ເມືອງນິວຢອກ ໄດ້ຮັບການຈັດອັນດັບໃຫ້ເປັນເມືອງທີ່ຮັ່ງມີທີ່ສຸດໃນໂລກ ໂດຍມີບັນດາເສດຖີອາໄສຢູ່ປະມານ 359,500 ຄົນ ແລະ ມີເສດຖີພັນລ້ານອີກ 60 ຄົນ ທີ່ອາໄສຢູ່ໃນເມືອງ ນິວຢອກ ແຫ່ງນີ້ ຈາກການລາຍງານຂອງ Henley & Partners ຮ່ວມມືກັບ New World Wealth ຊີ້ໃຫ້ເຫັນເຖິງຈຳນວນປະຊາກອນເສດຖີໃນນິວຢອກສູງຮອດ 48% ໃນຮອບທົດສະວັດທີ່ຜ່ານມາ.
ການຈັດອັນດັບຈາກ Henley & Partners ຮ່ວມມື New World Wealth ໂດຍ 10 ເມືອງທີ່ລວຍທີ່ສຸດມີດັ່ງນີ້:
1. ນິວຢອກ
2. ອ່າວຊານຟຣານຊິສໂກ ແຄລິຟໍເນຍ
3. ໂຕກຽວ
4. ສິງກະໂປ
5. ລອນດອນ
6. ລອສແອງເຈີລິສ
7. ປາຣີສ ແລະ ອິລ ເດີ ຟຣອງ
8. ຊິດນີ
9. ຮ່ອງກົງ
10. ປັກກິ່ງ
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/