ເມື່ອຕົ້ນປີ 2020 ທີ່ຜ່ານມາໂລກໄດ້ສູນເສຍປ່າຄັ້ງໃຫຍ່ ກັບເຫດການໄຟໄໝ້ປ່າໃນປະເທດອອສເຕເລຍ ອັກຄີໄພທີ່ບໍ່ມີໃຜຢາກໃຫ້ເກີດ ເພາະມັນສ້າງຄວາມສູນເສຍຢ່າງມະຫາສານ ແລະ ໃຊ້ເວລາດົນຈຶ່ງຈະສາມາດປູກປ່າທົດແທນໄດ້.
ໂດຍສະເພາະເມື່ອລະດູຮ້ອນ ປ່າໃນທົ່ວໂລກລ້ວນກໍມີຄວາມສ່ຽງໃນການເກີດໄຟປ່າ ເພື່ອປ້ອງກັນຄວາມສູນເສຍຈາກໄຟປ່າ ອອສເຕເລຍໄດ້ພັດທະນາດາວທຽມທີ່ກວດຈັບໄຟປ່າ ທີ່ໃຊ້ເວລາພຽງ 1 ນາທີ ກໍຮູ້ຕຳແໜ່ງໄຟປ່າ.

Fireball ບໍລິສັດໃນລັດ Queensland ໄດ້ເຜີຍການພັດທະນາດາວທຽມທີ່ກວດຫາໄຟປ່າໃນອອສເຕເລຍ ໂດຍຈະປ່ອຍດາວທຽມຂຶ້ນສູ່ວົງໂຄຈອນຂອງໂລກພາຍໃນປີ 2022, ໂດຍທັງລະບົບກວດຫາໄຟປ່າ ລວມທັງກ້ອງກວດຈັບພາກພື້ນດິນ ແລະ ໂດຣນ ເພື່ອວ່າຈະສາມາດສອດສ່ອງການເກີດໄຟປ່າໄດ້ທັນ.


ດ້ວຍສະພາບພູມອາກາດປ່ຽນແປງ ເຮັດໃຫ້ເກີດພື້ນທີ່ແຫ້ງແລ້ງຫຼາຍຂຶ້ນ, ລະດູຮ້ອນກໍຮ້ອນຫຼາຍຂຶ້ນ ແລະ ດົນນານກວ່າເກົ່າ ສົ່ງຜົນແກ່ສິ່ງມີຊີວິດ ແລະ ລະບົບນິເວດ ຈຶ່ງເຮັດໃຫ້ມີການຄິດຄົ້ນເທັກໂນໂລຢີຂຶ້ນມາເພື່ອຮັບມືກັບສະຖານະການດັ່ງກ່າວ.
ນັກວິຊາການຊີ້ວ່າ ພາຍໃນ 5 ປີ ອອສເຕເລຍຈະມີລະບົບປ້ອງກັນໄຟປ່າແບບອັດຕະໂນມັດດ້ວຍເທັກໂນໂລຢີຕ່າງໆ ບໍ່ວ່າຈະເປັນດາວທຽມ, ໂດຣນ ແລະ AI ທີ່ຈະຂັບເຄື່ອນການປ່ຽນແປງໃນວຽກງານການປ້ອງກັນໄຟປ່າ.

ຂອບໃຈຂໍ້ມູນຈາກ: