ໃນວັນສຸກທີ 6 ພຶດສະພາ ໄດ້ເກີດເຫດລະເບີດຢ່າງຮຸນແຮງ ທີ່ໂຮງແຮມຫຼູ ຊາຣາໂຕກາ (Hotel Saratoga) ໃຈກາງເມືອງ ຮາວານາ ປະເທດຄິວບາ. ໂດຍແຮງລະເບີດສົ່ງຜົນໃຫ້ອາຄານໂຮງແຮມເສຍຫາຍຢ່າງໜັກ ເປັນເຫດໃຫ້ມີຜູ້ເສຍຊີວິດໄປແລ້ວບໍ່ຕໍ່າກວ່າ 22 ຄົນ ແລະ ບາດເຈັບອີກຫຼາຍກວ່າ 70 ຄົນ.
ກ່ຽວກັບສາເຫດຂອງການລະເບີດ ແມ່ນໄດ້ມີການຖະແຫຼງການຜ່ານທາງໂທລະພາບຂອງປະເທດຄິວບາວ່າ ສາເຫດການລະເບີດ ໜ້າຈະເກີດຈາກ ແກສຮົ່ວ. ປະທານາທິບໍດິ ມິເກວ ດິອາສ-ກາແນວ ແຫ່ງຄິວບາ ໃຫ້ສຳພາດກັບ Reuters ວ່າ: “ມັນບໍ່ແມ່ນການວາງລະເບີດ ຫຼື ການໂຈມຕີຢ່າງແນ່ນອນ. ມັນເປັນອຸບັດຕິເຫດທີ່ໂຊກຮ້າຍແທ້ໆ”.

ເຫດລະເບີດຄັ້ງນີ້ຍັງໄດ້ສົ່ງຜົນກະທົບຕໍ່ໂຮງຮຽນແຫ່ງໜຶ່ງໃນບໍລິເວນນັ້ນ ທີ່ມີນັກຮຽນ 300 ກວ່າຄົນ, ໃນນັ້ນມີເດັກນ້ອຍ 1 ຄົນເສຍຊີວິດ ແລະ ອີກຢ່າງໜ້ອຍ 15 ຄົນໄດ້ຮັບບາດເຈັບ, ອີງຕາມຂໍ້ມູນຈາກອົງການສາທາລະນະສຸກ.

ສໍາລັບໂຮງແຮມດັ່ງກ່າວ ແມ່ນເປັນໂຮງແຮມຂະໜາດ 96 ຫ້ອງ ຖືເປັນອີກໜຶ່ງໂຮງແຮມທີ່ມີຊື່ສຽງທີ່ສຸດຂອງ ຄິວບາ ແລະ ຢູ່ໃນຂັ້ນຕອນການກະກຽມຈະເປີດໃຫ້ນັກທ່ອງທ່ຽວອີກໃນ 2-3 ມື້ ເຮັດໃຫ້ໃນເວລາເກີດເຫດ ມີພຽງແຕ່ຄົນທີ່ເຮັດວຽກຢູ່ພາຍໃນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/