ອີງຕາມການລາຍງາຍຂອງ ໜັງສືພີມ ວຽງຈັນທາມ, ຜູ້ຜະລິດອາຫານ ແລະ ເຄື່ອງດື່ມຂອງລາວ ຮວມເຖິງຜູ້ຜະລິດຊອດໝາກເຜັດ ແລະ ກາເຟ ກຳນົດຈະສົ່ງອອກສິນຄ້າໄປສະຫະລາດຊະອານາຈັກ ອັງກິດ ໂດຍບໍ່ເສຍພາສີ. ພາຍໃຕ້ໂຄງການ ການຄ້າກັບປະເທດກຳລັງພັດທະນາ (DCTS) ຂອງລັດຖະບານອັງກິດ

ທ່ານ Douglas Alexander ລັດຖະມົນຕີ​ກະຊວງ​ນະ​ໂຍບາຍ​ການ​ຄ້າ ​ແລະ​ ຄວາມ​ໝັ້ນຄົງ​ທາງ​ເສດຖະກິດ​ຂອງ​ອັງກິດ​ໄດ້​ພົບ​ປະ​ກັບ​ຜູ້ຕາງໜ້າ​ຈາກ Yoyo Sauce ທີ່​ນະຄອນຫຼວງ​ວຽງ​ຈັນ​ໃນ​ວັນ​ທີ 19 ກັນຍາ​ນີ້.

Yoyo Sauce ໄດ້ເລີ່ມຕົ້ນຢູ່ໃນປະເທດອັງກິດ ແລະ ປະຈຸບັນກໍາລັງຮ່ວມມືກັບຜູ້ຜະລິດລາວ ກໍຄື ໄມ້ສະຫວັນລາວ, ການສົ່ງອອກຊອດທໍາອິດຂອງພວກເຂົາຈະຖືກສົ່ງໄປອັງກິດໃນອາທິດໜ້າ ພາຍໃຕ້ໂຄງການການຄ້າປະເທດກໍາລັງພັດທະນາ (DCTS).

ພາຍໃຕ້ໂຄງການການຄ້າ ດັ່ງກ່າວ ສປປ ລາວໄດ້ຮັບຜົນປະໂຫຍດຈາກອັດຕາພາສີນໍາເຂົ້າຈາກອັງກິດ 0% ຕໍ່ສິນຄ້າທັງໝົດ ຍົກເວັ້ນອາວຸດຍຸດໂທປະກອນ ແລະ ລູກປືນ. ເຮັດໃຫ້ປະເທດລາວສາມາດປະຍັດ ພາສີຂາອອກໂດຍສະເລ່ຍປະມານ 1.3 ລ້ານປອນຕໍ່ປີຕໍ່ການສົ່ງອອກໄປອັງກິດ.

ໂຄງການການຄ້າປະເທດທີ່ກໍາລັງພັດທະນາແມ່ນໄດ້ຮັບການຍອມຮັບຢ່າງກວ້າງຂວາງວ່າເປັນໂຄງການທີ່ມີຄວາມສະດວກ ແລະ ມີເອື້ອປະໂຫຍດໃຫ້ປະເທດຄູ່ຮ່ວມມືຫຼາຍທີ່ສຸດ ແລະປະເທດລາວເປັນປະເທດບູລິມະສິດ.

ທ່ານລັດຖະມົນຕີ ຍັງໄດ້ພົບປະກັບຜູ້ຜະລິດກາເຟລາວ 4 ຜູ້ຜະລິດຄື: Sixnature Coffee, Miracle Lao, Comma Coffee ແລະ Abile Coffee. Miracle Lao ແລະ Comma Coffee ແມ່ນ 10 ຜູ້ຜະລິດກາເຟລາວ ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການຮ່ວມມືລົງທຶນຂອງລັດຖະບານອັງກິດ ເພື່ອຊ່ວຍສົ່ງອອກໄປອັງກິດ.

ທ່ານ Douglas Alexander ລັດຖະມົນຕີ​ກະຊວງ​ນະ​ໂຍບາຍ​ການ​ຄ້າ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ເສດຖະກິດ​ກ່າວ​ວ່າ: ອັງກິດ​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ຖື​ການ​ພັດທະນາ ​ແລະ ການ​ເຕີບ​ໂຕ​ເສດຖະກິດ​ເປັນ​ຈຸດ​ໃຈກາງ​ຂອງ​ຍຸດ​ທະ​ສາດ​ການ​ຄ້າ​ຂອງ​ພວກ​ເຮົາ. ມັນເປັນການດີທີ່ຈະໄດ້ພົບກັບຜູ້ຜະລິດອາຫານ ແລະ ເຄື່ອງດື່ມຂອງລາວທີ່ກໍາລັງຈະສົ່ງອອກໄປປະເທດອັງກິດແບບບໍ່ເສຍພາສີພາຍໃຕ້ໂຄງການການຄ້າປະເທດທີ່ກໍາລັງພັດທະນາ – ຊ່ວຍເພີ່ມລາຍຮັບ, ສົ່ງເສີມວຽກເຮັດງານທໍາ ແລະເພີ່ມທາງເລືອກຂອງຜູ້ບໍລິໂພກ.”

ທ່ານ ນາງ Mel Barlow ເອກອັກຄະລັດຖະທູດອັງກິດ ປະຈຳລາວ ກ່າວວ່າ “ໂຄງການການຄ້າປະເທດທີ່ກຳລັງພັດທະນາຂອງອັງກິດ ແລະ ເງື່ອນໄຂອັນເອື້ອປະໂຫຍດ ເນັ້ນໜັກເຖິງຄວາມຕັ້ງໃຈຂອງພວກເຮົາ ໃນການຫຼຸດຜ່ອນຄວາມທຸກຍາກ, ສົ່ງເສີມວຽກເຮັດງານທຳ ແລະ ຮັດແໜ້ນສາຍພົວພັນການຄ້າລະຫວ່າງອັງກິດ-ລາວ. ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ໄດ້​ເຫັນ​ບັນດາ​ຜະລິດ​ຕະພັນ​ນ້ຳ​ຊອດ ​ແລະ ກາ​ເຟ​ຂອງ​ລາວຈະໄປ​ຢູ່​ຊັ້ນວາງ​ເຄື່ອງ​ຊຸບ​ເປີ​ມາ​ເກັດ​ຢູ່​ອັງກິດ.”

https://www.vientianetimes.org.la/freefreenews/freecontent_183_Lao_food_y24.php?fbclid=IwY2xjawFZ57ZleHRuA2FlbQIxMAABHV7HP3FHhqLPvJXdJXP_UWaAuv7WVhTHaXIJ_2T5_f3rSmBvX0KOGJRKOA_aem_Zf-z51b_MhkuyEs9RbXzuw