ລັດຖະບານ ແຫ່ງ ສປປ ລາວ ແລະ  ບໍລິສັດຊີຈີເອັນ ເອເນີຈີ ເຕັກໂນໂລຢີ (ລາວ) ຈາກຈີນ ໄດ້ເຊັນສັນຍາເລີ່ມພັດທະນາໂຄງການເຊື່ອມຕໍ່ພະລັງງານສະອາດພາກເໜືອລາວໄລຍະທີ II ຢູ່ແຂວງ ຫຼວງນໍ້າທາ ແລະ ແຂວງ ອຸດົມໄຊ.

ອີງຕາມການລາຍງານຂອງ CMG FM93, ພິທີເຊັນສັນຍາພັດທະນາໂຄງການ (PDA) ເຊື່ອມຕໍ່ພະລັງງານສະອາດພາກເໜືອ ສປປ ລາວ ໄລຍະທີ II ພະລັງງານແສງຕາເວັນດັ່ງກ່າວ ຈັດຂື້ນໃນວັນທີ 8 ສິງຫາ2024,ໂດຍການເປັນສັກຂີພະຍານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.

       ການເຊັນສັນຍາດັ່ງກ່າວ, ສອງຝ່າຍຈະສືບຕໍ່ສົມທົບກັນພັດທະນາໂຄງການໄລຍະທີII ໂຄງການໄຟຟ້າພະລັງງານແສງຕາເວັນ 580 MW ຢູ່ແຂວງ ຫຼວງນໍ້າທາ ແລະ ໂຄງການໄຟຟ້າພະລັງງານແສງຕາເວັນ 420 MW ຢູ່ແຂວງ ອຸດົມໄຊ ບົນພື້ນຖານໂຄງການໄລຍະທີ I ຂອງໂຄງການໄຟຟ້າພະລັງງານແສງຕາເວັນ 1,000 MW.

        ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ການຈັດຕັ້ງປະຕິບັດໂຄງການຖານເຊື່ອມຕໍ່ພະລັງງານສະອາດພາກເໜືອ ບໍ່ພຽງແຕ່ຈະຊຸກຍູ້ການຫັນປ່ຽນສີຂຽວ ແລະ ກາກບອນຕໍ່າຂອງພະລັງງານທ້ອງຖິ່ນໃຫ້ມີຄຸນນະພາບແບບຍືນຍົງ, ການພັດທະນາເສດຖະກິດ ແລະ ສັງຄົມເທົ່ານັ້ນ, ແຕ່ຍັງຈະປັບລະດັບການພົວພັນເຊື່ອມຕໍ່ພະລັງງານລະຫວ່າງເຂດພາກເໜືອຂອງສປປລາວ ແລະ ເຂດພາກໃຕ້ຂອງ ສປ ຈີນຕື່ມອີກ.

        ໂຄງການຖານເຊື່ອມຕໍ່ພະລັງງານສະອາດພາກເໜືອ ສປປ ລາວ ແມ່ນໂຄງການທີ່ສໍາຄັນຂອງບໍລິສັດ CGN ໃນການປະຕິບັດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ຊ່ວຍກໍ່ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ເປັນໂຄງການສະໜອງໄຟຟ້າທີ່ສຳຄັນໃນການສົ່ງເສີມການເຊື່ອມຕໍ່ໄຟຟ້າແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ.

ການເຊັນສັນຍາ PDA ໃນໄລຍະທີ II ຂອງໂຄງການພະລັງງານລົມ ແລະ ພະລັງງານແສງຕາເວັນ 580 MW ຢູ່ແຂວງ ຫຼວງນໍ້າທາ ແລະ ໂຄງການໄຟຟ້າພະລັງງານແສງຕາເວັນ 420 MW ຢູ່ແຂວງ ອຸດົມໄຊ, ຈະຊ່ວຍເຮັດໃຫ້ຄວາມສາມາດ ຂອງການຜະລິດພະລັງງານໃໝ່ຂອງ ສປ ຈີນ ທີ່ມີຈຸດເດັ່ນເຂົ້າມາໃນ ສປປ  ລາວ; ຫັນປ່ຽນພະລັງງານ ແລະ ຍົກລະດັບລະບົບຕ່ອງໂສ້ອຸດສາຫະກຳຂອງ ສປປ ລາວ ເພີ່ມບາດກ້າວໜຶ່ງ, ພ້ອມທັງຊ່ວຍສ້າງ “ແບັດເຕີລີພະລັງງານສະອາດອາຊີຕາເວັນອອກສຽງໃຕ້” ໃນ ສປປ ລາວ, ປັບລະດັບການພົວພັນເຊື່ອມຕໍ່ພະລັງງານໄຟຟ້າລະຫວ່າງ ສປ ຈີນ ແລະ ສປປລາວ-ຈີນຢ່າງແທ້ຈິງ.

ໂຄງການດັ່ງກ່າວກວມເອົາ 3 ແຂວງພາກເໜືອຂອງ ສປປ ລາວ ຄືອຸດົມໄຊ,ຜົ້ງສາລີ ແລະຫຼວງ ນ້ຳທາ; ໂດຍຈະສ້າງຖານພະລັງງານສະອາດແບບປະສົມປະສານ ລວມມີພະລັງງານລົມ, ພະລັງງານແສງຕາເວັນ ແລະ ພະລັງງານນໍ້າກັກເກັບແລະ ອື່ນໆ .

        ປັດຈຸບັນ ໂຄງການໄຟຟ້າພະລັງງານແສງຕາເວັນ 1,000 MW ຢູ່ແຂວງອຸດົມໄຊ ໄລຍະທີ I ໄດ້ເຂົ້າສູ່ໄລຍະກະກຽມການລົງມືກໍ່ສ້າງ.

ທີ່ມາ: https://www.facebook.com/crifm93/videos/474718645350181