ປັດຈຸບັນ ມຽນມາກຳລັງປະສົບກັບການລະບາດຮອບໃໝ່ຂອງເຊື້ອພະຍາດໂຄວິດ-19 ໂດຍສະເພາະເຊື້ອພະຍາດໂຄວິດ-19 ສາຍພັນເດວຕ້າ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 2,000 ຄົນພາຍໃນສາມອາທິດ ຕອນນີ້ຈຶ່ງມີຜູ້ເສຍຊີວິດສະສົມທັງໝົດ 6,133 ຄົນ.
ເວັບໄຊຂ່າວ ອີລາວະດີ (irrawaddy) ຂອງມຽນມາ ໄດ້ລາຍງານວ່າ ການລະບາດຮອບທີສາມນີ້ ເປັນຮອບທີ່ຕົວເລກຜູ້ເສຍຊີວິດສູງທີ່ສຸດ ແລະເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໂດຍສະເພາະ ຢ່າງກຸ້ງ ທີ່ເປັນບໍລິເວນທີ່ໄດ້ຮັບຜົນຫຼາຍທີ່ສຸດໃນປະເທດ. ນອກຈາກນັ້ນ, ຜູ້ປ່ວຍຫຼາຍຄົນຍັງເສຍຊີວິດຈາກການຂາດເຄື່ອງຊ່ວຍຫາຍໃຈ ເນື່ອງຈາກໂຄວິດສາຍພັນເດວຕ້າເປັນສາຍພັນທີ່ແຜ່ລະບາດໄວ ແລະ ຮຸນແຮງ ການສະໜອງເຄື່ອງຊ່ວຍຫາຍໃຈ ແລະ ອັອກຊີເຈນຈຶ່ງບໍ່ທົ່ວເຖິງ.

ຕອນນີ້ພາຍໃນມຽນມາມີຜູ້ຕິດເຊື້ອສະສົມທັງໝົດ 253,364 ຄົນ ແລະ ມີຜູ້ໄດ້ຮັບວັກຊີນຄົບສອງເຂັມຈຳນວນ 1,527,284 ຄົນ ຫຼື 2,8% ຂອງປະຊາກອນທັງໝົດທົ່ວປະເທດ.
ແນວໃດກໍຕາມ, ລັດຖະບານມຽນມາກໍໄດ້ອອກມາປະກາດເມື່ອອາທິດທີ່ຜ່ານມາວ່າ ຕອນນີ້ວັກຊີນກຳລັງເດີນທາງມາຈາກປະເທດຈີນ ແລະ ຄາດວ່າຈະສັກໃຫ້ປະຊາກອນທັງໝົດໄດ້ຄົບ 54 ລ້ານກວ່າຄົນ ພາຍໃນທ້າຍປີນີ້.
ທີ່ມາ:
ພາບ: khaosod
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/