ຫຼຽນມີມ WATER ໃນ Solana ໄດ້ຮັບຄວາມສົນໃຈເພີ່ມຂຶ້ນຫຼັງຈາກ Ronaldinho ປະກາດໂພສສະໜັບສະໜູນຫຼຽນໃນ social media


ຫຼຽນ WATER meme ໃນ Solana blockchain ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ. ຫຼັງຈາກ Ronaldinho ກອງໜ້າຊາວບຣາຊິວຊື່ດັງ ໄດ້ໂພສສະໜັບສະໜູນຫຼຽນນີ້ໃນ social media.

ການສະໜັບສະໜູນຂອງ Ronaldinho ເກີດຂຶ້ນຫຼັງຈາກ Lionel Messi ກັບຕັນທີມຊາດອາເຈນຕິນາໄດ້ໂພສສົ່ງເສີມຫຼຽນດັ່ງກ່າວໃນ Instagram ຂອງລາວໃນມື້ກ່ອນ.

ຕໍ່ມາ Ronaldinho ກໍໄດ້ໂພສສະຕໍລີລົງໃນ Instagram. ເຊິ່ງເປັນ​ຮູບ​ຂອງ​ເຂົາທີ່ມີ mascot ຂອງຫຼຽນ WATER ຢູ່ທາງ​ຫຼັງ​, ພ້ອມກັບແທັກບັນຊີ Instagram ຂອງຫຼຽນ.

ນັກກິລາບານເຕະທັງສອງມີຜູ້ຕິດຕາມຢ່າງຫຼວງຫຼາຍໃນ Instagram. ໂດຍ Ronaldinho ມີຜູ້ຕິດຕາມເກືອບ 77 ລ້ານຄົນ ແລະ Messi ມີຜູ້ຕິດຕາມຫຼາຍກວ່າ 500 ລ້ານຄົນ, ສົ່ງຜົນໃຫ້ຫຼຽນມີມ WATER ກາຍເປັນທີ່ຮູ້ຈັກຂອງຜູ້ຄົນຈຳນວນຫຼາຍ.

ຢ່າງໃດກໍຕາມ, Ronaldinho ເຄີຍປະຕິເສດທີ່ຈະກ່ຽວຂ້ອງກັບໂຄງການ cryptocurrency ທີ່ອ້າງວ່າໄດ້ໃຫ້ຜົນຕອບແທນເຖິງ 400% ໃນປີກາຍນີ້.

ເວັບໄຊຫຼຽນມີມ WATER ລະບຸວ່າ token ໄດ້ຖືກສ້າງຂື້ນໂດຍຜູ້ສ້າງຫຼຽນມີມ BEER ເວັບໄຊຍັງມີການເຊື່ອມຕໍ່ກັບເວັບໄຊທ໌ຫຼຽນ WATER.

ຫຼຽນມີມໄດ້ຮັບຄວາມນິຍົມໃນອາທິດທີ່ຜ່ານມາ. ໂດຍສ່ວນໜຶ່ງແມ່ນຍ້ອນເວັບໄຊ Pump.fun, ເຊິ່ງຊ່ວຍໃຫ້ຜູ້ໃຊ້ສາມາດສ້າງ tokens ໄດ້ຢ່າງງ່າຍດາຍ.

ເອກະສານທາງກົດໝາຍຂອງຫຼຽນມີມ WATER ລະບຸວ່າຫຼຽນນີ້ບໍ່ມີມູນຄ່າໃນຕົວມັນເອງ ຫຼື ໃຫ້ຜົນຕອບແທນທາງດ້ານການເງິນ. ເອກະສານຍັງລະບຸວ່າ “WATER ບໍ່ມີຜົນປະໂຫຍດອັນໃດເລີຍ ແລະ ມັນເປັນພຽງເພື່ອຄວາມບັນເທີງເທົ່ານັ້ນ.”

ຜູ້ກໍ່ຕັ້ງຂອງຫຼຽມມີມ WATER ເອີ້ນຫຼຽນນີ້ວ່າແມ່ນ “token ເພື່ອການກຸສົນ” ແຕ່ບໍ່ໄດ້ອະທິບາຍເພິ່ມເຕີມວ່າຈະຊ່ວຍເຫຼືອກິດຈະກຳການກຸສົນແນວໃດ.

ຫຼຽນມີມ WATER ໃນ Solana ມີຈຸດປະສົງເພື່ອແຈກຢາຍຜົນປະໂຫຍດໃຫ້ກັບຜູ້ຖືຫຼຽນຢ່າງເທົ່າທຽມກັນ ແລະ ສະໜັບສະໜູນອົງການຈັດຕັ້ງການກຸສົນ. ສຸມໃສ່ການບໍລິຈາກໂດຍບໍ່ເຮັດໃຫ້ຜູ້ບໍລິຈາກສູນເສຍຜົນຕອບແທນ.

ຜູ້ສ້າງຫຼຽນ WATER ມີຈຸດປະສົງເພື່ອແກ້ໄຂບັນຫາການຕັດໄມ້ທໍາລາຍປ່າ ແລະ ການຂາດແຄນນ້ຳສະອາດໃນອາຟຣິກາ. ໂດຍຈະບໍລິຫານຄຸ້ມຄອງຢ່າງໂປ່ງໃສຜ່ານກະເປົາເງິນສາທາລະນະທີ່ແຍກຕ່າງຫາກສໍາລັບການບໍລິຈາກ ແລະ ການໂຄສະນາການກຸສົນ.

ໃນຂະນະທີ່ຂຽນ, ຫຼຽນ WATER ໄດ້ມີການຊື້ຂາຍກັນຢູ່ທີ່ 0.0008457 ໂດລາ, ເຊິ່ງຫຼຸດລົງ 6.84% ໃນ 24 ຊົ່ວໂມງ, ອີງຕາມຂໍ້ມູນຈາກ CoinMarketCap. ນັກລົງທຶນສາມາດຊື້ ແລະ ແລກປ່ຽນ tokens ໃນ Bitget, BitMart ແລະ MEXC.

ຢ່າງໃດກໍຕາມ, ນັກລົງທຶນຄວນຮູ້ຄວາມສ່ຽງກ່ອນທີ່ຈະລົງທຶນໃນຫຼຽນມີມ, ເນື່ອງຈາກຫຼຽນເຫຼົ່ານີ້ມັກຈະມີການຜັນຜວນສູງ ແລະ ອາດຈະສູນເສຍມູນຄ່າທັງໝົດໄດ້.

ທີ່ມາ:

cryptotimes

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/