ໃນວັນທີ 26 ສິງຫາ 2022, ກົມຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ຮ່ວມກັບ ເມືອງແຮງຊ້ອງ ແຂວງ ຄັງວອນ ສ.ເກົາຫຼີ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ແຜນການຈັດສົ່ງງານແຮງງານຕາມລະດູການ ໂອກາດເຄື່ອນໄຫວຢ້ຽມຢາມແຮງງານທີ່ໄປເຮັດວຽກຢູ່ປະເທດດັ່ງກ່າວ.
ຕາງໜ້າກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມລົງນາມຂອງ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງ ຮສສ ແລະ ທ່ານ Kim Myung-gi ເຈົ້າເມືອງແຮງຊ້ອງ, ໂດຍມີຄະນະທີ່ກ່ຽວຂ້ອງ ທັງສອງຝ່າຍຮ່ວມເປັນສັກຂີພະຍານ.

ການເຊັນບົດບັນທຶກຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ການຮ່ວມມືຮ່ວມກັນ ລະຫວ່າງທັງສອງຝ່າຍ ແລະ ການຈັດສັນນຳສົ່ງຜູ້ອອກແຮງງານຕາມລະດູການ ເພື່ອເຮັດວຽກໃນຂົງເຂດກະສິກຳ ເປັນໄລຍະ 3-5 ເດືອນ ໃນປະເທດສາທາລະນະລັດເກົາຫຼີ ແລະ ການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນມີຄວາມສອດຄ່ອງກັບກົດໝາຍ ແລະ ກົດລະບຽບ ລະຫວ່າງປະເທດ ຂອງແຕ່ລະປະເທດ. ອີງຕາມ ແຜນງານນຳສົ່ງຜູ້ອອກແຮງງານຕາມລະດູການຂອງສອງປະເທດ , ແຜນງານນຳສົ່ງຜູ້ອອກແຮງງານຕາມລະດູການ ເພື່ອການຈັດຫາ ແລະ ນຳສົ່ງ ຜູ້ອອກແຮງງານຕາມລະດູການ ຈາກປະເທດ ສປປ ລາວ ໄປທີ່ປະເທດ ສາທາລະນະລັດເກົາຫຼີ. ໄລຍະເວລາຂອງແຜນງານຊົ່ວຄາວຄັ້ງນີ້ ແມ່ນກໍານົດພາຍໃນ 90 ວັນເຮັດວຽກ ຫຼື 5 ເດືອນ, ລວມປະມານ 500 ຄົນຕໍ່ປີ.
ໃນບົດບັນທຶກຍັງລະບຸຢ່າງລະອຽດ ກ່ຽວກັບມາດຕະການລະເມີດ 1; 2 ແລະ 3. ນອກນັ້ນ ເມືອງ ແຮງຊ້ອງ ຈະຕ້ອງຮັບຜິດຊອບກ່ຽວກັບຂັ້ນຕອນທີ່ຈຳເປັນກ່ຽວຂ້ອງທັງໝົດ ສຳລັບຜູ້ອອກແຮງງານຕາມລະດູການ ຈາກ ສປປ ລາວ ເພື່ອຮັບວີຊ່າທີ່ອອກອອກແຮງງານ ຢູ່ ສ.ເກົາຫຼີ.
ພ້ອມນັ້ນ ຍັງຈະຕ້ອງນຳສົ່ງແຮງງານ ໃຫ້ແກ່ນາຍຈ້າງ, ລວມທັງສະໜອງຂໍ້ມູນຂ່າວສານ, ການເຝິກອົບຮົມ, ການແນະນໍາ, ຄໍາປຶກສາ ແລະ ການຊ່ວຍເຫຼືອດ້ານອື່ນໆທີ່ກ່ຽວຂ້ອງ. ເຊິ່ງບົດບັນທຶກຄວາມເຂົ້າໃຈສະບັບນີ້ແມ່ນມີກຳນົດໄລຍະເວລາ 1 ປີ ແລະ ມີຜົນບັງຄັບໃຊ້ນັບແຕ່ວັນທີລົງລາຍເຊັນເປັນຕົ້ນໄປ.

ຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment