ອີງຕາມຂໍ້ມູນຈາກ S&P Global Market Intelligence, ເສດຖະກິດໃນອິນເດຍໄດ້ມີການເຕິບໂຕຢ່າງວ່ອງໄວໃນປີ 2021 – 2022 ແລະ ຍັງຄົງສະແດງຄວາມເຂັ້ມແຂງໃນການເຕີບໂຕຢ່າງຕໍ່ເນື່ອງໃນປີ 2023. ໂດຍມີການຄາດການວ່າ ເສດຖະກິດຂອງອິນເດຍຈະແຊງໜ້າຍີ່ປຸ່ນກາຍເປັນເສດຖະກິດໃຫຍ່ອັນດັບ 3 ຂອງໂລກດ້ວຍ GDP 7.3 ພັນຕື້ໂດລາໃນປີ 2030 ແລະ ກາຍເປັນອັນດັບ 2 ຂອງອາຊີ.
ຜະລິດຕະພັນລວມຂອງປະເທດ (GDP) ຂອງອິນເດຍຄາດວ່າຈະມີການເຕີບໂຕ 6.2% – 6.3% ໃນປີງົບປະມານທີ່ສິ້ນສຸດໃນເດືອນມີນາ 2024, ເຮັດໃຫ້ມັນກາຍເປັນເສດຖະກິດທີ່ສໍາຄັນທີ່ເຕີບໂຕໄວທີ່ສຸດໃນປີງົບປະມານນີ້ ໂດຍເສດຖະກິດໃຫຍ່ອັນດັບ 3 ຂອງອາຊີນັ້ນໄດ້ເຕີບໂຕເຖິງ 7,8% ໃນໄຕມາດເດືອນເມສາຫາເດືອນມິຖຸນາ.
S&P Global ກ່າວວ່າ “ທ່າອ່ຽງເສດຖະກິດໃນໄລຍະສັ້ນແມ່ນການຂະຫຍາຍຕົວຢ່າງໄວວາຢ່າງຕໍ່ເນື່ອງໃນປີ 2023 ແລະ 2024, ໂດຍໄດ້ຮັບແຮງຊຸກຍູ້ຈາກການເຕີບໂຕທີ່ເຂັ້ມແຂງຂອງຄວາມຕ້ອງການພາຍໃນປະເທດ.
ໃນທົດສະວັດທີ່ຜ່ານມາ, ລັດຖະບານອິນເດຍໄດ້ປະຕິບັດນະໂຍບາຍປະຕິຮູບເສດຖະກິດຫຼາຍຢ່າງເພື່ອປັບປຸງສະພາບແວດລ້ອມເສດຖະກິດ ແລະ ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດເຂົ້າສູ່ອິນເດຍ, ໂດຍນະໂຍບາຍເຫຼົ່ານີ້ລວມທັງການຫຼຸດຜ່ອນພາສີ, ອໍານວຍຄວາມສະດວກໃນການເຂົ້າມາເຮັດທຸລະກິດ ແລະ ການເປີດເສລີທາງດ້ານການຄ້າ.
ເຊິ່ງນີ້ສະທ້ອນໃຫ້ເຫັນເຖິງການເຕີບໂຕໃນໄລຍະຍາວທີ່ດີສໍາລັບເສດຖະກິດອິນເດຍ ໂດຍໄດ້ຮັບການຊ່ວຍເຫຼືອຈາກປະຊາກອນໄວແຮງງານທີ່ມີຂະໜາດໃຫຍ່ ແລະ ລາຍຮັບຂອງຄົວເຮືອນໃນຕົວເມືອງທີ່ເພີ່ມຂຶ້ນຢ່າງໄວວາ”
ພາກການຜະລິດຜະລິດຂອງອິນເດຍໄດ້ມີການເຕີບໂຕຢ່າງວ່ອງໄວໃນໄລຍະ 2 – 3 ປີທີ່ຜ່ານມາ, ໂດຍຄິດເປັນ 18% ຂອງ GDP ໃນປັດຈຸບັນ ແລະ ຄາດວ່າຈະເຕີບໂຕເປັນ 25% ພາຍໃນປີ 2030. ໃນພາກສ່ວນບໍລິການຂອງອິນເດຍຄິດເປັນ 54% ຂອງ GDP ປັດຈຸບັນ ແລະ ຄາດວ່າຈະເຕີບໂຕເປັນ 60% ພາຍໃນປີ 2030.
