ຕອນຍັງນ້ອຍເຮົາອາດຈະເຄີຍໄດ້ຍິນຄົນອ້ອມຂ້າງທ້ວງວ່າໜ້າເຮົາຄື ພໍ່ ຫຼື ແມ່ ເຊິ່ງນັ້ນກໍຖືໄດ້ວ່າມັນເປັນເລື່ອງປົກກະຕິທີ່ເຮົາຈະພົບໄດ້ໃນຊິວິດ ແຕ່ສໍາລັບສາວນ້ອຍຈາກຈີນຄົນນີ້ມັນແຕກຕ່າງອອກອອກໄປ ເພາະໄດ້ມີຫຼາຍຄົນທ້ວງວ່າໜ້າຂອງສາວນ້ອຍຄ້າຍຄືຜູ້ເປັນພໍ່ ແຕ່ລາວໄດ້ຮ້ອງໄຫ້ອອກມາດ້ວຍເຫດທີ່ວ່າບໍ່ຢາກຄືພໍ່ ເພາະຢ້ານບໍ່ງາມ.

ເລື່ອງລາວທີ່ກ່າວມານີ້ເປັນຂອງສາວນ້ອຍອາຍຸ 6 ປີ ຈາກເມືອງ ຊູສຽນ ມົນທົນຈຽງຊູ ປະເທດຈີນ ທີ່ໄດ້ກາຍເປັນກະແສຫຼັງຈາກທີ່ໄດ້ມີການເຜີຍແຜ່ວິດີໂອຂອງສາວນ້ອຍທີ່ກໍາລັງມາລະບາຍກັບ ນາງ ຈາງ (Zhang ຜູ້ເປັນແມ່) ເພາະຕົນເອງບໍ່ພໍໃຈທີ່ມີແຕ່ຄົນບອກວ່າໜ້າຄືພໍ່.
ແລະຈາກຕົວວິດີໂອດັ່ງກ່າວຈະສັງເກດເຫັນສາວນ້ອຍຮ້ອງໄຫ້ອອກມາຈາກຫ້ອງນ້ຳພ້ອມດ້ວຍໃບໜ້າທີ່ໂສກເສົ້າແລ້ວມານັ່ງຈົ່ມຄວາມໃນໃຈກັບແມ່ເຖິງຄວາມບໍ່ພໍໃຈໃນໜ້າຕາຂອງຕົນ.
“ເປັນຫຍັງຂ້ອຍຕ້ອງໜ້າຄືພໍ່ ຂ້ອຍເກີດມາຈາກທ້ອງແມ່ ບໍ່ແມ່ນພໍ່”
“ເດັກນ້ອຍມັກຈະຮ້ອງເພງທີ່ບອກວ່າແມ່ເກັ່ງທີ່ສຸດໃນໂລກ ໃນເນື້ອເພງກໍບອກວ່າແມ່ເກັ່ງທີ່ສຸດໃນໂລກ ບໍ່ເຫັນເວົ້າເຖິງພໍ່ເລີຍ”
“ບໍ່ມີພໍ່ຄືຈະດີ” ນີ້ຄືປະໂຫຍກທີ່ສາວນ້ອຍຄົນນີ້ເວົ້າກັບຜູ້ເປັນແມ່.
ຫຼັງຈາກໄດ້ຍິນຄໍາເວົ້າຂອງລູກສາວນາງ ຈາງ ຜູ້ເປັນແມ່ກໍຮູ້ສຶກທັງປະຫຼາດໃຈ ແລະ ທັງຢາກຫົວຂວັນໃນເວລາດຽວກັນ ຈາງ ອະທີບາຍຕື່ມສາເຫດທີ່ລູກສາວຕົວນ້ອຍເວົ້າໄປແນວນັ້ນກໍຍ້ອນວ່າ ສາວນ້ອຍຄິດວ່າຖ້າຕົນເອງໜ້າຕາຄືພໍ່ແມ່ນຈະບໍ່ງາມ ຈາງ ບອກອີກວ່າຖ້າສົມມຸດສາມີນັ່ງນຳກັນຕອນທີ່ລູກສາວນັ່ງປັບທຸກ ຮັບຮອງເລີຍວ່າສາມີຂອງຕົນຕ້ອງຮູ້ສຶກເສຍໃຈຢ່າງແນ່ນອນ.

ຈາງບອກວ່າຄວາມຈິງແລ້ວໜ້າຕາຂອງສາມີຕົນເອງແມ່ນບໍ່ໄດ້ຂີ້ຮ້າຍ ຫຼື ເບິ່ງບໍ່ໄດ້ຕາມທີ່ລູກສາວຕົວນ້ອຍຄິດໄວ້ ພ້ອມນັ້ນຈາງບອກວ່າ ສາມີຍັງຮັກລູກສາວຂອງຕົນເປັນທີ່ສຸດ ແລະ ມັກຈະໃຊ້ເວລາຢູ່ນຳກັນສະເໝີ.

ຫຼັງຈາກວິດີໂອດັ່ງກ່າວຖືກເຜີຍແຜ່ອອກໄປ ມັນກໍໄດ້ເປັນກະແສໃນເວັບໄຊ Weibo (ເວັບໄຊຊື່ດັງຂອງຈີນ) ໂດຍມີຍອດຄົນກົດຖືກໃຈກວ່າ 1 ແສນຄັ້ງ ແລະ ມີຄົນສະແດງຄວາມຄິດເຫັນຫຼາຍກວ່າ 7,000 ຄັ້ງ ພ້ອມນີ້ມີຫຼາຍຄວາມເຫັນທີ່ເອັນດູຄວາມໄຮ້ດຽງສາຂອງສາວນ້ອຍບາງຄົນກໍບອກວ່າ
“ສາວໆ ຕ້ອງໃສ່ໃຈເລື່ອງຮູບຮ່າງໜ້າຕາຂອງສາມີໃນອະນາຄົດແລ້ວບໍ່? ບໍ່ຊັ້ນລູກສາວຈະຈົ່ມໃຫ້ເດີ້”
ອີກໜຶ່ງຄໍາເຫັນຂອງຊາວເນັດຜູ້ທີ່ເປັນພໍ່ກໍບວກວ່າ “ຖ້າລູກສາວໜ້າຄືຂ້ອຍ ຂ້ອຍກໍຢາກຮ້ອງໄຫ້ຄືກັນ”
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment