ທະນາຄານຂອງເກົາຫຼີໃຕ້ແນມເຫັນວ່າ CBDC ເປັນໜຶ່ງໃນຄໍາຕອບທີ່ດີທີ່ສຸດທີ່ຈະສາມາດເຂົ້າມາຊ່ວຍເຫຼືອລະບົບການເງິນທີ່ອອກໂດຍລັດຖະບານ ເພື່ອຊ່ວຍເຫຼືອເສດຖະກິດທີ່ຊົບເຊົາຈາກການລະບາດຂອງ COVID-19 ທີ່ຜ່ານມາ ແລະ ເປັນສ່ວນຫຼຸດໃນການຊື້ຜະລິດຕະພັນຕ່າງໆໃນການດູແລເດັກ.
ເກົາຫຼີໃຕ້ຈຶ່ງເລີ່ມທີ່ຈະທົດລອງການໃຊ້ສະກຸນເງິນດິຈິຕອນຂອງທະນາຄານກາງ (CBDC) ກັບພົນລະເມືອງ 100,000 ຄົນໃນໄຕມາດທີ 4 ຂອງປີ 2024. ໂດຍໂຄງການທົດລອງດັ່ງກ່າວຈະຖືກຈັດຕັ້ງ ແລະ ດຳເນີນການຮ່ວມກັນລະຫວ່າງທະນາຄານແຫ່ງ ສ.ເກົາຫຼີ (BOK) ແລະ ໜ່ວຍງານຄວບຄຸມດູແລທາງການເງິນເຊິ່ງໄດ້ແກ່: Financial Services Commission (FSC) ແລະ Financial Supervisory Service (FSS).
ທັງນີ້ໂຄງການດັ່ງກ່າວຈະເປີດໃຫ້ຜູ້ເຂົ້າຮ່ວມ 100,000 ຄົນ, ເຊິ່ງກວມເອົາປະມານ 0.2% ຂອງປະຊາກອນທັງໝົດຂອງປະເທດ. ສາມາດຊື້ຂາຍສິນຄ້າດ້ວຍໂທເຄັນທີ່ອອກ ໂດຍທະນາຄານການຄ້າໃນຮູບແບບຂອງ CBDC, ເຊິ່ງການນໍາໃຊ້ແມ່ນຈະຖືກຈໍາກັດພຽງແຕ່ການຊື້ສິນຄ້າເທົ່ານັ້ນ ແລະ ບໍ່ອະນຸຍາດໃຫ້ມີໂອນເງິນໃຫ້ຜູ້ໃຊ້ລາຍອື່ນ.
ທະນາຄານແຫ່ງ ສ.ເກົາຫຼີ (BOK) ກ່າວວ່າ CBDC ຈະຊ່ວຍແກ້ໄຂກ່ຽວກັບລະບົບເງິນອຸດໜູນຂອງລັດຖະບານ ເຊັ່ນ: ບັດສ່ວນຫຼຸດໃນການຊື້ຜະລິດຕະພັນດູແລເດັກ ຫຼື ການຊຳລະເງິນໃນລະຫວ່າງການລະບາດຂອງ COVID-19 ແລະ ບັນຫາອື່ນໆຂອງລະບົບທີ່ມີຢູ່ໄດ້ແກ່: ຄ່າທຳນຽມໃນການເຮັດທຸລະກຳທີ່ສູງ, ການຈ່າຍເງິນທີ່ຊັກຊ້າ ແລະ ຄວາມກັງວົນກ່ຽວກັບການສໍ້ໂກງ
ໃນປັດຈຸບັນ, ທະນາຄານກາງຂອງປະເທດທີ່ພັດທະນາແລ້ວສ່ວນໃຫຍ່ກໍາລັງຄົ້ນຫາການພັດທະນາ CBDC ເພື່ອເປັນແນວທາງໃນການໄຂບັນຫາໃນການໃຊ້ເງິນສົດທີ່ຫຼຸດລົງ ແລະ ຜູ້ບໍລິໂພກກໍາລັງນິຍົມໃຊ້ວິທີການຊໍາລະເງິນແບບດິຈິຕອນຫຼາຍຂຶ້ນ.
ການພັດທະນາເງິນຢວນດິຈິຕອນຂອງຈີນແມ່ນໜຶ່ງໃນໂຄງການທີ່ກ້າວໜ້າທີ່ສຸດ. ແຕ່ເກົາຫຼີໃຕ້ກໍແມ່ນໜຶ່ງໃນບັນດາປະເທດທໍາອິດທີ່ທົດສອບການເຮັດວຽກເຊັ່ນ ການອອກແລະ ແຈກຢາຍ CBDC ໃນສະພາບແວດລ້ອມທີ່ຈໍາລອງໃນເດືອນທັນວາ 2021.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/