ເວັບໄຊ ຊື່ດັງຈາກ ແຄນນາດາ ໄດ້ ຈັດໃຫ້ ສປປ ລາວ ເປັນສະຖານທີ່ ຫຼື ຈຸດໝາຍການທ່ອງທ່ຽວທີ່ໃຊ້ເງິນໜ້ອຍທີ່ສຸດ ໃນປີ 2025 ຈາກທັງໝົດ 136 ປະເທດທົ່ວໂລກ ດ້ວຍຄ່າໃຊ້ຈ່າຍພຽງ 10,97 ໂດລາ ຫຼື ປະມານ 220,000 ກີບ ຕໍ່ 1 ມື້.

ອີງຕາມໂຕເລກ ຈາກເວັບໄຊ, ສປປ ລາວ ມີຄ່າໃຊ້ຈ່າຍປະຈຳວັນ ປະມານ 10,97 ໂດລາ ຫຼື ປະມານ 220,000 ກີບ ຕໍ່ 1 ມື້ ຕໍ່ມາແມ່ນ ຄາຊັກຖານ 15.37 ໂດລາ ຫຼື ປະມານ 338,000 ກີບ/ມື້ ແລະ ຣາວັນດາ ແລະ ການາ ທີ່ມີຄ່າໃຊ້ຈ່າຍຕໍ່ມື້ປະມານ 17.56 ໂດລາ 368,000 ກີບ/ມື້.

ສ່ວນສະຖານທີ່ທ່ອງທ່ຽວ ທີ່ມີຄ່າໃຊ້ຈ່າຍສູງສຸດໄດ້ແກ່ ເກາະ ບຣາບາໂດສ (Barbados) ທີ່ຕັ້ງຢູ່ອາເມຣິກາໃຕ້ ໂດຍມີຄ່າໃຊ້ຈ່າຍຕໍ່ມື້ສູງເຖິງ 286.44 ຫຼື ປະມານ 6,301,000 ກີບຕໍ່ມື້, ຮອງລົງມາແມ່ນ ໝູ່ເກາະ ແອນຕິກົວ ແລະ ບຣາບູດາ (Antigua-Barbuda) ທີ່ມີຄ່າໃຊ້ຈ່າຍຕໍ່ມື້ 267.78 ໂດລາ ຫຼື ປະມານ 5,891,000 ກີບ ຕໍ່ມື້.

ທາງເວັບໄຊ ອ້າງວ່າ ໂຕເລກດັ່ງກ່າວ ແມ່ນອີງຕາມການໃຊ້ຈ່າຍຂອງນັກທ່ອງທ່ຽວໃນແຕ່ລະປະເທດ ທີ່ລວມທັງ ຄ່າອາຫານ, ຄ່າທີ່ພັກ ແລະ ການເດີນທາງຕ່າງໆ ໃນປະເທດນັ້ນໆ.

ອີງຕາມໂຕເລກ ຈາກກົມພັດທະນາການທ່ອງທ່ຽວ, ກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ການ ທ່ອງທ່ຽງວ, ໃນ 8 ເດືອນ ຕົ້ນປີ 2024 ສປປ ລາວ ດຶງດູດນັກທ່ອງທ່ຽວຈາກທັງຕ່າງປະເທດ ແລະ ພາຍໃນ ໄດ້ຫຼາຍກວ່າ 5 ລ້ານເທື່ອຄົນ ເພີ່ມຂຶ້ນຈາກໄລຍະດຽວກັນປີ 2023 ກວ່າ 42.92%, ຄາດຄະເນລາຍຮັບກວ່າ 1,189 ລ້ານໂດລາ.