ທຸກຄົນເປັນຄືກັນບໍ່? ທຸກໆຄັ້ງທີ່ອອກເດີນທາງ ສິ່ງທີ່ເຮັດເປັນປະຈຳໃນຂະນະນັ່ງລົດນັ້ນກໍຄື: ການເປີດຟັງເພງ ເຊິ່ງນັ້ນມັນຊ່ວຍໃຫ້ບັນຍາກາດພາຍໃນລົດບໍ່ໃຫ້ງຽບເຫງົາ, ສ້າງຄວາມຄຶກຄື້ນ, ຜ່ອນຄາຍ ແລະ ເພີດເພີນໄປຕາມສຽງເພງ. ແຕ່ຮູ້ບໍວ່າ ການຟັງເພງຢ່າງເພີດເພີນຈົນເກີນໄປໃນຂະນະຂັບລົດສ່ຽງຕໍ່ການເກີດອຸບັດຕິເຫດທາງທ້ອງຖະໜົນ!
ໂດຍນັກວິທະຍາສາດຈາກມະຫາວິທະຍາໄລລອນດອນ (University College London) ປະເທດອັງກິດ ມີການສຶກສາວິໄຈ ແລະ ພົບວ່າ ເພງທີ່ເປີດໃນຂະນະຂັບລົດມີສ່ວນເຮັດໃຫ້ສະມາທິ ແລະ ປະຕິກິລິຍາການຕອບສະໜອງຂອງຄົນຂັບລົດໜ້ອຍລົງ. ຈາກກຸ່ມຕົວຢ່າງເຮັດໃຫ້ຮູ້ວ່າ ຄົນສ່ວນໃຫຍ່ຈະມີປະຕິກິລິຍາຫຼຸດໂຟກັສຈາກການເບິ່ງຫົົນທາງດ້ານໜ້າ ເພື່ອຫຼຽວໄປເບິ່ງແຫຼ່ງທີ່ມາຂອງສຽງ ຫຼື ລຳໂພງໃນລົດ ເຊິ່ງເປັນເວລາອັນກໍ່ໃຫ້ເກີດການເສຍສະມາທິນັ້ນເອງ.
ຜົນສຳຫຼວດດັ່ງກ່າວມີຄວາມສອດຄ່ອງກັບການຄົ້ນຄວ້າໃນປະເທດອິດສະຣາເອວ ເຊິ່ງໄດ້ລົງເລິກລາຍລະອຽດເຖິງຊະນິດເພງທີ່ຟັງໃນຂະນະຂັບລົດ, ໂດຍກ່າວວ່າດົນຕີປະເພດ Dance ແມ່ນບໍ່ເໝາະສໍາລັບການນຳໄປຟັງໃນຂະນະຂັບຂີ່ລົດ. ເນື່ອງຈາກວ່າຈັງຫວະດົນຕີໄວເກີນໄປ ສົ່ງຜົນກະທົບຕໍ່ພຶດຕິກໍາການຂັບລົດເຊັ່ນ: ຂັບລົດໄວຂຶ້ນ, ບໍ່ມີສະມາທິ, ຕັດສິນໃຈ ແລະ ເຮັດຜິດພາດໄດ້ງ່າຍ. ເມື່ອເປັນດັ່ງນັ້ນອາດນຳໄປສູ່ຜົນກະທົບຮ້າຍແຮງເຊັ່ນ: ລືມເປີດໄຟລ້ຽວ, ລືມຢຸດໄຟແດງ, ເບຣກລົດກະທັນຫັນ ເຊິ່ງມີຄວາມສ່ຽງຕໍ່ການເກີດອຸບັດຕິເຫດຫຼາຍທີ່ສຸດ.

ໂດຍທົ່ວໄປ, ດົນຕີທີ່ມີຈັງຫວະ 60-80 ເທື່ອຕໍ່ນາທີ (BPM) ແມ່ນຈັງຫວະປອດໄພທີ່ສຸດຕໍ່ການຂັບລົດ. ເນື່ອງຈາກວ່າມັນເປັນຈັງຫວະໃກ້ຄຽງກັບອັດຕາການເຕັ້ນຂອງຫົວໃຈຄົນເຮົາ. ສະນັ້ນ, ນັກວິໄຈຈຶ່ງແນະນໍາວ່າປະເພດດົນຕີ Jazz, Soft rock ແລະ ດົນຕີສຽງເບົາຟັງສະບາຍ ແມ່ນທາງເລືອກທີ່ດີທີ່ສຸດສໍາລັບການຟັງໃນຂະນະທີ່ຂັບລົດ.
