ອີຣານສັ່ງຈຳຄຸກ 1 ປີ ນັກເຄື່ອນໄຫວຍິງເຈົ້າຂອງຮາງວັນໂນເບວ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ສານອີຣານພິພາກສາຈຳຄຸກ ນາເກສ ໂມຮຳມາດີ ເຈົ້າຂອງຮາງວັນໂນເບວສາຂາຮາງວັນສັນຕິພາບ ເປັນເວລາ 1 ປີ ຈາກຄວາມຜິດໃນຂໍ້ຫາ ເຜີຍແຜ່ໂຄສະນາຊວນເຊື່ອຕໍ່ຕ້ານລັດຖະບານ ຫຼັງຈາກກ່ອນໜ້ານີ້ໄດ້ຕິດຄຸກຕັ້ງແຕ່ເດືອນພະຈິກ 2022 ຈາກຄວາມຜິດກ່ຽວກັບການຕໍ່ຕ້ານການໃສ່ຮິຍາບ ແລະ ຄັດຄ້ານໂທດປະຫານຊີວິດໃນອີຣານ.

ທາງດ້ານທພະນາຍຂອງ ນາເກສ ໂມຮຳມາດີ ໄດ້ກ່າວວ່າ “ນາເກສ ໂມຮຳມາດີ ໄດ້ຖືກຕັດສິນຈຳຄຸກ 1 ປີ ຂໍ້ຫາ “ເຜີຍແຜ່ໂຄສະນາຊວນເຊື່ອຕໍ່ຕ້ານລະບົບ” ໂດຍສານໃຫ້ເຫດຜົນວ່າ ນາງຮຽກຮ້ອງໃຫ້ຂວ້ຳບາດການເລືອກຕັ້ງລັດຖະສະພາ, ສົ່ງຈົດໝາຍເຖິງສະມາຊິກສະພານິຕິບັນຍັດ ໃນປະເທດສະວີເດນ ແລະ ນໍເວ ພ້ອມສະແດງຄວາມຄິດເຫັນກ່ຽວກັບຜູ້ຍິງໃນອີຣານ.

ຢ່າງໃດກໍຕາມ ນາເກສ ໂມຮຳມາດີ ປະຕິເສດການຂຶ້ນສານ ເມື່ອຕົ້ນເດືອນທີ່ຜ່ານມາ ແລະ ເມື່ອເດືອນມີນາ ປີນີ້ ພ້ອມຍັງໄດ້ເຜີຍແຜ່ຂໍ້ຄວາມສຽງຈາກຄຸກກ່ຽວກັບການປະນາມ “ ສົງຄາມເຕັມຮູບແບບຕໍ່ຜູ້ຍິງ” ໃນປະເທດອີຣານ ອັນເນື່ອງມາຈາກຕຳຫຼວດສິນທຳເພີ່ມຄວາມເຂັ້ມງວດໃນການບັງຄັບໃຊ້ກົດການແຕ່ງກາຍຕາມຫຼັກສາສະໜາອິດສະລາມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/