ຮູ້ບໍ່ວ່າ ສປປ ລາວ ເປັນປະເທດອັນດັບທີ 3 ທີ່ສົ່ງອອກມັນຕົ້ນຫຼາຍທີ່ສຸດໃນໂລກ


ມັນຕົ້ນ ຖືເປັນ ສິນຄ້າກະສິກຳສົ່ງອອກຕົ້ນຕໍຂອງ ສປປ ລາວ ໂດຍໃນປີ 2022 ທີ່ຜ່ານມາ ໄດ້ຖືກບັນທຶກໃຫ້ເປັນປະເທດ ທີ່ສົ່ງອອກມັນຕົ້ນຫຼາຍທີ່ສຸດເປັນອັນດັບ 3 ຂອງໂລກ ດ້ວຍມູນຄ່າ 345 ລ້ານໂດລາ ຈາກເວັບໄຊ OEC (ຕົວເລກຈາກ ກົມການຄ້າຕ່າງປະເທດແມ່ນ  328 ລ້ານໂດລາ)

ໂດຍອີງຕາມຕົວເລກຈາກ ເວັບໄຊ OEC ສປປ ລາວ ສົ່ງອອກມັນຕົ້ນເປັນອັນດັບ 3 ຮອງຈາກ ໄທ ແລະ ກຳປູເຈຍ ດ້ວຍສ່ວນແບ່ງໃນຕະຫຼາດ 7.6%. ສ່ວນໄທໄດ້ 33.9% ຄິດເປັນມູນຄ່າ 1.54 ຕື້ໂດລາ, ກຳປູເຈຍ ອັນດັບ 2 ດ້ວຍສ່ວນແບ່ງຕະຫຼາດ 28.6% ເປັນມູນຄ່າ 1.3 ຕື້ໂດລາ.

ສ່ວນອັນດັບ 4 ອັນດັບ 5 ແມ່ນ ຫວຽດນາມ ແລະ ສະຫະລັດ ອາເມຣິກາ ດ້ວຍສ່ວນແບ່ງຕະຫຼາດ 5.64% ມູນຄ່າ 256 ລ້ານໂດລາ, 4.15% ມູນຄ່າ 189 ລ້ານໂດລາ ຕາມລຳດັບ.

ສຳລັບປະເທດທີ່ມີການນຳເຂົ້າມັນຕົ້ນຫຼາຍທີ່ສຸດ ອັນດັບ 1 ແມ່ນ ສປ ຈີນ ດ້ວຍມູນຄ່າ 1.68 ຕື້ໂດລາ, ອັນດັບ 2 ຫວຽດນາມ ນໍາເຂົ້າມັນຕົ້ນໄປ 1.11 ຕື້ໂດລາ, ໄທ 560 ລ້ານໂດລາ ຮອງລົງມາອີກແມ່ນ ເນເທີແລນ ແລະ ປະເທດອັງກິດ.

ໂດຍອີງຕາມ ຕົວເລກສະຖິຕິ ຈາກ ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ເຫັນວ່າ ໃນ 4 ເດືອນຕົ້ນປີ 2024 ສປປ ລາວ ສາມາດສົ່ງອອກມັນຕົ້ນໄດ້ທັງໝົດ 173 ລ້ານໂດລາ ເປັນອັນດັບ 3 ຮອງຈາກ ເກືອກາລີ ແລະ ຄຳປະສົມ, ຄຳແທ່ງ ດ້ວຍມູນຄ່າ 863 ລ້ານໂດລາ ແລະ 229 ລ້ານໂດລາ ຕາມລຳດັບ.

ທີ່ມາ:

https://oec.world/en/profile/hs/cassava

https://laotradestat.moic.gov.la/estat/search/summary

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/