ນອກຈາກນີ້, ສາເຫດທີ່ເຮັດໃຫ້ເກີດອຸບັດຕິເຫດຕາມຖະໜົນຫົນທາງນີ້ຍັງມີປັດໄຈມາຈາກ
1. ໃຊ້ຂັບລົດຄວາມໄວສູງ
ການຂັບລົດດ້ວຍຄວາມໄວສູງເພີ່ມຄວາມສ່ຽງຕໍ່ການເກີດອຸບັດຕິເຫດເມື່ອທຽບກັບການຂັບຂີ່ໃນຄວາມໄວປົກກະຕິ ແລະ ເມື່ອຜູ້ຂັບຂີ່ບໍ່ຄຸ້ນເຄີຍຫົນທາງແຕ່ໃຊ້ຄວາມໄວສູງເກີນໄປແມ່ນສ່ຽງເກີດອຸບັດຕິເຫດຫຼາຍ. ສະນັ້ນ, ຕ້ອງຜ່ອນຄວາມໄວໄປໃນເສັ້ນທາງທີ່ບໍ່ລຶ້ງ ແລະ ສຶກສາເສັ້ນທາງກ່ອນອອກເດີນທາງສະເໝີ.
2. ຄວາມບໍ່ພ້ອມທາງຮ່າງກາຍ
ອາການເຫົງານອນເຮັດໃຫ້ປະສິດທິພາບໃນການຂັບລົດໜ້ອຍລົງ ສ່ຽງເກີດອຸບັດຕິເຫດ. ສະນັ້ນ, ພັກຜ່ອນໃຫ້ພຽງພໍ, ພະຍາຍາມບໍ່ຕຶງຄຽດ ແລະ ກະກຽມຮ່າງກາຍໃຫ້ພ້ອມກ່ອນອອກເດີນທາງ.
3. ບໍ່ປະຕິບັດຕາມກົດລະບຽບຈະລາຈອນ
ພຶດຕິກຳຜູ້ຂັບຂີ່ລ່ວງລະເມີດຕໍ່ກັບກົດຈະລາຈອນ ເຊັ່ນ: ແຊງທາງໂຄ້ງ, ລ່ວງໄຟແດງ, ຈອດລົດໃນສະຖານທີ່ມີປ້າຍຫ້າມ, ຂັບຂີ່ໄວເກີນກຳນົດໃນເຂດຊຸມຊົນ…
4. ໃຊ້ໂທລະສັບໃນຂະນະທີ່ຂັບລົດ.
ປັດຈຸບັນ, ສັງເກດເຫັນໄດ້ວ່າຜູ້ຂັບຂີ່ຫຼາຍຄົນຍັງໃຊ້ໂທລະສັບໃນເວລາຂັບລົດຢູ່ ບໍ່ວ່າຈະເປັນການລົມໂທລະສັບ ຫຼື ເລື່ອນຫຼິ້ນສື່ອອນລາຍ ເມື່ອສາຍຕາຫຼຸດໂຟກັສຈາກການຂັບລົດອາດກໍ່ໃຫ້ເກີດອຸບັດຕິເຫດໄດ້ງ່າຍ.

5. ກວດເຊັກສະພາບລົດ
ກວດເຊັກສະພາບລົດແມ່ນປັດໄຈໜຶ່ງທີ່ສໍາຄັນ ຖ້າລົດບໍ່ພ້ອມອາດຈະເຮັດໃຫ້ເກີດອຸບັດຕິເຫດໄດ້. ສະນັ້ນ, ເຮົາຄວນກວດກາສະພາບລົດໃຫ້ພ້ອມນຳໃຊ້ສະເໝີບໍ່ວ່າຈະເປັນການປ່ຽນຍາງລົດ, ລະບົບເບຣກ, ນໍ້າມັນເຄື່ອງຕ່າງໆ, ສາຍພານ ແລະ ອື່ນໆ.
ອ້າງອີງ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/