Charles Geschke ຜູ້ຮ່ວມກໍ່ຕັ້ງບໍລິສັດ Adobe ແລະ ຜູ້ຮ່ວມພັດທະນາໄຟລ໌ PDF ໄດ້ເສຍຊີວິດໃນໄວ 81 ປີ ໃນລັດເເຄລິຟໍເນຍ ຕັ້ງແຕ່ວັນສຸກ ທີ 16 ເມສາ ທີ່ຜ່ານມາ.
Charles Geschke ຮ່ວມກໍ່ຕັ້ງບໍລິສັດ Adobe ຮ່ວມກັບ John Warnock ໂດຍທີ່ພວກເຂົາເປັນຜູ້ທີ່ພັດທະນາ ໄຟລ໌ PDF ເຊິ່ງເປັນໄຟລ໌ເອກະສານທີ່ນຳໃຊ້ກັນຢ່າງກວ້າງຂວາງໃນປັດຈຸບັນ.

Charles Geschke ຈົບການສຶກສາລະດັບປະລິນຍາເອກ ຈາກມະຫາວິທະຍາໄລ Carnegie Mellon ຈາກນັ້ນກໍເຂົ້າເຮັດວຽກຢູ່ທີ່ສູນວິໄຈ Xerox Palo Alto ເຊິ່ງເປັນສະຖານທີ່ ທີ່ເຂົາພົບກັບ John Warnock ແລະ ທັງສອງກໍອອກຈາກບ່ອນເຮັດວຽກ ໃນປີ 1982 ແລະ ຮ່ວມກັນກໍ່ຕັ້ງ Adobe ຂຶ້ນມາ.
ຜະລິດຕະພັນທຳອິດຂອງ ບໍລິສັດ Adobe ແມ່ນ Adobe PostScript ເຊິ່ງເປັນໂປຣແກຣມພາສາທີ່ສົ່ງເສີມດ້ານອຸດສາຫະກຳສິ່ງພິມໃນຄອມພິວເຕີ Desktop ແລະ ພວກເຂົາຍັງເຄີຍໄດ້ຮັບຫຼຽນຮາງວັນເທັກໂນໂລຢີແຫ່ງຊາດຈາກອະດີດ ປະທານາທິບໍດີ ບາຣັກ ໂອບາມາ ໃນປີ 2009 ອີກດ້ວຍ.

ເຖິງວ່າ Charles Geschke ໄດ້ຈາກພວກເຮົາໄປແລ້ວ ແຕ່ຍັງປະຜົນງານໃຫ້ພວກເຮົາໄດ້ໃຊ້ກັນຢູ່ໃນປັດຈຸບັນ ພ້ອມກັບສ້າງສັນຫຼາກຫຼາຍສິ່ງອຳນວຍຄວາມສະດວກ ຫຼື ໂປຣແກຣມທີ່ພວກເຮົາຄຸ້ນເຄີຍກັນເຊັ່ນ: Photoshop, Illustrator, Premiere Pro ແລະ ອື່ນໆ ເຊິ່ງສ້າງອາຊີບໃຫ້ແກ່ຄົນໃນທົ່ວໂລກອີກດ້ວຍ.
ພາບ: NBC News, BBC, Palo Alto Daily Post.
ທີ່ມາ: https://www.techxcite.com/mobile/topic.html?id=37411
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/