ຍິງໄປກິນຕຳເປັນກຸ່ມຫຼາຍຄົນ ແລະຈະບໍ່ຄ່ອຍເຫັນໃຜກິນຄົນດຽວເພາະຖືວ່າການກິນຕຳເປັນກິດຈະກຳໜຶ່ງທີ່ຄວນເຮັດເປັນກຸ່ມ
- ນອກຈາກນັ້ນ ຄຳສັບທີ່ກ່ຽວຂ້ອງກັບອາຫານຈຳພວກຕຳເຊັ່ນ ແຊບ ສົ້ມ ເຜັດ ຮັອດ… ມີການນຳໄປໃຊ້ກ່ຽວໂຍງກັບເພດຍິງ ກະເທີຍ ແລະ ເກ ຈຶ່ງເປັນການເນັ້ນວ່າອາຫານເຫຼົ່ານີ້ເໝາະກັບຜູ້ຍິງ ກະເທີຍ ເກ ໂດຍສະເພາະຄົນທີ່ມີບຸກຄະລິກແຊບໆ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/