ໃນນະຄອນຫຼວງໂຊ ສ.ເກົາຫຼີ ໄດ້ມີການຈັດການແຂ່ງຂັນທີ່ເອີ້ນໄດ້ວ່າ ແປກໃໝ່ ແລະ ບໍ່ຄືໃຜໃນໂລກ ນັ້ນກໍຄື ການແຂ່ງຂັນນັ່ງລ້າໆ ງານນີ້ຈັດຄັ້ງທຳອິດປີ 2014 ແລະ ໄດ້ຈັດຂຶ້ນອີກເມື່ອບໍ່ດົນມານີ້ ໂດຍມີຈຸດປະສົງເພື່ອລົນນະລົງໃຫ້ໃຊ້ຊີວິດແບບປາສະຈາກຄວາມຄຽດ ຫຼື ເສບຂໍ້ມູນຫຼາຍເກີນໄປຈາກໂລກອອນລາຍ. ດ້ວຍສະພາບປັດຈຸບັນ ຂໍ້ມູນຂ່າວສານແມ່ນມີຄວາມວ່ອງໄວ ໂດຍສະເພາະແມ່ນສັງຄົມອອນລາຍ ເຮັດໃຫ້ຜູ້ຄົນຈຳນວນຫຼາຍເສບຂ່າວຢ່າງຫຼວງຫຼາຍ ຈົນກໍ່ໃຫ້ເກີດອາການເສບຂໍ້ມູນຂ່າວສານຫຼາຍເກີນໄປ ໂດຍມີການສຳຫຼວດພົບວ່າ ປະຊາຊົນເກົາຫຼີ ໃຊ້ໂທລະສັບສະເລ່ຍມື້ລະ 4 ຊົ່ວໂມງ ໃນນັ້ນມີ 15% ທີ່ມີພຶດຕິກຳເສບຕິດໂທລະສັບຫຼາຍຈົນເກີນໄປ.

ໃນງານດັ່ງກ່າວ ຜູ້ແຂ່ງຂັນໄດ້ມາຮ່ວມກັນນັ່ງລ້າໆໃນປ່າທາງໃຕ້ຂອງເກາະເຊຈູ ເຊິ່ງກະຕິກາມີຢູ່ວ່າ ຜູ້ເຂົ້າແຂ່ງຂັນຕ້ອງຫ້າມຫຼັບ, ຫ້າມເໜັງຕົນຕົວຫຼາຍ, ຫ້າມໂອ້ລົມ, ຫ້າມເບິ່ງໂມງ, ຫ້າມໃຊ້ອຸປະກອນເອເລັກໂຕຣນິກ ເມື່ອນັ່ງຈົນຄົບ 90 ນາທີ ແມ່ນຈະມີການກວດອັດຕາການເຕ້ັນຂອງຫົວໃຈ ຫາກຫົວໃຈຜູ້ໃດເຕັ້ນສະໝ່ຳສະເໝີທີ່ສຸດແມ່ນຈະຊະນະ.

ທີ່ມາ:
ພາບ: Twitter, www.washingtonpost.com, dnyuz.com
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/