ຕົວເລກ GDP ຂອງອິນເດຍທີ່ວັດເປັນສະກຸນເງິນໂດລາສະຫະລັດ ຄາດວ່າຈະເພີ່ມຂຶ້ນຈາກ 3.5 ພັນຕື້ໂດລາໃນປີ 2022 ເປັນ 7.3 ພັນຕື້ໂດລາໃນປີ 2030. ການຂະຫຍາຍຕົວທາງດ້ານເສດຖະກິດຢ່າງວ່ອງໄວນີ້ຈະເຮັດໃຫ້ຂະໜາດຂອງ GDP ຂອງອິນເດຍແຊງໜ້າ GDP ຂອງຍີ່ປຸ່ນໃນປີ 2030, ເຮັດໃຫ້ອິນເດຍກາຍເປັນປະເທດອັນດັບ 2 ທີ່ມີເສດຖະກິດໃຫຍ່ທີ່ສຸດໃນພາກພື້ນອາຊີ. ນອກຈາກນີ້ຍັງໄດ້ມີການຄາດການວ່າພາຍໃນປີ 2023, GDP ຂອງອິນເດຍຈະແຊງໜ້າເຢຍລະມັນເຊັ່ນກັນ.
S&P Global ກ່າວວ່າ “ອິນເດຍຍັງໄດ້ຮັບແຮງຊຸກຍູ້ທີ່ສຳຄັນຈາກຫຼາຍປະການເພື່ອເປັນແຮງຂັບເຄື່ອນໃນການເຕີບໂຕທາງດ້ານເສດຖະກິດເຊັ່ນ: ຊົນຊັ້ນກາງທີ່ມີຂະໜາດໃຫຍ່ ແລະ ມີິການເຕີບໂຕຢ່າງວ່ອງໄວ, ການປ່ຽນແປງ ແລະ ການເຕີບໂຕທາງດ້ານດິຈິຕອນຂອງອິນເດຍ, ການໄຫຼເຂົ້າຂອງລົງທຶນໂດຍກົງຈາກຕ່າງປະເທດ (FDI)…”
ໂດຍລວມແລ້ວຄາດວ່າອິນເດຍຈະຍັງຄົງເປັນໜຶ່ງໃນປະເທດທີ່ມີເສດຖະກິດທີ່ເຕີບໂຕໄວທີ່ສຸດໃນໂລກໃນທົດສະວັດຂ້າງໜ້າ. ການກ້າວຂຶ້ນເປັນເສດຖະກິດໃຫຍ່ເປັນອັນດັບ 3 ຂອງໂລກຂອງອິນເດຍຈະສົ່ງຜົນກະທົບຕໍ່ພາກພື້ນອາຊີ ແລະ ໂລກໂດຍລວມ. ອິນເດຍຈະກາຍເປັນຕະຫຼາດຜູ້ບໍລິໂພກທີ່ສໍາຄັນ ແລະ ເປັນແຫຼ່ງທີ່ສໍາຄັນຂອງການຜະລິດສິນຄ້າ ແລະ ການບໍລິການທີ່ສຳຄັນຂອງໂລກ.
ຍິ່ງໄປກວ່ານັ້ນ, ການປາກົດຕົວຂອງອິນເດຍໃນຖານະເປັນເສດຖະກິດໃຫຍ່ອັນດັບສາມຂອງໂລກໄດ້ສະທ້ອນເຖິງການເຕີບໂຕດ້ານເສດຖະກິດຂອງອາຊີ ເຊິ່ງກາຍເປັນສູນກາງເສດຖະກິດຂອງໂລກ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/