ປະເທດໄທ ກຳລັງປະເຊີນກັບວິກິດໜີ້ຄົວເຮືອນ ສູງສຸດໃນຮອບ 18 ປີ, ເສດຖະກິດທີ່ເຕີບໂຕໃນຈັງຫວະທີ່ຊ້າລົງ, ລາຍຮັບຕໍ່າ ແລະ ຄ່າຄອງຊີບ ທີ່ສູງຂຶ້ນ.
ອີງຕາມການສຳຫຼວດຂອງມະຫາວິທະຍາໄລສະພາການຄ້າໄທ, ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນ 8,4% ເມື່ອທຽບໃສ່ປີກາຍເປັນ 606,378 ບາດ (18,000 ໂດລາ), ອີງຕາມການສຳຫຼວດຂອງມະຫາວິທະຍາໄລສະພາການຄ້າໄທ. ນີ້ແມ່ນລະດັບສູງທີ່ສຸດນັບແຕ່ມະຫາວິທະຍາໄລໄດ້ດຳເນີນການສຳຫຼວດຄັ້ງທຳອິດໃນປີ 2009.
ທ່ານທະນາວັດ ໂພນິໄຊ, ອະທິການບໍດີມະຫາວິທະຍາໄລກ່າວ “ລະດັບສູງຂອງໜີ້ຄົວເຮືອນກໍາລັງທໍາຮ້າຍຄວາມດຶງດູດຂອງນັກລົງທຶນຂອງປະເທດຊາດຍ້ອນວ່າມັນຈໍາກັດການບໍລິໂພກແລະການເຕີບໂຕໃນອະນາຄົດ”.
ອີງຕາມຜົນສຳຫຼວດໃນທ້ານເດືອນ ມີນາ ທີ່ຜ່ານມາ ພົບອັດອັດຕານີ້ຄົວເຮືອນຂອງປະເທດໄທ ແມ່ນທຽບເທົ່າກັບ 90.8% ຂອງ GDP.
ປະເທດໄທ, ເຊິ່ງເປັນປະເທດເສດຖະກິດໃຫຍ່ອັນດັບ 2 ໃນອາຊີຕາເວັນອອກສ່ຽງໃຕ້ ຖັດຈາກສິງກະໂປ, ຕົກຢູ່ໃນສະພາວະຊະລໍໂຕທາງເສດລະກິດ ໂດຍການເຕີບໂຕຂອງ GDP ທີ່ຊ້າກວ່າເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ.
ແຕ່ຢ່າງໃດກໍຕາມ, ທ່ານ ທານາວັດ ກ່າວວ່າ: ອັດຕາໜີ້ ຄົວເຮືອນຕໍ່ GDP ຄາດວ່າຈະຫຼຸດລົງເປັນ 89% ໃນປີໜ້າ, ໂດຍໄດ້ຮັບການຊຸກຍູ້ຈາກມາດຕະການກະຕຸ້ນໃໝ່ຂອງລັດຖະບານ, ໂດຍສະເພາະແມ່ນຮູບແບບການແຈກຈ່າຍເງິນສົດທີ່ພັດທະນາມາຈາກໂຄງການ Digital Wallets ທີ່ຄາດວ່າຈະຊຸກຍູ້ການເຕີບໂຕຂອງເສດຖະກິດໃນລະດັບໜຶ່ງ.
ທີ່ມາ: Vnexpress