ລັດຖະບານແຫ່ງ ສປປ ລາວ ກຳລັງແນມຫາໂອກາດໃນການດຶງດູດການລົງທຶນໃນຂະແໜງການໃນ ພື້ນຖານໂຄງລ່າງ ເເລະ ອຸດສາຫະກຳສີຂຽວ ຈາກນັກລົງທຶນຈີນໃຫ້ຫຼາຍຂຶ້ນ.

ການສົນທະນາດັ່ງກ່າວມີຂຶ້ນ ໃນໂອກາດການເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 21 ທີ່ນະຄອນໜານໜິງ ເຂດປົກຄອງຕົນເອງກວາງຊີ ສປ ຈີນ. ຫວ່າງບໍ່ດົນມານີ້, ກະຊວງແຜນການ ເເລະ ການລົງທຶນ ຕາງໜ້າໃຫ້ ລັດຖະບານ ເເຫ່ງ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາການລົງທຶນການລົງທຶນ ພາຍໃຕ້ຫົວຂໍ້ “ສປປ ລາວ: ຈຸດໝາຍປາຍທາງການລົງທຶນຂອງພາກພື້ນ ສຳລັບພື້ນຖານໂຄງລ່າງ ເເລະ ອຸດຫະສາກຳສີຂຽວ”

ກອງປະຊຸມດັ່ງກ່າວ ຈັດຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ເເລະ ການລົງທຶນ, ໃຫ້ກຽດເຂົ້າຮ່ວມກອງປະຊຸມຂອງຜູ້ນຳ ເເຂວງກວາງຊີ ທ່ານ ຟາງ ຫຼິງມິງ ຄະນະປະຈຳພັກ ປະທານກວດ ກາພັກ-ລັດເຂດປົກຄອງຕົນເອງກວາງຊີ, ບັນດາຜູ້ເເທນຈາກພາກລັດ ເເລະ ພາກເອກະຊົນ ທັງ 2 ປະເທດ ເຂົ້າຮ່ວມ.

ອີງຕາມການລາຍງານຂອງ ໜັງສືພີມ ປະຊາຊົນ ທ່ານຮອງລັດຖະມົນຕີ ກະຊວງແຜນການ ເເລະ ການລົງທຶນ ໄດ້ສະເໜີຈຸດດີ ເເລະ ບັນດາເງື່ອນໄຂອໍານວຍຄວາມສະດວກຕ່າງໆ ຕໍ່ພາກລັດ ເເລະ ພາກເອກະຊົນ ທັງ 2 ປະເທດ ເພື່ອສົ່ງເສີມ ສາຍພົວພັນການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ຂອງສອງ ປະເທດ ລາວ-ຈີນ.

ພ້ອມນັ້ນ, ທ່ານ ຍັງໄດ້ຍົກໃຫ້ເຫັນວ່າ ເຖິງແມ່ນວ່າສະພາບການຂອງພາກພື້ນ ແລະ ສາກົນ ມີການຜັນແປຢ່າງສັບສົນ ແລະ ການລົງທຶນຂອງໂລກມີທ່າອ່ຽງຫຼຸດລົງ ແຕ່ ການລົງທຶນຂອງຕ່າງປະເທດໃນ ອາ​ຊຽນ ແລະ ສປປ ລາວ ໃນປີ 2023 ຍັງສືບຕໍ່ເພີ່ມຂຶ້ນ.

ສະເພາະ ສປປ ລາວ ມູນ​ຄ່າອະນຸມັດການລົງທຶນຂອງເອກະຊົນໃນປີ 2023 ບັນລຸ 4 ຕື້ໂດລາ, ລື່ນ​​ຄາດໝາຍຂອງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມແຫ່ງຊາດ ແລະ ​ເພີ່ມ​ຂຶ້ນ​ເກືອບ 2 ​ເທົ່າ​ຈາກ​ປີ 2022. 

ອີກທ່າອ່ຽງໜຶ່ງທີ່ເປັນກາລະໂອກາດໃຫ້ແກ່ການລົງທຶນ ໃນພາກພື້ນ ກໍຄື ສປປ ລາວ ແມ່ນທ່າອ່ຽງການຫັນເປັນສີຂຽວ ຊຶ່ງໝາຍເຖິງການລົງທຶນ, ການຜະລິດ ລວມເຖິງການບໍລິໂພກ ມີການຫັນປ່ຽນໄປຕາມທີດສີຂຽວ ແລະ ຍືນຍົງຫຼາຍຂຶ້ນ.

ບາງທ່າແຮງທີ່ເປັນໂອກາດແກ່ການລົງທຶນ ແລະ ການຄ້າ ກໍມີຢູ່ວ່າ, ສປປ ລາວ ເປັນປະເທດທີ່ນໍາໜ້າໃນການພັດທະນາພະ​ລັງ​ງານ​ສະ​ອາດ ເພື່ອຕອບສະໜອງ ຄວາມຕ້ອງການພະລັງງານສະອາດຂອງອາຊຽນ ແລະ ສປ ຈີນ ໂດຍສະເພາະແມ່ນພະລັງງານທີ່ມາຈາກໄຟຟ້ານ້ຳຕົກ, ແສງຕາເວັນ, ພະລັງງານລົມ, ພະລັງງານຈາກສິ່ງເສດເຫຼືອ, ຈາກໃຕ້ດິນ ແລະ ອື່ນໆ. ພ້ອມນີ້ ສປປ ລາວ ​ກໍພ້ອມຮັບການລົງທຶນໃນຂະແໜງການທີ່ນໍາໃຊ້ພະລັງງານສະອາດໃນ ຂົງເຂດ ICT, Data Center, ສະຖານີສາກລົດໄຟຟ້າ ແລະ ເຂດເຕັກໂນໂລຊີຂັ້ນສູງ ເພື່ອເພີ່ມມູນຄ່າໃຫ້ພະລັງງານສະອາດທີ່ລາວມີທ່າແຮງຫຼາຍ.

ທີ່ມາ: ປຊຊ

https://www.facebook.com/photo/?fbid=1088661452947310&set=a.563325785480882