ເຈົ້າໜ້າທີ່ ກະຊວງແຜນການ ແລະ ການລົງທຶນ ຂອງ ສປປ ລາວ ເຜີຍ ເຜີຍ 5 ເຫດຜົນຫຼັກທີ່ນັກລົງທຶນຕ່າງຊາດ ເຂົ້າມາລົງທຶນໃນ ລາວ.

ອີງຕາມການລາຍງານຂອງ CMG, ໃນກອງປະຊຸມໂຕະມົນກ່ຽວກັບຄວາມຮ່ວມມືດ້ານການລົງທຶນຂອງຈີນ-ອາຊຽນ ທີ່​ຈັດ​ຂຶ້ນ​ຢູ່ ​ໃນ​ວັນ​ທີ 25 ກັນ​ຍານີ້, ທ່ານນາງ ສຸພາພອນ ໄຊຍະເລີດ ຮອງຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການແລະການລົງທຶນ ສ​ປ​ປ​ ລາວ ໄດ້ກ່າວໃຫ້ຂໍ້ມູນຕໍ່ກອງປະຊຸມວ່າ: 5 ເຫດຜົນທີ່ນັກລົງທຶນຄວນມາລົງທຶນຢູ່ ສປປ ລາວມີຄື:  1. ເສດຖະກິດຂອງ ສປປ ລາວ ກຳລັງຂະຫຍາຍໂຕຢ່າງວ່ອງໄວເຊິ່ງເປັນກາລະໂອກາດອັນດີທີ່ລົງທຶນຈະມາລົງທຶນ. 2. ລາວມີຊັບພະຍາກອນທີ່ອຸດົມສົມບູນ ເໝາະແກ່ການພັດທະນາຂະແໜງກະສິກຳ, ບໍ່ເເຮ່ ແລະ ພະລັງງານສະອາດ. 3. ລາວມີຄວາມສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມມີຄວາມສະຫງົບ. 4. ເປັນໜຶ່ງໃນປະເທດທີ່ເຂົ້າຮ່ວມນະໂຍບາຍ ໜຶ່ງແລວທາງ ໜຶ່ງເສັ້ນທາງ ຂອງ ສປ ຈີນ ເພື່ອຫັນປະເທດລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດທີ່ເຊື່ອມໂຍງ ແລະ ເຊື່ອມຈອດທາງບົກ, ສົ່ງເສີມໃຫ້ລາວກາຍເປັນປະຕູ ແລະ ເປັນຂົວຕໍ່ໃຫຍ່ໜຶ່ງທີ່ເຊື່ອມຈີນ ແລະ  ອາຊຽນ. 5. ມີນະໂຍບາຍສົ່ງເສີມການລົງທຶນ ໂດຍການຍົກເວັ້ນອາກອນຕ່າງໆ.

ກອງປະຊຸມດັ່ງກ່າວນີ້ ຈັດຂຶ້ນພາຍໃຕ້ງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 21 ທີ່ນະຄອນນານນິງ ເຂດກວາງຊີປົກຄອງຕົນເອງຈີນ, ມີຕົວແທນຈາກຝ່າຍການຄ້າ ແລະ ການລົງທຶນຈາກປະເທດອາຊຽນຜັດປ່ຽນກັນນໍາສະເໜີເຫດຜົນແລະເງື່ອນໄຂດຶງດູດການລົງທຶນດ້ານຕ່າງໆໃນປະເທດຂອງຕົນ ເພື່ອດຶງດູດຄວາມສົນໃຈຂອງນັກທຸລະກິດໃຫ້ເຂົ້າໄປທໍາການຄ້າ ແລະລົງທຶນ.

ທີ່ມາ: CMG